ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ຄຳບາງ ອ້ວນເລືອງສີ ຫົວໜ້າພະແນກແຜນການ ແລະ ບໍລິຫານການສຶກສາ ໄດ້ຜ່ານບົດສະຫລຸບບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍສະຫາຍໄດ້ໃຫ້ຮູ້ວ່າ: ຫ້ອງສຶກສາເປັນຫ້ອງການຄູ ມີໜ້າທີ່ໃນການສິດສອນ ສົ່ງຄວາມຮູ້ໃຫ້ນັກຮຽນ ໃນລະບົບສາມັກສຶກສາ ແລະ ປະຕິບັດວຽກງານປິ່ນອ້ອມຕາມແຜນການຂອງໂຮງຮຽນ. ໃນນີ້, ປະກອບມີ ພະນັກງານ, ຄຸ-ອາຈານ ແລະ ນັກຮົບທັງໝົດ 137 ສະຫາຍ, ຍິງ 64 ສະຫາຍ, ພະນັກງານບໍລິຫານ-ວິຊາການ 14 ສະຫາຍ, ຍິງ 7 ສະຫາຍ; ນັກຮຽນທັງໝົດມີ 400 ຄົນ, ຍິງ 135 ຄົນ, ແບ່ງອອກເປັນຊັ້ນລະ 4 ຫ້ອງຮຽນ; ຊັ້ນ ມ2 ມີ 135 ຄົນ, ຍິງ 31 ຄົນ, ຊັ້ນ ມ6 ມີ 132 ຄົນ, ຍິງ 44 ຄົນ, ຊັ້ນ ມ7 ມີ 133 ຄົນ, ຍິງ 59 ຄົນ, ມີໜ້າສອບເສັງຕົວຈິງ 399 ຄົນ, ຍິງ 58 ຄົນ. ສຳລັບການສອບເສັງພາກຮຽນທີ I ສົກຮຽນ 2024-2025 ເລີ່ມແຕ່ທີ 13-17 ມັງກອນ 2025 ແມ່ນຮັກສາໄດ້ຄວາມສະງົບປອດໄພ 100%, ຮັບປະກັນໄດ້ປະລິມານ ແລະ ຄຸນນະພາບສູງ ເຊິ່ງສະແດງໃຫ້ ເຫັນຜົນການສອບເສັງ ຊັ້ນ ມ2 ເສັງໄດ້ຄະແນນ 5 ຂຶ້ນໄປທຸກວິຊາ ລວມ 129 ຄົນ, ຍິງ 31 ເທົ່າກັບ 95,5 %; ຊັ້ນ ມ6 ເສັງໄດ້ຄະແນນ 5 ຂຶ້ນໄປທຸກວິຊາ ລວມ 131 ຄົນ, ຍິງ 44 ເທົ່າກັບ 99,24 %, ຊັ້ນ ມ7 ເສັງໄດ້ຄະແນນ 5 ຂຶ້ນໄປທຸກວິຊາ ລວມ 132 ຄົນ, ຍິງ 58 ເທົ່າກັບ 99,24 %. ນອກນັ້ນ, ຍັງມີວຽກງານອື່ນໆ ປີ່ນອອມກົມກອງກໍໄດ້ຮັບໝາກຜົນສຳເລັດເປັນຢ່າງດີ.
ໂອກາດນີ້, ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳບາງບັນຫາ ໂດນເນັ້ນໃຫ້ທຸກສະຫາຍ ຄູ-ອາຈານ ພ້ອມກັນເອົາໃຈໃສ່ສຸມສະຕິປັນຍາ ທຸກເຫື່ອແຮງປະກອບສ່ວນເຂົ້າໃນ ການສິດສອນສົ່ງຄວາມຮູ້ໃຫ້ນັກຮຽນ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີຄວາມເປັນເອກະພາບ, ເປັນເຈົ້າການໃນການ ຈັດຕັ້ງປະຕິບັດໜ້າທີ່ ທີ່ຖືກມອບໝາຍໃຫ້ມີປະສິດທິ ພາບສູງ, ນັກຮຽນທຸກຄົນຕ້ອງເອົາໃຈໃສ່ ຄົ້ນຄວ້າຮຳຮຽນ ກະກຽມຄວາມພ້ອມໃສ່ບັ້ນສອບເສັງ ຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າຄັ້ງທີ່ຜ່ານມາ, ພ້ອມກັນນຳເອົາເນື້ອໃນ ແລະ ບົດຮຽນທີ່ຖອດຖອນໄດ້ນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຍິ່ງກວ່າເກົ່າ.
ຂ່າວ: ໂອລິນ ມິ່ງມີໄຊ