ສະຫລຸບຕີລາຄາວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ

ຂປລ. ກອງປະຊຸມ ສະຫລຸບວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນ ໃນລະຫວ່າງວັນທີ 17-18 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ກະສິກຳ ແລະ ປ່າໄມ້ແຂວງໃນທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ໄດ້ລົງເລິກຄົ້ນຄ້ວາກ່ຽວກັບ ການສະຫລຸບຕີລາຄາດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 1 ປີຜ່ານມາ. ພ້ອມນີ້, ຍັງໄດ້ພ້ອມກັນຄົ້ນຄວ້າລົງເລິກກ່ຽວກັບ ການກຳນົດຕົວເລກຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມ ໃນການຈັດຕັ້ງປະຕິບັດ ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນປີ 2025 ເພື່ອໃຫ້ຕົວເລກຄາດໝາຍ ສູ້ຊົນຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ກັບຕົວເລກສູນກາງ ສັງຮວມໃຫ້ເປັນຕົວເລກເອກະພາບກັນ ແລະ ມີເປົ້າໝາຍ ທີ່ລະອຽດຈະແຈ້ງ, ຊັດເຈນ ແລະ ແທດເໝາະກັບຕົວຈິງ.
ໃນໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ໄດ້ມີຄໍາເຫັນໂດຍເນັ້ນໃຫ້ສືບຕໍ່ ຈັດຕັ້ງປະຕິບັດບັນດານິຕິກໍາ ແລະ ລະບຽບການຕ່າງໆ ຢູ່ຂັ້ນທ້ອງຖິ່ນ ໂດຍສະເພາະໃນປີ 2025 ເປັນປີສຸດທ້າຍ ໃນການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ເຊິ່ງແຜນປີ 2025 ຖືເປັນປີແຫ່ງການ “ບຸກບືນສູ້ຊົນສູງສຸດ” ໂດຍສະເພາະ ບັນດາຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມ ທີ່ກະຊວງກະສິກຳ ແລະ ປ່າໄມ້ ມອບໃຫ້ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຊິ່ງຕ້ອງມີເປົ້າໝາຍທີ່ລະອຽດ, ຊັດເຈນ, ຫັນເປັນໂຄງການ, ສຸມງົບປະ ມານ ແລະ ບຸກຄະລາກອນ ເຂົ້າໃສ່ຢ່າງມີປະສິດທິຜົນ, ເອົາໃຈໃສ່ ຈັດຕັ້ງປະຕິບັດໜ້າທີ່ ກອງເລຂາ ຂອງ ຄະນະຊີ້ນໍາວຽກງານ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ ຕາມຂໍ້ຕົກ ລົງ ເລກທີ 121/ນຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ພ້ອມທັງ ໃຫ້ຮີບຮ້ອນກວດກາ ແລະ ປັບປຸງຄືນ ລະບອບແບບແຜນວິທີເຮັດວຽກ ຄືນໃໝ່ ໃຫ້ຖືກຕ້ອງ ແລະ ສອດຄ່ອງໃນສະພາບເງື່ອນ ໄຂໃໝ່ ຕໍ່ກັບວຽກງານ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ທັງສ້າງໃຫ້ປະຊາຊົນ ຢູ່ເຂດຊົນນະບົດ ມີຊີວິດການເປັນຢູ່ທີ່ດີຂຶ້ນ.
ຂໍ້ມູນ-ພາບ: ວິທະຍຸແຫ່ງຊາດ