ປູກຜັກທຽມແນວໃດໃຫ້ໄດ້ຜົນດີ

12/02/2025 09:31
Email Print 83
KPL - Asean 2024 ຜັກທຽມ ເປັນພືດທີ່ສັງຄົມນິຍົມບໍລິໂພກຫລາຍ ແລະ ເປັນທີ່ຕ້ອງການຂອງທ້ອງຕະຫລາດ ເນື່ອງຈາກຜັກທຽມສາມາດນຳມາປະກອບອາຫານໄດ້ຫລາຍຊະນິດ ໂດຍສະເພາະອາຫານປະເພດຂົ້ວ, ຈີນ, ແຈ່ວ ແລະ ອື່ນໆ.

       *ຜັກທຽມ ເປັນພືດທີ່ສັງຄົມນິຍົມບໍລິໂພກຫລາຍ ແລະ ເປັນທີ່ຕ້ອງການຂອງທ້ອງຕະຫລາດ ເນື່ອງຈາກຜັກທຽມສາມາດນຳມາປະກອບອາຫານໄດ້ຫລາຍຊະນິດ ໂດຍສະເພາະອາຫານປະເພດຂົ້ວ, ຈີນ, ແຈ່ວ ແລະ ອື່ນໆ ນອກຈາກເປັນສ່ວນປະກອບໃນການປຸງແຕ່ງອາຫານແລ້ວຍັງສາມາດແປຮູບໄດ້ເຊັ່ນ ການເຮັດກະທຽມດອງ. ກະທຽມ ປະກອບດ້ວຍພະລັງງານ, ຄາໂບຮາຍເດດ, ນໍ້າຕານ, ເສັ້ນໃຍອາຫານ, ໄຂມັນ, ໂປຣຕີນ (ທາດຊີ້ນ), ວິຕາມີນບີ, ວີຕາມີນຊີ ແລະ ແຄວຊຽມເຊິ່ງທາດອາຫານເຫລົ່ານີ້ ຊ່ວຍເຮັດໃຫ້ສຸຂະພາບເຂັ້ມແຂງ, ປ້ອງກັນການເກີດພະຍາດມະເຮັງ, ຊ່ວຍໃນການສ້າງພູມຕ້ານທານ ໃຫ້ແກ່ຮ່າງກາຍ ແລະ ທີ່ສຳຄັນຍັງສ້າງລາຍຮັບໃຫ້ແກ່ຊາວກະສິກອນໄດ້ນໍາອີກ.

      ສໍາລັບຂັ້ນຕອນການປູກຜັກກະທຽມ ໂດຍທົ່ວໄປຜັກທຽມ ຄວນປູກໃນໄລຍະລະດູໜາວປະມານ ເດືອນຕຸລາ ແລະ ເກັບຜົນຜະລິດປະມານ ເດືອນມີນາ ເພື່ອຫລີກເວັ້ນບໍ່ໃຫ້ຜັກທຽມຖືກຝົນ.

*ການກຽມດິນ: ຄວນໄຖ ຫລື ຂຸດເລິກປະມານ 20-25 ຊັງຕີແມັດ; ຫລັງຈາກນັ້ນ ຕາກແດດ ໄວ້ 5-7 ວັນ ເພື່ອກໍາຈັດພະຍາດ, ແມງໄມ້ ແລະ ວັດສະພືດ ເມື່ອຕາກແດດໄວ້ 7 ວັນແລ້ວ ໃສ່ຝຸ່ນຄອກ (ຂີ້ງົວ, ຂີ້ຄວາຍ, ຂີ້ໄກ່ ) ໃນອັດຕາ 3 ໂຕນຕໍ່ໄລ່ (2 ກິໂລກາມ/ ຕາແມັດ) ປະສົມກັບຝຸ່ນເຄມີສູດ 15:15:15 ໃນອັດຕາ 20 ກິໂລກຣາມຕໍ່ໄລ່. ຫລັງຈາກນັ້ນຄາດປົກໃຫ້ລະອຽດແລ້ວຍົກໜານສູງ ປະມານ 20-25 ຊັງຕີແມັດ (ຖ້າເປັນພື້ນທີ່ຕໍ່າຄວນຍົກໜານສູງ 30-40 ຊັງຕີແມັດ ແລະ ເຮັດໜານຕາມທິດທາງນໍ້າໄຫລ) ຄວາມກວ້າງຂອງໜານ 150-200 ຊັງຕີແມັດ ໄລຍະຫ່າງລະຫວ່າງ ໜານ 35-45 ຊັງຕີແມັດ ເພື່ອສະດວກໃນການບົວລະບັດຮັກສາ.

*ການປູກ: ໂດຍໃຊ້ກີບຫົວກະທຽມທີ່ເລືອກໄດ້ແລ້ວນໍາໄປແຊ່ນໍ້າກ່ອນປູກ 1 ຄືນ ກ່ອນຈະນໍາໄປປູກ, ໃນການປູກແມ່ນປັກກີບກະທຽມລົງດິນ ເລິກ 2-3 ຊັງຕິແມັດ ໂດຍໃຊ້ໄລຍະຫ່າງແຖວລະຫວ່າງແຖວ 15x15 ຫລື 20x20 ຊັງ ຕິແມັດ. ແນວພັນແມ່ນ 100 ກິໂລກຣາມຕໍ່ໄລ່; ຫລັງຈາກນັ້ນຄວນປົກຄຸມດ້ວຍເຟືອງ ຫລື ແກບ ເພື່ອຮັກສາຄວາມຊຸ່ມ ແລະ ປ້ອງກັນແສງແດດແລ້ວຫົດນໍ້າໃຫ້ປຽກຊຸ່ມ.

*ສໍາລັບການບົວລະບັດຮັກສາ: ການຫົດນໍ້າໃນໄລຍະປູກ 30 ວັນ ແມ່ນຫົດນໍ້າຢ່າງສະໝໍ່າສະເໝີ 1 ຄັ້ງຕໍ່ວັນ ເມື່ອປູກໄດ້ອາຍຸ 45 ວັນຂຶ້ນໄປໃຫ້ຫລຸດການຫົດນໍ້າລົງເຫລືອ 2-3 ວັນຕໍ່ຄັ້ງ ເມື່ອກະທຽມມີອາຍຸ 70 ວັນແລ້ວຄວນຢຸດການຫົດນໍ້າເພາະໃກ້ຮອດອາຍຸການເກັບກ່ຽວ ແລະ ເພື່ອຫລຸດຄວາ ຊຸ່ມໃນດິນລົງ. ການຫົດນໍ້າຄວນໃຊ້ແບບຝັກບົວ ຫລື ບົວຫົດກໍ່ໄດ້. ສ່ວນການໃສ່ຝຸ່ນແມ່ນໃສ່ເມື່ອຜັກກະທຽມ ມີ ອາຍຸໄດ້ 14 ວັນ ໃຫ້ໃສ່ຝຸ່ນເຄມີສູດ 46:00:00 ໃນອັດຕາ 20 ກິໂລກຣາມຕໍ່ໄລ່ ຫລື ຝຸ່ນຄອກໃນອັດຕາ 2 ກິໂລກຣາມຕໍ່ຕາແມັດຈະເຮັດໃຫ້ໃບ ແລະ ລຳຕົ້ນ ຈະເລີນເຕີບໂຕໄດ້ດີ. ການກໍາຈັດວັດສະພືດ (ຫຍ້າ) ແມ່ນຄວນກໍາຈັດທຸກໆ 25 ວັນ ຫລື ພົບວ່າມີຫຍ້າເກີດຂຶ້ນຈົນກວ່າຜັກກະທຽມໄດ້ອາຍຸ 80 ວັນ. 

*ການເກັບຜົນຜະລິດ: ເມື່ອປູກ ໄດ້ 125-130 ວັນ ກໍ່ສາມາດເກັບກູ້ໄດ້ ຫລື ສັງເກດເຫັນຜັກກະທຽມເລີ່ມມີໃບແຫ້ງ ຫລື ຫ່ຽວ ແມ່ນຈະເກັບໝົດຕົ້ນ ແລະ ຫົວຂຶ້ນຈາກໜ້າດິນ ແລ້ວປະໄວ້ປະມານ 2–3 ຊົ່ວໂມງ ເພື່ອໃຫ້ດິນທີ່ຕິດກັບຮາກ. ຖ້າຈະເກັບເປັນແນວພັນໃນປີຕໍ່ໄປຄວນຕາກໃຫ້ແຫ້ງແລ້ວ ມັດຮ່ວມກັນເປັນຈຸກ ແລະ ແຂວນໄວ້ໃນບ່ອນທີ່ມີອາກາດຖ່າຍເທດີ ບໍ່ຄວນເກັບມ້ຽນໄວ້ບ່ອນທີ່ມີຄວາມຊຸ່ມຫລາຍເພາະຈະເຮັດໃຫ້ຫົວກະທຽມເກີດເຊື້ອລາ. ສຳລັບຜົນຜະລິດຕໍ່ໄລ່ ແມ່ນ 1.000 ຫາ 1.500 ກິໂລ ກຣາມ. (ໃນການເກັບກະທຽມໄວ້ໄດ້ດົນເມື່ອເວລາເກັບໃຫ້ຕັດສ່ວນຍອດແລ້ວປະໄວ້ 2 ຫາ 3 ວັນ ຖ້າຫາກບໍ່ມີການປົ່ງຍອດຕໍ່ແມ່ນຈະສາມາດເກັບໄວ້ໄດ້ດົນເພາະກະທຽມແກ່ເຕັມທີ່ແລ້ວ).

ໂດຍ: ລູກສາວຫລ້າ

KPL