ສສຊ ແລະ ສສ ນວ ພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງປາກງື່ມ

ຂປລ. ສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ (ນວ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສນວ) ຊຸດທີ II ນຳໂດຍທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນວ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫລວງ ຊຸດທີ II, ພ້ອມທັງຟັງຄຳຄິດເຫັນ ແລະ ຄຳສະເໜີຂອງຜູ້ມີສິດເລືອກຕັ້ງ ຢູ່ເມືອງປາກງື່ມ ນວ ໃນວັນທີ 19 ກຸມພາ 2025 ໂດຍການຕ້ອນຮັບຂອງ ທ່ານ ນາງ ອາມິດຕາ ສີປະມວນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກພະນັກງານ-ລັດຖະກອນ ພ້ອມດ້ວຍຄະນະປະຈຳພັກເມືອງ, ຄະນະພັກເມືອງ, ພະນັກງານຫລັກແຫລ່ງ ແລະ ພະນັກງານວິຊາການ ຂອງບັນດາຫ້ອງການ ອ້ອມຂ້າງເມືອງ ເຂົ້າຮ່ວມ.
ທ່ານ ນາງ ອາມິດຕາ ໄດ້ລາຍງານ ໄດ້ໃຫ້ຮູ້ກ່ຽວກັບສະພາບລວມ ຂອງເມືອງປາກງື່ມ ໂດຍຫຍໍ້ ກ່ຽວກັບຂໍ້ມູນສະພາບລວມດ້ານທີ່ຕັ້ງ, ດ້ານການເມືອງແນວຄິດ, ຜົນສຳເລັດການຈັດຕັ້ງປະຕິບັດ ວຽກງານຜ່ານມາ ໃນແຕ່ລະຂົງເຂດ ໂດຍສະເພາະ ດ້ານເສດຖະກິດ, ດ້ານວັດທະນະທຳ-ສັງຄົມ, ດ້ານວຽກງານ ປກຊ-ປກສ ແລະ ບັນຫາຄົງຄ້າງ ຂອງອົງການປົກຄອງເມືອງ ເປັນຕົ້ນ ຍັງມີພະນັກງານ, ສະມາຊິກພັກ ແລະ ອົງການປົກຄອງບ້ານ ຈຳນວນໜຶ່ງຍັງຖືເບົາ, ມີການລະເມີດລະບຽບກົດໝາຍ, ການແກ້ໄຂປະກົດຫານຫຍໍ້ທໍ້ໃນສັງຄົມ ຕິດພັນບັນຫາຢາເສບຕິດ, ຂີ້ລັກ, ງັດແງະ ຍັງມີຫລາຍດ້ານບໍ່ທັນສາມາດແກ້ໄຂໄດ້; ການຄຸ້ມຄອງໂຄງການລົງທຶນຂອງລັດ ຍັງບໍ່ທັນໄດ້ດີ, ບາງໂຄງການຊັກຊ້າ, ຢຸດສະງັກ; ການຈັດສັນຊາວຄ້າຂາຍ ຕາມແຄມທາງຍັງເຮັດບໍ່ທັນເດັດຂາດ, ການຊຸກຍູ້ສົ່ງເສີມການຜະລິດສິນຄ້າ ຍັງບໍ່ທັນເຂັ້ມແຂງ; ການຄຸ້ມຄອງຮ້ານກິນດື່ມບັນເທີງ, ຮ້ານອິນເຕີເນັດ ຍັງບໍ່ເຄື່ອນໄຫວຕາມລະບຽບ ແລະ ການຖີ້ມຂີ້ເຫຍື້ອຊະຊາຍຍັງແກ້ໄຂບໍ່ທັນໄດ້ດີ.
ພາຍຫລັງ ໄດ້ຮັບຟັງການລາຍງານ ສະພາບລວມຂອງເມືອງແລ້ວ, ບັນດາ ສສຊ ແລະ ສສນວ ກໍໄດ້ຜັດປ່ຽນກັນ ເຜີຍແຜ່ຜົນສໍາເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II ກໍຄື ບັນຫາສຳຄັນຕ່າງໆ ທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມ ໂດຍສະເພາະ ຜົນການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ, ຂອງນະຄອນຫລວງວຽງຈັນ ໃນທຸກຂົງເຂດວຽກງານ ໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ແນໃສ່ເຮັດໃຫ້ຜູ້ມີສິດເລືອກຕັ້ງ ຢູ່ພາຍໃນເມືອງປາກງື່ມ ໄດ້ເຊື່ອມຊຶມ, ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ກ່ຽວກັບຜົນສໍາເລັດ ຂອງສອງ ກອງປະຊຸມດັ່ງກ່າວ. ພ້ອມກັນນີ້, ກໍເພື່ອຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີ ຂອງຜູ້ມີສິດເລືອກຕັ້ງ ຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ ແລະ ບັນດາບັນຫາພົ້ນເດັ່ນຕ່າງໆ ທີ່ຈະເປັນຂໍ້ມູນໃຫ້ແກ່ ສສຊ ແລະ ສສນວ ໄດ້ນໍາໄປຄົ້ນຄ້ວາພິຈາລະນາ, ປະກອບຄໍາຄິດຄໍາເຫັນ ໃນການພິຈາລະນາ ບັນ ຫາສໍາຄັນຕ່າງໆ ໃນກອງປະຊຸມ, ພ້ອມທັງນໍາສະເໜີຕໍ່ອົງການປົກຄອງ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂຕາມພາລະບົດບາດ.
ຂ່າວ-ພາບ: ຫ້ອງວ່າການ ນວ