ສໍາເລັດ ກອງປະຊຸມວິຊາການວຽກ ແຮງງານ ແລະ ສະຫວັດດີການສັງຄົມ

19/02/2025 21:44
Email Print 83
KPL - Asean 2024 ຂປລ. ກອງປະຊຸມວິຊາການວຽກແຮງງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ປະຈຳປີ 2024 ໄດ້ອັດລົງຄວາມຜົນສຳເລັດອັນຈົບງາມ ໃນຕອນບ່າຍຂອງວັນທີ 19 ກຸມພາ 2025 ໂດຍເປັນກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະ ມົນຕີ ກະຊວງງານແຮງ ແລະ ສະຫວັດດີການສັງຄົມ (ຮສສ), ມີຮອງລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂປລ.  ກອງປະຊຸມວິຊາການວຽກແຮງງານ ແລະ  ສະ​ຫວັດ​ດີ​ການ​ສັງ​ຄົມ ປະຈຳປີ 2024 ໄດ້ອັດລົງຄວາມຜົນສຳເລັດອັນຈົບງາມ ໃນຕອນບ່າຍຂອງວັນທີ 19 ກຸມພາ 2025 ໂດຍເປັນກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ທ່ານ ນາງ ໃບຄໍາ ຂັດທິຍະ  ລັດຖະ ມົນຕີ ກະຊວງງານແຮງ ແລະ ສະຫວັດດີການສັງຄົມ (ຮສສ), ມີຮອງລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ນາງ ໃບຄໍາ ຂັດທິຍະ ໄດ້ລາຍງານກ່ຽວ​ກັບ​ຜົນ​ສໍາ​ເລັດ ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ວ່າ: ກອງປະຊຸມໄດ້ເອກະພາບສູງ ຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານ ຮສສ  ໃນປີ 2024 ເຊິ່ງ ສາມາດສັງລວມໄດ້ບາງບັນຫາທີ່ພົ້ນເດັ່ນບາງດ້ານຄື: ດ້ານການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ສໍາເລັດຕາມແຜນກຳນົດ; ໄດ້ເອົາໃຈໃສ່ປະສານສົມທົບກັບ ອົງການຈັດຕັ້ງຕ່າງໆຂອງລັດ, ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ, ສັງຄົມ ດໍາເນີນການພັດທະນາສີມືແຮງງານ ເພື່ອສະໜອງຕາມຄວາມຕ້ອງການ ຂອງຕະຫລາດແຮງງານ, ຝຶກເພື່ອປະກອບອາຊີບອິດສະລະ ຕາມສາຂາອາຊີບຕ່າງໆ ໄດ້ທັງໝົດ 34.324 ຄົນ, ​ຍິງ 15.015 ຄົນ; ສົມທົບຫົວໜ່ວຍແຮງງານ ເຮັດການທົດສອບ ແລະ ອອກໃບຢັ້ງຢືນລະດັບສີມືແຮງງານ ຕາມມາດຕະຖານ ສີມືແຮງງານແຫ່ງຊາດ, ໄດ້ປັບປຸງກົນໄກການບໍລິການ ຈັດຫາງານດ້ວຍຫລາຍຮູບແບບທັງເຊິ່ງໜ້າ ແລະ ອອນລາຍ, ຜ່ານ​ເວັບ​ໄຊ (website), application, Facebook, ຊຸກຍູ້ໃຫ້ຫົວໜ່ວຍແຮງງານ ປະກາດຮັບສະໝັກເອງ, ປະສານສົມທົບກັບບັນດາຫົວໜ່ວຍແຮງງານ ແລະ ອົງການປົກຄອງທ້ອງຖິ່ນ ຈັດງານຕະຫລາດນັດແຮງງານ ຢ່າງເປັນຂະບວນຟົດຟື້ນ; ສັງລວມຕົວເລກຈັດຫາວຽກເຮັດງານທໍາໃຫ້ເຂົ້າສູ່ຕະຫລາດແຮງານ ພາຍໃນ ແລະ ຕ່າງປະເທດ ຕິດພັນກັບວາລະແຫ່ງຊາດ ໄດ້ທັງໝົດ 124.539 ຄົນ.

ສຳລັບ ວຽກສະຫວັດດີການສັງຄົມ ໄດ້ສຸມໃສ່ຂະຫຍາຍອັດຕາການປົກຄຸມປະກັນສັງຄົມ ໃນພາກທຸລະກິດ ແລະ ຜູ້ສະໝັກໃຈ, ປັດຈຸບັນມີຫົວໜ່ວຍວິສາຫະກິດ ທີ່ຈ່າຍເງິນສົມທົບທັງໝົດ 4.746 ຫົວໜ່ວຍ, ມີຜູ້ປະກັນຕົນທີ່ຂື້ນທະບຽນ ແລະ ຈ່າຍເງິນສົມທົບ 370.882 ຄົນ, ຍິງ​  179.484 ຄົນ ຊຶ່ງ​ກວມເອົາ​ຜູ້​ເກີດສິດ ແລະ ສະມາຊິກຄອບຄົວ ທີ່ໄດ້ຮັບການຄຸ້ມຄອງປິ່ນປົວ​ສຸຂະ ພາບ ຈາກລະບົບປະກັນສັງຄົມ​ ທັງ​ໝົດ 896.445 ຄົນ, ຍິງ 449.179 ຄົນ, ກວມປະມານ  23% ຂອງພົນລະເມືອງທັງໝົດ ອັນພົ້ນເດັ່ນໃນປີ 2024 ເຫັນວ່າ ຜູ້ປະກັນຕົນສະໝັກໃຈ ໄດ້ເຂົ້າຮ່ວມລະບົບປະກັນສັງຄົມເພີ່ມຂຶ້ນ ລື່ນໃນຕົວເລກກ້າວກະໂດດ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL