ອິນໂດເນເຊຍ ເພີ່ມງົບຊຸກຍູ້ວິໄຈ ໃນມະຫາວິທະຍາໄລ ລະດັບ 1%

17/03/2025 15:02
Email Print 83
KPL - Asean 2024 ທ່ານ ໄບຣອັນ ຢູລິຍາຣໂຕ ລັດຖະມົນຕີ ອຸດົມສຶກສາ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານ ຕັ້ງເປົ້າເພີ່ມງົບປະມານ ການວິໄຈ ສຳລັບ ມະຫາວິທະຍາໄລເປັນ 1% ຂອງລວມຍອດ ຜະລິດຕະພັນ ພາຍໃນ ປະເທດ (ຈີດີພີ)

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານ ຈາກ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍເມື່ອບໍ່ດົນມານີ້, ທ່ານໄບຣອັນ ຢູລິຍາຣໂຕ ລັດຖະມົນຕີ ອຸດົມສຶກສາ ວິທະຍາສາດແລະເຕັກໂນໂລຊີ ຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານ ຕັ້ງເປົ້າ​​ເພີ່ມງົບປະມານ ການວິໄຈ ສຳລັບ ມະຫາວິທະຍາໄລເປັນ 1% ຂອງລວມຍອດ ຜະລິດຕະພັນ ພາຍໃນ ປະເທດ (ຈີດີພີ) ເພີ່ມຂຶ້ນຢ່າງຫລວງຫລາຍ ຈາກອັດຕາສ່ວນພຽງ 0,3% ​ເມື່ອປີ 2024.

ນອກນີ້ລັດຖະບານ ອິນໂດເນເຊຍ ຍັງເນັ້ນໜັກ ຄວາມມຸ້ງໝັ້ນຈະປັບປຸງ ສະຫວັດດີການວິໄຈ ຖືເປັນສິ່ງສຳຄັນສຳລັບ ການຟື້ນຟູເສດຖະກິດແລະ ອຸດສາຫະກຳຂອງ ອິນໂດເນເຊຍແຕ່ການບັນລຸເປົ້າໝາຍ 1% ບໍ່ສາມາດເກີດຂຶ້ນໄດ້ທັນທີ. ຂະນະດຽວກັນ ທ່ານ ໄບຣອັນ ຢູລິຍາຣໂຕ ​ໄດ້ເນັ້ນ​ເຖິງ ​ຄວາມ​ພະຍາຍາມ ​ຂອງ​ ພາກ​ລັດ ​ໃນ​ການ​ເສີມ​ສ້າງ​ການ​ວິ​ໄຈ ​ແລະ ການ​ສ້າງສັນ​ ນະ​ວັດຕະ​ກຳ ​ໃນ​ມະຫາວິທະຍາ​ໄລ​ ຂອງ​ ປະ​ເທດ ຊຶ່ງ​ເປັນ​ ເປົ້າ​ໝາຍ ​ສຳຄັນ ​ໃຫ້​ແກ່​ການ​ປ່ຽນ​ຜ່ານ​ ມະຫາວິທະຍາ​ໄລ ​ເປັນ​ສູນ​ກາງ ສ້າງສັນ​ ນະ​ວັດຕະ​ກຳ ​ແລະ ການ​ພັດທະນາ ​ຜູ້​ມີ​ຄວາມ​ຮູ້ ຄວາມ​ສາມາດ./

KPL