ຮສສ ຕ້ອງສຸມໃສ່ພັດທະນາ ກໍາລັງແຮງງານລາວ ຕອບສະໜອງຕາມຄວາມຕ້ອງການຂອງຕະຫລາດ

19/02/2025 21:42
Email Print 83
KPL - Asean 2024 ຂປລ. ​ໃນ​ໂອກາດ​ເຂົ້າ​ຮ່ວມພິທີ​ປິດ ກອງປະຊຸມວິຊາການວຽກແຮງງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ປະຈຳປີ 2024 ໃນຕອນບ່າຍວັນທີ 19 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີ​ຄໍາ​ເຫັນ​ໂອ້​ລົມ​ຕໍ່​ກອງ​ປະຊຸມ ​ໂດຍເນັ້ນໃຫ້ສຸມໃສ່ ການພັດທະນາສີມືໃຫ້ກໍາລັງແຮງງານລາວ ໃຫ້ມີຄຸນນະພາບ ແລະ ສາມາດຕອບສະໜອງ ຕາມຄວາມຕ້ອງການຕະຫລາດພາຍໃນ ແລະ ຕ່າງປະເທດ




ຂປລ. ​ໃນ​ໂອກາດ​ເຂົ້າ​ຮ່ວມພິທີ​ປິດ ກອງປະຊຸມວິຊາການວຽກແຮງງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ປະຈຳປີ
2024 ໃນຕອນບ່າຍວັນທີ 19 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີ​ຄໍາ​ເຫັນ​ໂອ້​ລົມ​ຕໍ່​ກອງ​ປະຊຸມ ​ໂດຍເນັ້ນໃຫ້ສຸມໃສ່ ການພັດທະນາສີມືໃຫ້ກໍາລັງແຮງງານລາວ ໃຫ້ມີຄຸນນະພາບ ແລະ ສາມາດຕອບສະໜອງ ຕາມຄວາມຕ້ອງການຕະຫລາດພາຍໃນ ແລະ ຕ່າງປະເທດ ໂດຍຕ້ອງເຮັດວຽກ ເປັນລະບົບຢ່າງແຂງແຮງ ກັບຫົວໜ່ວຍແຮງງານ ທີ່ເປັນຜູ້ນໍາໃຊ້ແຮງງານຕົວຈິງ ໂດຍໃຫ້ຫົວໜ່ວຍແຮງງານເຫລົ່ານີ້ ໄດ້ເຂົ້າມາມີສ່ວນຮ່ວມ ໃນການພັດທະນາ ສີມືແຮງງານໃຫ້ຫລາຍຂຶ້ນ ແລະ ຮັບເອົາແຮງງານ ທີ່ໄດ້ຜ່ານການຝືກ ເຂົ້າສູ່ຕຳແໜ່ງງານເລີຍ, ເຮັດໃຫ້ຜູ້ອອກ ແຮງງານໄດ້ຝຶກທັກສະ, ມີຄວາມຊຳນານງານ, ມີລະບຽບວິໄນ, ມີວຽກເຮັດງານທຳທີ່ໝັ້ນທ່ຽງ, ມີລາຍຮັບສາມາດເພິ່ງຕົນເອງ ແລະ ລ້ຽງຄອບຄົວໄດ້.

ພ້ອມ​ນີ້, ​ໃຫ້ເອົາໃຈໃສ່ພັດທະນາ ລະບົບຖານຂໍ້ມູນຂ່າວສານ ຕະຫລາດແຮງງານ ໃຫ້ເປັນກົນໄກ ການດັດສົມລະຫວ່າງຄວາມຕ້ອງການ ແລະ ການສະໜອງ ກຳລັງແຮງງານຕາມຂະແໜງເສດຖະກິດ ແລະ ສາມາດເຊື່ອມຕໍ່ລະບົບຖານຂໍ້ມູນແຮງງານ ກັບ ລະບົບຖານຂໍ້ມູນອາກອນເງິນເດືອນ ໃຫ້ເປັນລະບົບ; ປັບປຸງກົນໄກ ການເຮັດວຽກ ຂອງຄະນະກຳມະການແຮງງານແຫ່ງຊາດ (ກະຊວງແຮງງານແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນກຳມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ) ໃຫ້ສາມາດເຮັດບົດບາດ ເປັນຈຸດເຕົ້າໂຮມ ແລະ ແກ້ໄຂບັນຫາຕ່າງໆ ທີ່ຕິດພັນກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ໃຫ້ມີຄວາມວ່ອງໄວ ແລະ ແທດຕົວຈິງ; ດຳເນີນການກວດກາຄືນບັນດາວິສາຫະກິດຈັດຫາງານ ເພື່ອສືບຕໍ່ສົ່ງເສີມໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະ ແມ່ນເນັ້ນໃສ່ການຈັດຫາງານພາຍໃນໃຫ້ດີ, ສືບຕໍ່ບັງຄັບໃຊ້ກົດໝາຍຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດທີ່ມາອອກແຮງງານຢູ່ລາວ ໃຫ້ມີປະສິດທິຜົນ ແລະ ເດັດຂາດກວ່າເກົ່າ; ພັດທະນາລະບົບປົກປ້ອງສັງຄົມໃຫ້ ມີຄວາມເຂັ້ມແຂງ ເພື່ອໃຫ້ສາມາດບໍລິການຕໍ່ປະຊາຊົນທີ່ດ້ອຍໂອກາດ, ຜູ້ປະສົບໄພພິບັດ, ພະນັກງານທີ່ມີຜົນງານໃນພາລະກິດປະຕິວັດ, ຜູ້ອອກແຮງງານພາກວິສາຫະກິດ ແລະ ຜູ້ປະກອບອາຊີບອິດສະລະ ສ່ວນບຸກຄົນທີ່ມີປະສິດທິພາບທີ່ດີຂຶ້ນ ໂດຍຕ້ອງສຸມໃສ່ ພັດທະນາລະບົບປະກັນສັງຄົມ ແລະ ສະຫວັດ ດີການສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບ ແນໃສ່ເຮັດໃຫ້ຜູ້ອອກແຮງງານ ສາມາດເຂົ້າເຖິງການປະກັນຕົນ ແລະ ເຂົ້າເຖິງການບໍລິການປະກັນສັງຄົມ ທີ່ມີປະສິດທິຜົນ ແລະ ກວ້າງຂວາງກວ່າເກົ່າ; ສ້າງສິ່ງອຳນວຍຄວາມສະດວກໃຫ້ຜູ້ອອກ ແຮງງານນອກລະບົບ ຕາມກຸ່ມອາຊີບຕ່າງໆ ໃນຂັ້ນທ້ອງຖິ່ນ ໄດ້ເຂົ້າຮ່ວມລະບົບປະກັນສັງຄົມແບບສະໝັກໃຈ ໃຫ້ຫລາຍຂຶ້ນ, ພ້ອມທັງປັບປຸງກົນໄກການຄຸ້ມຄອງ ແລະ ບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ມີຄວາມໂປ່ງໃສ ຍືນຍົງ, ສາມາດຕອບສະໜອງ ການບໍລິການທີ່ມີຄຸນນະພາບ ແລະ ວ່ອງໄວ້.




ສືບຕໍ່ປະຕິບັດນະໂຍບາຍ ໃຫ້ການຊ່ວຍເຫລືອແກ່ຜູ້ມີຜົນ ງານປະຕິວັດຊາດໃນເປົ້າໝາຍບູລິມະສິດໃຫ້ສຳເລັດໄວຂຶ້ນ, ແຕ່ສິ່ງສໍາຄັນພາກສ່ວນທີ່ຮັບຜິດຊອບຕ້ອງ ມີຄວາມຊັດເຈນທາງດ້ານຂໍ້ມູນ ແລະ ມີຄວາມເອກະພາບ ລະຫວ່າງກະຊວງ ກັບແຕ່ລະທ້ອງຖິ່ນ ຫລີກເວັ້ນປະຕິບັດນະໂຍບາຍຊໍ້າຊ້ອນ ຫລື ບໍ່ຖືກເປົ້າໝາຍ ແລະ ຕ້ອງເອົາໃຈໃສ່ຕິດຕາມ, ໃຫ້ເງິນນະໂຍບາຍຕ້ອງມີຄວາມໂປ່ງໃສ, ຍຸຕິທໍາ ແລະ ມອບສົ່ງ ຫລື ເບີກຈ່າຍໃຫ້ໄປຮອດໄປເຖິງເປົ້າໝາຍ ຢ່າງຄົບຖ້ວນ
; ພັດທະນາລະບົບສະຫວັດດີການສັງຄົມ ກໍຄື ວຽກງານສັງຄົມສົງເຄາະ ໃຫ້ສາມາດປະຕິບັດ ນະໂຍບາຍສົງເຄາະ ແລະ ບັນເທົາທຸກໃຫ້ປະຊາຊົນ ທີ່ທຸກຍາກ ແລະ ຜູ້ປະສົບໄພພິບັດຕ່າງໆ ໂດຍສົ່ງເສີມໃຫ້ສັງຄົມມີສ່ວນຮ່ວມຢ່າງກວ້າງຂວາງ, ເພີ່ມທະວີປະຕິບັດມາດຕະການປ້ອງກັນ, ການຄວບຄຸມຊ່ວຍເຫລືອສຸກເສີນ ແລະ ການຟື້ນຟູຫລັງໄພພິບັດ ລວມທັງວຽກການແກ້ໄຂລະເບີດ ບໍ່ທັນແຕກທີ່ຕົກຄ້າງໃຫ້ມີ ປະສິດທິຜົນດີຂຶ້ນ; ສຸມໃສ່ສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ເພື່ອເປັນເຄື່ອງມື ໃນການບໍລິຫານວຽກງານ ໃຫ້ມີຄວາມສັກສິດ, ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະ ສ້າງແຜນຍຸດທະສາດ ໃນການພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ລະ ຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວກວ່າເກົ່າ ໂດຍໃຫ້ມີການແບ່ງງານແບ່ງຄວາມຮັບ ຜິດຊອບ ລະຫວ່າງກະຊວງ ແລະ ທ້ອງຖິ່ນ ຢ່າງຈະແຈ້ງ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໃຫ້ເກີດດອກອອກຜົນຕົວຈິງ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL