ບົດຮຽນການສ້າງກະ​ສິ​ກໍາແບບທັນສະໄໝ ຂອງ​ແຂວງຟູຈ້ຽນ ສປ ຈີນ​

21/02/2025 14:06
Email Print 83
KPL - Asean 2024 *ປັດຈຸບັນ, ປະຊາຄົມໂລກພວມຜະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານ. ໃນນັ້ນ, ດ້ານສິ່ງແວດລ້ອມ ຖືເປັນດ້ານທີ່ມີຄວາມສໍາຄັນ ເພາະມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ການຜະລິດສະບຽງອາຫານຂອງໂລກ.


*ປັດຈຸບັນ, ປະຊາຄົມໂລກພວມຜະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານ. ໃນນັ້ນ, ດ້ານສິ່ງແວດລ້ອມ ຖືເປັນດ້ານທີ່ມີຄວາມສໍາຄັນ ເພາະມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ການຜະລິດສະບຽງອາຫານຂອງໂລກ, ໃນມໍ່ໆມານີ້ ການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ, ການລະບາດຂອງສັດຕູພືດ ແລະ ອື່ນໆ ໄດ້ສົ່ງຜົນກະທົບຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກ ເຮັດໃຫ້ເກີດຄວາມຂາດແຄນທາງດ້ານສະບຽງອາຫານ ແລະ ຕ່ອງໂສ້ການຜະລິດໃນທົ່ວໂລກ. ເພື່ອຮັບປະກັນໃຫ້ແກ່ການຜະລິດ ແລະ ສະໜອງທາງດ້ານສະບຽງອາຫານ, ຫລາຍ​ປະ​ເທດ​ ໄດ້​ສ້າງ​ຍຸດ​ທະ​ສາດການ​ພັດທະນາ​ກະສິກຳທັນສະໄໝ ເພື່ອກະຕຸ້ນ ແລະ ຊຸກຍູ້ການ​ບໍລິຫານຈັດການຊັບພະຍາກອນ​ກະສິກຳ​ ໂດຍນຳໃຊ້ນະວັດຕະກໍາ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອພັດທະນາເຄື່ອງຈັກ, ລະບົບປະມວນຜົນ, ການວິເຄາະ ແລະ ເກັບຮັກສາຂໍ້ມູນຜ່ານລະບົບທັນສະໄໝ ​ເຮັດໃຫ້ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ຜະລິດ, ມີຄວາມຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມຫລາຍຂຶ້ນ.


ສປ ຈີນ ກໍ​ເປັນ​ປະ​ເທດ​ໜຶ່ງ​ທີ່ມີການ​ພັດທະນາ​ກະສິກຳ​ອັດ​ສະ​ລິ​ຍະ​ທີ່ທັນສະໄໝ ​ເພື່ອຮັບຮອງຄວາມຕ້ອງການໃນການບໍລິໂພກ ຂອງປະຊາຊົນໃນ​ປະ​ເທດ​ ແລະ ​ເພື່ອ​ສົ່ງ​ອອກ ເປັນຈໍານວນມະຫາສານ, ອຸດສາຫະກຳ​ກະສິກຳ ຈຶ່ງ​ເປັນ​ໜຶ່ງ​ໃນອຸດສາຫະກຳ​ທີ່​ຊຸກຍູ້​ການ​ເຕີບໃ​ຫຍ່ຂະຫຍາຍຕົວ​ຂອງ​ເສດຖະກິດ​ຈີນ ແລະ ເປັນກຸນແຈສູ່ຄວາມສໍາເລັດໃນການລົບລ້າງຄວາມທຸກຍາກ ໂດຍສະເພາະໃນເຂດຊົນນະບົດຫ່າງໄກສອກຫລີກ. ໃນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູນິດ​ຈີນ, ປະທານ ສີ​ ຈິ້ນ​ຜິງ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ນຳພາ​ຈີນ​ກ້າວ​ໄປ​ສູ່​ການ​ພັດທະ ນາ​ກະສິກຳ​ແບບທັນ​ສະ​ໄໝ ແລະ ຊົນນະບົດສະໄໝໃໝ່, ການພັດທະນານະວັດຕະກໍາ ແລະ ເຕັກໂນໂລຊີກະສິກໍາແບບຄົບວົງຈອນ, ສົ່ງເສີມລະບົບນິເວດອຸດສາຫະກຳກະສິກຳທີ່ທັນສະໄໝ, ຍົກລະດັບພື້ນຖານໂຄງລ່າງກະສິກຳອັດສະລິຍະ ແລະ ສ້າງສະພາບແວດລ້ອມທາງດ້ານນິເວດກະສິກຳແບບຍືນຍົງ ​ເພື່ອ​ສ້າງ​ ສປ ຈີນ ໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ກະສິກຳ​ອັນ​ດັບ​ໜຶ່ງ​ຂອງ​ໂລກ.


          ເພື່ອຜັນຂະຫຍາຍນະໂຍບາຍລວມຂອງພັກ, ບັນດາແຂວງຕ່າງໆ ໄດ້ນໍາເອົາມະຕິກອງປະຊຸມດັ່ງກ່າວເຂົ້າໃນແຜນຈັດຕັ້ງປະຕິບັດຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 (2021 - 2025) ຂອງຕົນ. ໃນນັ້ນ, ແຂວງຟູຈ້ຽນ ກໍເປັນໜຶ່ງໃນແຂວງທີ່ມີການຈັດຕັ້ງປະຕິບັດການພັດທະນາກະສິກໍາແບບທັນສະໄໝຢ່າງຕັ້ງໜ້າ ໂດຍ​ໄດ້ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ ທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສ້າງ​ລະບົບ​ກະສິກຳ​ດິຈີ​ຕອນ, ສົ່ງ ເສີມການນຳໃຊ້ເທັກໂນໂລຊີ Block Chain, IT, 5G, Big Data, IoT, Cloud Computing, ລະບົບດາວທຽມ ແລະ AI ເຂົ້າໃນຂະແໜງກະສິກຳ, ມີການກໍ່ສ້າງຟາມອັດສະລິຍະ 300 ກວ່າແຫ່ງ ເພື່ອເປັນພື້ນຖານການຜະລິດກະສິກໍາອັດສະລິຍະທົ່ວແຂວງ, ຂະຫຍາຍເນື້ອທີ່ປູກພືດທັນຍາຫານກວ່າ 5,21 ລ້ານເຮັກຕາ, ປູກພືດເສດຖະກິດຕົ້ນຕໍ ເຊັ່ນ: ເຂົ້າ,  ມັນຕົ້ນ, ສາລີ ແລະ ໄດ້ຮັບຜົນ​ຜະ​ລິດ​ຫລາຍ​ກວ່າ 5 ລ້ານ​ໂຕນ​/​ປີ. ແຂວງ​ຟູ​ຈ້ຽນ ໄດ້​ຕັ້ງ​ເປົ້າ ໝາຍການ​ເພີ່ມ​ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຊາວ​ກະ​ສິ​ກອນ​ໃຫ້ໄດ້ 8% ຕໍ່ປີ​ໃນ​ປີ 2025 ແລະ ໄດ້ຈັດຕັ້ງປະຕິບັດບັນດາ​ມາດ​ຕະ​ການ​ທີ່​ສຳ​ຄັນ​ ທີ່ຊ່ວຍຊຸກຍູ້ສົ່ງເສີມການເຮັດກະສິກໍາແບບທັນສະໄໝ ເປັນຕົ້ນ: 1). ພັດທະນາພື້ນຖານໂຄງລ່າງກະສິກຳອັດສະລິຍະຄົ້ນຄວ້າ, ນຳໃຊ້ຄວາມຮູ້ທາງດ້ານເຕັກໂນໂລຊີນະວັດຕະກໍາ ແລະ ການພັດທະນາທີ່ທັນສະໄໝ ເພື່ອເພີ່ມສະມັດຕະພາບການຜະລິດທາງດ້ານປະລິມານ ແລະ ຄຸນນະພາບ. 2). ສ້າງຕັ້ງສູນລະບົບຂໍ້ມູນຂ່າວ ສານຂອງແຂວງ ໂດຍໄດ້ພັດທະນາຖານຂໍ້ມູນກະສິກຳທີ່ມີມາດຕະຖານ ແລະ ສາມາດຄຸ້ມຄອງບັນຫາການຜະລິດກະສິກຳໄດ້ກວມເອົາທຸກຂົງເຂດ ເຮັດໃຫ້ຊາວກະສິກອນ ສາມາດເຂົ້າເຖິງຂໍ້ມູນຕ່າງໆທີ່ ເຊັ່ນ: ການລະບາດຂອງພະຍາດໃນສັດ ແລະ ພືດ, ສະພາບສິ່ງແວດລ້ອມ, ປະລິມານຜະລິດຕະພັນກະເສດ ແລະ ອື່ນໆ. 3). ສົ່ງເສີມກະສິກຳສີຂຽວແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ເຊັ່ນ: ສົ່ງເສີມການຫັນເປັນດີຈິຕອນຂອງເຮືອນແກ້ວ, ນໍາໃຊ້ເຄື່ອງຈັກທັນສະໄໝ, ຫຸ່ນຍົນ AI ເພື່ອກໍານົດປະລິມານຂອງຝຸ່ນ, ນ້ໍາ ແລະ ຢາຂ້າແມງໄມ້ ເພື່ອຫລຸດຜ່ອນການສ້າງມົນລະພິດ. 4). ສ້າງຖານຂໍ້ມູນກະສິກຳ ພາຍໃຕ້ຊື່ Agriculture Cloud 131” ເຜີຍແຜ່ຜ່ານທາງອິນເຕີເນັດໃຫ້ແກ່ຊາວກະ ສິກອນຫລາຍກວ່າ 15.000 ແຫ່ງໃນທົ່ວແຂວງ. 5) ພັດທະນາຂີດ​ຄວາມ​ສາມາດ​ຂອງ​ວິ​ສາ​ຫະກິດ ເພື່ອເຮັດໃຫ້ SMEs ສາມາດນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າເຂົ້າໃນຂະບວນການຜະລິດຂອງຕົນ. ຈາກຜົນຂອງການຈັດຕັ້ງປະຕິບັດທີ່ໄດ້ກ່າວມາຂ້າງເທິງນັ້ນ, ​ໃນ​ປີ 2022 ຟູຈ້ຽນ ​ມີ​ມູນ​ຄ່າ​ການ​ຜະລິດ​ກະສິກຳ​ປະມານ 400 ຕື້​ຢວນ, ​ເທົ່າ​ກັບ 13% ຂອງ GDP ຂອງ​ແຂວງ ​ຫລື 8,6% ຂອງ​ມູນ​ຄ່າການຜະລິດກະສິກໍາໃນທົ່ວປະເທດ; ເປັນຜູ້ຜະລິດສິນຄ້າດ້ານກະສິກໍາລາຍໃຫຍ່ ເຊັ່ນ: ຊາ, ໝາກໄມ້, ຜັກ, ການລ້ຽງສັດ, ຢາສະໝຸນໄພ ແລະ ເຫັດ ທີ່ຊ່ວຍສ້າງລາຍຮັບໃຫ້ແກ່ຊາວກະສິກອນຢູ່ເຂດຊົນນະບົດຫ່າງໄກສອກຫລີກ.   


          ການ​ກະ​ສິ​ກໍາ​ອັດ​ສະ​ລິ​ຍະ​ຂອງ​ ສປ ຈີນ​ ໄດ້​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ໃນທົ່ວປະເທດ, ບັນດາບໍລິສັດເຕັກໂນໂລຊີລາຍໃຫຍ່ຂອງຈີນ ເຊັ່ນ: Alibaba, Tencent, NetEase, Huawei, JD ແລະ Baidu ໄດ້ເຂົ້າມາມີບົດບາດສໍາຄັນໃນການພັດທະນາທຸລະກິດດ້ານກະສິກໍາອັດສະລິຍະ ແລະ ສ້າງພື້ນທີ່ສໍາລັບຖານຂໍ້ມູນດ້ານກະສິກໍາ. ລັດຖະບານຈີນ ຍັງໄດ້ເປີດກວ້າງໃຫ້ແກ່ບໍລິສັດຂອງຕ່າງປະເທດເຂົ້າມາລົງທຶນໃນດ້ານດັ່ງກ່າວ ເຊັ່ນ: ກຸ່ມບໍລິສັດ CP ຂອງໄທ ໄດ້ລົງທຶນໃນອຸດ ສາຫະກຳກະສິກຳ ​ໂດຍ​ຜ່ານ​ການ​ກໍ່ສ້າງ​ນິຄົມອຸດສາຫະກຳ​ວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ​ກະສິກຳ ​ຈໍານວນກວ່າ 100 ​ແຫ່ງ​ໃນ​ທົ່ວ​ປະ​ເທດ​​​, ບໍລິສັດ Cargill ເຊິ່ງເປັນ​ຊ່ຽວຊານ​ດ້ານ​ກະສິກຳ ​​ດ້ານ​ການ​ຜະລິດ ​ແລະ ການ​ຊື້​ຂາຍ​ຜະລິດ​ຕະພັນ​ກະ​ເສດ​ ຂອງ​ສະຫະລັດອາ​ເມ​ລິ​ກາ​ ກໍໄດ້ລົງທຶນດ້ານກະສິກໍາໃນຈີນ ​ແລະ ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ອັດ​ສະ​ລິ​ຍະ AI Big Data ໃນ​ຂະ​ບວນ​ການ​ຜະ​ລິດ ​ຕະ​ຫລອດເຖິງຕ່ອງ​ໂສ້​ການ​ສະ​ໜອງ​.

ການ​ພັດທະນາ​ຂະ​ແໜງ​ກະ​ສິ​ກຳ​ແບບໃໝ່​ ໂດຍ​ນຳ​ໃຊ້​ນະ​ວັດ​ຕະ​ກຳ ​ແລະ ​ເຕັກ​ໂນ​ໂລ​ຊີ​ກ້າວ​ໜ້າ​ຂອງ ສປ ​ຈີນ ໄດ້ເປັນບົດຮຽນໃຫ້ແກ່ປະເທດຕ່າງໆໃນການພັດລະນາລະບົບກະສິກໍາໃຫ້ມີຄວາມທັນສະໄໝ ແລະ ຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ. ແຜນພັດທະນາດັ່ງກ່າວ ໄດ້ສອດ​ຄ່ອງ​ກັບ​ຍຸດທະສາດການຄົ້ນຄວ້າວິທະຍາສາດ-ເຕັກໂນໂລຊີ ກະສິກໍາ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ຂອງ​ ສປປ ລາວ, ທີ່ໄດ້ກໍານົດເປົ້າໝາຍບັນລຸຮອດປີ 2025 ໃນການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານຂອງຊາດ, ພັດທະນາກະສິກຳແບບຍືນຍົງ, ຜະລິດສິນຄ້າກະສິ ກຳທີ່ມີທ່າແຮງ ປະກອບສ່ວນສ້າງພື້ນຖານເສດຖະກິດໃຫ້ແກ່ປະເທດຊາດ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະ   ໄໝ. ​ເຖິງ​ຢ່າງ​ໃດ​ກໍດີ, ໃນຂະແໜງການດັ່ງກ່າວນີ້ ​ສປປ ລາວ ​ຍັງ​ຕ້ອງ​ເລັ່ງລັດ​ການ​ພັດທະນາ​ນະວັດ​ຕະກຳ ​ແລະ ​ເຕັກ​ໂນ​ໂລ​ຊີ​ດ້ານ​ກະສິກຳ​ທີ່​ມີຕົ້ນທຶນຕໍ່າ ​ເພື່ອ​ໃຫ້​ຊາວ​ກະສິກອນ​ຂະໜາດ​ນ້ອຍ​ສາມາດ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຊີໃຫ້​ຫລາຍ​ກວ່າ​ເກົ່າ. ການພັດທະນາທັກສະໃນການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃຫ້ແກ່ບຸກຄະລາກອນດ້ານກະສິກຳ ກໍເປັນສິ່ງສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ ໄປຄຽງຄູ່ກັບການກັບການສົ່ງເສີມການລົງທຶນຂອງຕ່າງປະເທດໃນອຸດສາຫະກໍາກະສິກໍາ ແລະ ເຕັກໂນໂລຊີ, ຮ່ວມມືກັບບັນດາປະເທດທີ່ມີທ່າແຮງດ້ານການພັດທະນາກະສິກໍາ  ​ເພື່ອຜະລິດ ແລະ ສະໜອງສະບຽງອາຫານໃຫ້ແກ່ປະຊາຊົນລາວ, ກ້າວໄປສູ່​ສ້າງ​ມູນ​ຄ່າ​ເພີ່ມ ແລະ ສົ່ງ​ເສີມ​​ຕ່ອງ​ໂສ້​ການ​ສະໜອງ​ກະສິກຳ​ຂອງລາວເຮົາ​ໃຫ້​ສາມາດ​ແຂ່ງຂັນ​ໃນ​ຕະຫລາດ​ສາກົນໄດ້​ຢ່າງ​ຍືນ​ຍົງໃນອະນາຄົດ.​ (ພິມມະສອນ)

   ໂຄງການຄົ້ນຄວ້າຮ່ວມລາວ - ຈີນ ສະຖາບັນການຕ່າງປະເທດ



KPL