ສ.ອາເມລິກາ ຈະໃຊ້ມາດຕະການຈຳກັດການເດີນທາງພົນລະເມືອງ ຈາກ 41 ປະເທດ


ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ ປະເທດສ.ອາເມລິກາ, ເມື່ອບໍ່ດົນມານີ້, ສື່ທ້ອງຖິ່ນຫລາຍແຫ່ງ ຂອງ ສ.ອາເມລິກາ ລາຍງານວ່າ: ທ່ານ ໂດນັນທຣຳ ປະທານາທິບໍດີ ຂອງ ສ.ອາເມລິກາ ພວມພິຈາລະນາ ອອກມາດຕະການ ຈຳກັດ ການເດີນທາງ ເຂົ້າສູ່ ປະເທດ ຂອງ ພົນລະເມືອງ ຢ່າງໜ້ອຍ 41 ປະເທດ, ໂດຍລາຍຊື່ທັງໝົດ ສາມາດປ່ຽນແປງໄດ້ ເນື່ອງຈາກ ຍັງບໍ່ມີການ ອະນຸມັດ ຢ່າງເປັນທາງການ.
ໂດຍແບ່ງອອກເປັນ 3 ກຸ່ມໄດ້ແກ່: ກຸ່ມທີ່ຖືກໂຈະວິຊ້າທັງໝົດ 10 ປະເທດ ຫລື ກຸ່ມສີແດງໄດ້ແກ່: ອາຟະການິດສະຖານ, ກູບາ, ອີຣານ, ລີບີ, ສປປເກົາຫລີ, ໂຊມາລີ, ຊູດັງ, ຊີຣີ, ເວເນຊູເອລາ ແລະ ເຢເມນ. ກຸ່ມທີ 2 ຈະເປັນປະເທດ ຕ້ອງຜະເຊີນກັບ ມາດຕະການ ໂຈະວິຊ້າ ບາງສ່ວນ ລວມເຖິງ ວີຊ້າທ່ອງທ່ຽວ ແລະ ວີຊ້ານັກຮຽນມີ 5 ປະເທດ ຫລື ກຸ່ມສີສົ້ມໄດ້ແກ່: ອິຣິເຕຣຍ, ໄຮຕີ, ລາວ, ມຽນມາ ແລະ ຊູດັງໃຕ້. ສ່ວນກຸ່ມປະເທດ ທີ 3 ຄືປະເທດ ຊຶ່ງຜະເຊີນກັບ ມາດຕະການ ຈຳກັດວິຊ້າ ບາງສ່ວນ ຫາກຍັງບໍ່ມີການແກ້ໄຂ ຂໍ້ບົກຜ່ອງບາງສ່ວນ ພາຍໃນໄລຍະເວລາ 60 ວັນ ມີ 26 ປະເທດ ຫລື ກຸ່ມສີເຫລືອງ ໄດ້ແກ່: ອັງໂກລາ, ອັງຕິກາ ແລະ ບາກບູດາ, ເບລາຣຸດ, ເບແນັງ, ພູຖານ, ບວກກິນາຟາໂຊ, ກຳປູເຈຍ, ກາເມີຣູນ, ຊາດ, ກົງໂກ ແລະ ອື່ນໆ./