ອະດີດ ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ໂຄງການຂຸດຄົ້ນແຮ່ທາດ ບ້ານທົ່ງມັ່ງ
![]()
ຂປລ. ໃນວັນທີ 19 ທັນວາ 2024 ນີ້, ທ່ານ ອາຊາງ ລາວລີ ອະດີດຮອງນາຍົກລັດຖະມົນຕີ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຄງການຂຸດຄົ້ນແຮ່ ການາລາຍ 4 ລ້ານໂຕນ/ປີ ແລະ ປຸງແຕ່ງໂປຕາສຊຽມ ຄລໍໄຣ 5 ແສນໂຕນ/ປີ ຂອງບໍລິສັດ ລາວ-ຈີນ ຫຍຸ້ຍຢວນ ເກືອໂປຕາສ ອຸດົມສົມບູນ ຈໍາກັດຜູ້ດຽວ ຢູ່ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນ ຈາກຄະນະຜູ້ບໍລິຫານ ບໍລິສັດ ດັ່ງກ່າວ.
![]()
ການລົງເຄື່ອນໄຫວຢ້ຽມຢາມ ໃນຄັ້ງນີ້, ທ່ານ ອາຊາງ ລາວລີ ໄດ້ລົງຢ້ຽມຢາມ ພື້ນທີ່ການກໍ່ສ້າງ ແລະ ບັນດາກິດຈະການຕ່າງໆ ຂອງໂຄງການ ກໍຄື ຂະບວນກຳມະການຜະລິດຂອງໂຮງງານ ແລະ ໄດ້ຮັບຟັງການລາຍງານຫຍໍ້ ສະພາບລວມ ຂອງການດຳເນີນງານ ກໍຄື ການຂຸດຄົ້ນແຮ່ທາດ ດັ່ງກ່າວ, ຂອງບໍລິສັດ ລາວ-ຈີນ ຫຍຸ້ຍຢວນ ເກືອໂປຕາສ ອຸດົມສົມບູນ ຈໍາກັດຜູ້ດຽວ. ມາຮອດປັດຈຸບັນ ການກໍ່ສ້າງໂດຍລວມ ຂອງໂຄງການ ສຳເລັດຫລາຍດ້ານ ເປັນຕົ້ນ ວິສະວະກໍາການກໍ່ສ້າງສໍາເລັດ 100%, ວິສະວະກໍາການປຸງແຕ່ງແຮ່ທາດ ສໍາເລັດ 100%, ວິສະວະກໍາການກໍ່ສ້າງອຸມົງ ສໍາເລັດ 75% ແລະ ວິສະວະກໍາການຕິດຕັ້ງເຄື່ອງຈັກ ແລະ ສະໜອງໄຟຟ້າ ສໍາເລັດ 80% ແລະ ໃນວັນທີ 25-27 ຕຸລາ ຜ່ານມາ, ບໍລິສັດ ໄດ້ເລີ່ມຈັດແຈງຊິ້ນສ່ວນເຄື່ອງຈັກຂຸດຄົ້ນບໍ່ແຮ່ເຂົ້າໃນອຸມົງ ແລະ ເຄື່ອງຈັກຂຸດຄົ້ນບໍ່ແຮ່ ໄດ້ຖືກຂັບເຄື່ອນໄປສູ່ພື້ນທີ່ ໜ້າວຽກທົດລອງຂຸດຄົ້ນບໍ່ແຮ່ ແລະ ໃນວັນທີ 3 ພະຈິກ ໄດ້ສຳເລັດການປະກອບ, ການປັບ, ການເປີດເຄື່ອງຈັກ ແລະ ການທົດລອງການເປີດແລ່ນເຄື່ອງຈັກ.
![]()
ຫລັງຈາກການທົດລອງການຂຸດຄົ້ນບໍ່ແຮ່ ສໍາເລັດ, ຂັ້ນຕອນຕໍ່ໄປ ຈະກ້າວເຂົ້າສູ່ ການຜະລິດທົດລອງ ໂດຍຈະເລີ່ມແຕ່ເດືອນທັນວາ 2024 ຫາເດືອນພຶດສະພາ 2025. ສຳລັບ ເປົ້າໝາຍການຜະລິດທົດລອງ ປະລິມານການຂຸດຄົ້ນຕາມແຜນການ 3.000 ໂຕນ/ມື້ ແລະ ການຜະລິດ ປຸງແຕ່ງໂປຕາສຊຽມ ຄລໍໄຣ 400 ໂຕນ/ມື້ ເຊິ່ງການຂຸດຄົ້ນແຮ່ດັ່ງກ່າວ, ບໍລິສັດ ລາວ-ຈີນ ຫຍຸ້ຍຢວນ ເກືອໂປຕາສ ອຸດົມສົມບູນ ໄດ້ນຳໃຊ້ເຕັກໂນໂລຊີ ນະວັດຕະກຳໃໝ່ ເຂົ້າໃນການຂຸດຄົ້ນ ໂດຍມີເຄື່ອງຈັກທີ່ທັນສະໄໝ ເຂົ້າໃນການຂຸດຄົ້ນ ແບບລວງຕັ້ງ ໂດຍມີຊ່ອງວ່າງ ເພື່ອນໍາເອົາຫາງແຮ່ທັງໝົດ ໄປອັດຖົມຄືນ ໃນເວລາຂຸດຄົ້ນ ໄປພ້ອມກັນ. ພ້ອມນີ້, ຍັງໄດ້ສ້າງບໍ່ລະບາຍນໍ້າເສດເຫລືອ ເຊິ່ງຈະເຮັດໃຫ້ມີມົນລະພິດເປັນສູນ ແລະ ການຫຍຸບຕົວຂອງໜ້າດິນເປັນສູນ. ບໍລິສັດ ຍຶດໝັ້ນໃນການຂຸດຄົ້ນແຮ່ເກືອໂປຕາສ ທີ່ມີກາກບອນຕໍ່າ, ແບບສີຂຽວ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ບໍ່ທໍາຮ້າຍສິ່ງແວດລ້ອມ.
![]()
ໂອກາດດັ່ງກ່າວ, ທ່ານ ອາຊາງ ລາວລີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ ບໍລິສັດດັ່ງກ່າວ, ທີ່ໄດ້ສຸມສະຕິປັນຍາ, ເທື່ອແຮງ ແລະ ທຶນຮອນ ເຂົ້າໃນການດຳເນີນທຸລະກິດ ກໍຄື ດຳເນີນໂຄງການຂຸດຄົ້ນແຮ່ ການາລາຍ ຢູ່ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ເຊິ່ງເປັນການປະກອບສ່ວນ ເຂົ້າໃນ ການພັດທະນາ ເສດຖະກິດ ຂອງ ສປປ ລາວ ໃຫ້ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ, ທັງໄດ້ປະກອບສ່ວນ ສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ເຂດໃກ້ຄຽງ ແລະ ເຂດອື່ນໆ. ພ້ອມນີ້, ທ່ານ ຍັງໄດ້ສະແດງຄວາມຫວັງວ່າ ພາຍຫລັງ ບໍລິສັດດຳເນີນການຜະລິດ ໄດ້ຕາມເປົ້າໝາຍ ທີ່ວາງໄວ້ ຈະໄດ້ຮັບຜົນປະໂຫຍດ ຮ່ວມກັນ ແລະ ມີຜົນດີ ຕໍ່ກັບການພົວພັນຮ່ວມມື ລະຫວ່າງ ສອງລັດຖະບານ ລາວ-ຈີນ ໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ ກໍຄື ສົ່ງຜົນດີ ຕໍ່ບໍລິສັດ ໃນຫລາຍໆດ້ານ. ພ້ອມນັ້ນ, ທ່ານ ຍັງໄດ້ສະເໜີ ໃຫ້ບໍລິສັດ ຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ນຳເນີນການປູກຝັງ, ລ້ຽງສັດ ໂດຍສະເພາະໄກ່ພັນໄຂ່, ແບ້ ແລະ ອື່ນໆ ຢູ່ພາຍໃນໂຄງການ ເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ມີລາຍຮັບເພີ່ມຂຶ້ນ.
ພ້ອມດຽວກັນນີ້, ທ່ານ ຍັງໄດ້ອວຍພອນ ໃຫ້ບໍລິສັດ ກໍຄື ຄະນະຜູ້ບໍລິຫານ ແລະ ພະນັກງານ ທຸກໆຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ແຂງແຮງ, ອວຍພອນ ໃຫ້ບໍລິສັດ ຈົ່ງປະສົມຜົນສຳເລັດ ໃນການນຳເນີນງານ ຕາມເປົ້າໝາຍທີ່ວາງໄວ້ ເພື່ອຜົນປະໂຫຍດ ແລະ ຜົນສຳເລັດຮ່ວມກັນ ລະຫວ່າງສອງຊາດ ລາວ-ຈີນ ກໍຄື ບໍລິສັດ ລາວ-ຈີນ ຫຍຸ້ຍຢວນ ເກືອໂປຕາສ ອຸດົມສົມບູນ ຈຳກັດຜູ້ດຽວ.
