ກຸ່ມນັກທ່ອງທ່ຽວຈາກປະເທດອາຊຽນ ສາມາດເຂົ້າກິ່ງແຂວງສິບສອງພັ່ນນາຂອງ ສປ ຈີນ ໂດຍຍົກເວັ້ນວິຊາ

11/02/2025 12:17
Email Print 83
KPL - Asean 2024 ນັບ​ແຕ່​ມື້​ນີ້ ​ເປັນ​ຕົ້ນ​ໄປ, ຈະ​ຈັດ​ຕັ້​ງ​ ປະ​ຕິ​ບັດ​ນະ​ໂຍ​ບາຍ ​ຍົກ​ເວັ້ນ​ວິ​ຊາ​ ຕໍ່​ກຸ່ມ​ນັກທ່ອງ​ທ່ຽວ​ ຂອງ​ປະ​ເທດ ​ອາ​ຊຽນ ​ທີ່​ເຂົ້າ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ແຂວງ​ຢູນ​ນານ​ຂອງ ສປ ​ຈີນ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ອົງ​ການ ​ຄຸ້ມ​ຄອງ ​ຊາວ​​ເຄື່ອນ​ຍ້າຍ ​ຖິ່ນ​ຖານ ແຫ່ງ​ຊາດ​ຈີນ ​ໄດ້​ອອກ​ແຈ້ງ​ການ​ ໃນ​ວັນ​ທີ 10 ກຸ​ມ​ພາ​ນີ້ ​ໂດຍ​ລະ​ບຸ​ວ່າ: ນັບ​ແຕ່​ມື້​ນີ້ ​ເປັນ​ຕົ້ນ​ໄປ, ຈະ​ຈັດ​ຕັ້​ງ​ ປະ​ຕິ​ບັດ​ນະ​ໂຍ​ບາຍ ​ຍົກ​ເວັ້ນ​ວິ​ຊາ​ ຕໍ່​ກຸ່ມ​ນັກທ່ອງ​ທ່ຽວ​ ຂອງ​ປະ​ເທດ ​ອາ​ຊຽນ ​ທີ່​ເຂົ້າ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ແຂວງ​ຢູນ​ນານ​ຂອງ ສປ ​ຈີນ. ​ກຸ່ມ​ນັກທ່ອງ​ທ່ຽວ​ທີ່​ມີ 2 ຄົນ ແລະ 2ຄົນ​ ຂຶ້ນ​ໄປ​ຂອງ 10 ປະ​ເທດ​ອາຊຽນ ຄື: ສປປ ລາວ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ໄທ, ຟີ​ລິບ​ປິນ, ສິງ​ກະ​ໂປ, ບ​ຣູ​​ໄນ, ສສ ຫວຽດ​ນາມ, ມຽນ​ມາ ແລະ​ ກຳ​ປູ​ເຈຍ, ຖື​ເອົາ​ໜັງ​ສື​ຜ່ານ​ແດນ​ທົ່ວ​ໄປ ແລະ ຈັດ​ຕັ້ງ​ຕ້ອນ​ຮັບ​ ໂດຍ​ຜ່ານ​​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຂອງ ສປ ​ຈີນ ສາ​ມາດ​ເຂົ້າ-ອອກ​ເມືອງ ​ແບບ​ຍົກ​ເວັ້ນ​ວິ​ຊາ ​ຜ່ານ​ດ່ານ ​ສະໜາມ​ບິນ​ສາ​ກົນ​ ກາ​ຊາ​ສິບ​ສອງ​ພັ່ນ​ນາ, ດ່ານ​ທາງ​ລົດ​ໄຟ​ບໍ່​ຫານ ແລະ​ ດ່ານ​ທາງຫລວງ​ບໍ່​ຫານ, ບໍ​ລິ​ເວນ​ທ່ອ​ງ​ທ່ຽວ ​ແມ່ນ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ, ໄລ​ຍະ​ເວ​ລາ​ທ່ອງ​ທ່ຽວ​ ບໍ່​ໃຫ້​ເກີນ 6 ວັນ.ຜູ້​ຮັບ​ຜິດ​ຊອບ​ ທີ່​ກ່ຽວ​ຂ້ອງ​ ຂອງອົງ​ການ​ຄຸ້ມ​ຄອງ ຊາວ​​ເຄື່ອນ​ຍ້າຍ​ ຖິ່ນ​ຖານ ແຫ່ງ​ຊາດ​ຈີນ ​ແນະ​ນຳ​ໃຫ້​ຮູ້​ວ່າ: ຕໍ່​ໄປ, ສປ ຈີນ​ ຈະ​ດຶງ​ດູດ​ຊາວ​ຕ່າງ​ປະ​ເທດ ຫລາຍກວ່າ​ເກົ່າ​ ເດີນ​ທາງ​ມາ​ທ່ຽວ​ຊົມ ແລະ ດຳ​ເນີນ​ ທຸ​ລະ​ກິດ​ຢູ່ ສປ ​ຈີນ, ເພື່ອ​ເພີ່ມ​ພະ​ລັງ​ແຮງ ​ອັນ​ໃໝ່​ ຢ່າງ​ຕໍ່​ເນື່ອງ​ ເຂົ້າ​ໃນ​​ຕະຫລາດ​ ທ່ອງ​ທ່ຽວ​ພາຍ​ໃນ, ຮັບ​ໃຊ້​ການ​ເປີດ​ ປະ​ຕູ​ທີ່​ມີ​ລະ​ດັບ​ສູງ ແລະ ການ​ພັດ​ທະ​ນາ ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ​ຂອງ ສປ ​ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL