ລາວໂທລະຄົມ ສະຫລຸບການເຄື່ອນໄຫວວຽກງານ ປີ 2024

20/02/2025 20:30
Email Print 83
KPL - Asean 2024 ຂປລ. ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດກອງປະຊຸມສະຫລຸບ ຜົນງານການ ເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ໃນວັນທີ 20 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ​ ກະຊວງ​ເຕັກໂນໂລຊີ ​ແລະ ການ​ສື່ສານ, ມີຜູ້ຕາງໜ້າຈາກ ລາວໂທລະຄົມ ຈາກສູນກາງ, ສາຂາແຂວງທົ່ວປະເທດ, ຜູ້ຕາງໜ້າຈາກ ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມ.



ຂປລ. ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດກອງປະຊຸມສະຫລຸບ ຜົນງານການ ເຄື່ອນໄຫວວຽກງານ ປະຈຳປີ
2024 ແລະ ວາງທິດທາງແຜນການ ປີ 2025 ໃນວັນທີ 20 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ​ ກະຊວງ​ເຕັກໂນໂລຊີ ​ແລະ ການ​ສື່ສານ, ມີຜູ້ຕາງໜ້າຈາກ ລາວໂທລະຄົມ ຈາກສູນກາງ, ສາຂາແຂວງທົ່ວປະເທດ, ຜູ້ຕາງໜ້າຈາກ ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມ.




ໂອກາດນີ້
, ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອໍານວຍການໃຫຍ່ບໍລິສັດລາວ ໂທລະຄົມມະ ນາຄົມ ມະຫາຊົນ ໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນ ທີ່ ລາວໂທລະຄົມ ສາມາດຍາດມາໄດ້ ໃນໄລຍະ 1 ປີຜ່ານມາ ເປັນຕົ້ນ ໄດ້ລົງທຶນຂະຫຍາຍຕາໜ່າງ ລະບົບໂທລະຄົມມະນາຄົມ ມີມູນຄ່າທັງໝົດ 15,74 ລ້ານໂດລາສະຫະລັດ. ປັດຈຸບັນ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ມີ​​ສະຖານີ​ມື​ຖື 2G, 3G, 4G, 4,5G ຄວບຄຸມພື້ນທີ່ ປະຊາກອນທົ່ວປະເທດ. ນອກຈາກນັ້ນ, ຍັງມີ 5G ໃຫ້ບໍລິການຢູ່ບັນດາຕົວເມືອງໃຫຍ່ ແລະ ມີ FTTH ໃຫ້ບໍລິການທົ່ວປະເທດ ເຊິ່ງໄດ້ກາຍເປັນປັດໄຈ ຫລັກທີ່ຜັກດັນໃຫ້ ກຸ່ມບໍລິສັດລາວໂທລະຄົມ ສາມາດຂະຫຍາຍຖານລູກຄ້າ ໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ. ມາຮອດປັດຈຸບັນ ມີລູກຄ້າ​ໃຊ້​ບໍລິການຕົວຈິງ MBB ແລະ FBB ຈໍານວນ 3,3 ລ້ານກວ່າເລກໝາຍ, ໃນປີ 2024 ຜ່ານມາ ກຸ່ມບໍລິສັດ ສາມາດສ້າງລາຍຮັບໄດ້ທັງໝົດ 2.397,93 ຕື້ກີບ (ບໍ່ລວມອາກອນ), ສາມາດປະຕິບັດພັນທະ ໃຫ້ລັດຖະບານ ທັງໝົດ 549,75 ຕື້ກີບ. ນອກຈາກນັ້ນ, ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆ ເພື່ອຍົກສູງລະດັບຊີວິດ ການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ໄປຄຽງຄູ່ກັບການດໍາເນີນທຸລະກິດ ຍັງໄດ້ປະກອບສ່ວນຊ່ວຍ ເຫລືອ ແລະ ໃຫ້ການອຸປະຖຳຕໍ່ອົງຈັດຕັ້ງຂອງພັກ-ລັດ, ສັງຄົມ, ການສຶກສາ ແລະ ສະໜອງການບໍລິການເຂົ້າໃນ ກອງປະຊຸມລະດັບຊາດ (ASEAN) ທີ່ ສປປ ລາວ ເປັນເຈົ້າພາບ ລວມມູນຄ່າທັງໝົດ 12 ຕື້ກວ່າກີບ ແລະ ຍັງໄດ້ສືບຕໍ່ສະໜອງອຸປະກອນ ແລະ ສັນຍານອິນເຕີເນັດ ສຳລັບການຮຽນທາງໄກ, ກອງປະຊຸມທາງໄກ ຂອງອົງການຈັດຕັ້ງພັກ-ລັດ ຈຳນວນໜຶ່ງ ໃນມູນຄ່າຫລາຍຕື້ກີບ.




ສຳລັບ ແຜນການປີ
2025 ນີ້, ລາວໂທລະຄົມ ຈະສູ້ຊົນຮັກສາຖານລູກຄ້າເກົ່າ, ສ້າງຖານລູກຄ້າໃໝ່ ແລະ ຈະສ້າງລາຍຮັບໃຫ້ໄດ້ທັງໝົດ 2.624,68 ຕື້ກີບ, ທຽບໃສ່ປີ 2024 ເພີ່ມຂຶ້ນ 9,26% ຄາດຄະເນກໍາໄລສຸດທິໃຫ້ໄດ້ 612,29 ຕື້ກີບ ແລະ ຄາດຄະເນວ່າ ຈະສາມາດປະຕິບັດພັນທະ ໃຫ້ລັດ ຖະບານ 597,09 ຕື້ກີບ. ນອກຈາກນັ້ນ, ຍັງຈະໄດ້ລົງທຶນທັງໝົດ 17,29 ລ້ານໂດລາສະຫະລັດ ເພື່ຶອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband and Fixed Broadband ໃຫ້ຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝ ​ເພື່ອ​ຮັບປະກັນ​ໃຫ້​ແກ່​ ການ​ບໍລິການ​ສັງຄົມ ທັງໝົດເຫລົ່ານີ້ ກໍເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໄສທັດກ້າວໄປສູ່ຍຸກ Lao Digital Life. 

ໂອກາດນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ໃນຫລາຍດ້ານທີ່ ບໍລິສັດລາວໂທລະຄົມມະນາຄົມ ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະ ສາມາດສ້າງລາຍຮັບ ແລະ ປະຕິບັດພັນທະໃຫ້ລັດຖະບານ ໄດ້ເກີນເປົ້າໝາຍ, ທັງໄດ້ປະກອບສ່ວນຊ່ວຍ ເຫລືອ ຕໍ່ອົງການຈັດຕັ້ງ ຂອງພັກ-ລັດ, ສັງຄົມ ໂດຍສະເພາະດ້ານການສຶກສາ ແລະ ສະໜອງການບໍລິການ ເຂົ້າໃນກອງປະຊຸມ ສຳຄັນລະດັບຊາດ ທີ່ ສປປ ລາວ ເປັນເຈົ້າພາບ, ທັງໄດ້ປະກອບສ່ວນສະໜອງອຸປະກອນ ແລະ ສັນຍານອິນເຕີເນັດ ສຳລັບ ການຮຽນທາງໄກ, ກອງປະຊຸມທາງໄກ ຂອງອົງການຈັດຕັ້ງ ພັກ-ລັດ ຈຳນວນໜຶ່ງໃນ ມູນຄ່າຫລາຍຕື້ກີບ. ພ້ອມນີ້, ທ່ານຍັງໄດ້ ເນັ້ນໃຫ້ຄະນະບໍລິຫານ ຕະຫລອດຮອດພະນັກງານທົ່ວ ບໍລິສັດລາວໂທລະຄົມມະນາຄົມ ຫັນການຈັດຕັ້ງປະຕິບັດວຽກງານ ດ້ານຕ່າງໆໃຫ້ເປັນທັນສະໄໝ ເພື່ອເຮັດໃຫ້ວຽກງານໂທລະຄົມມະນາຄົມ ກໍຄື ການສະໜອງການບໍລິ ການຕ່າງໆໃຫ້ໄດ້ຮັບການພັດທະນາ, ມີຄວາມທັນສະໄໝ, ວ່ອງໄວ, ທົ່ວເຖິງ ສາມາດຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການ ຂອງສັງຄົມ.

ຂ່າວ-ພາບ: ທະນູທອງ

KPL