ການນຳຊິນສູງລາວ ພົບປະໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ຢູ່ອາເມລິກາ ແລະ ການາດາ

28/09/2026 09:39
Email Print 83
KPL - Asean 2024 ໃນໂອກາດເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ນະຄອນຫລວງວໍຊິງຕັນດີຊີ, ສະຫະລັດອາເມ ລິກາ ໃນຕອນແລງວັນທີ 19 ກັນຍາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມງານພົບປະໂອ້ລົມ ພີ່ນ້ອງຄົນເຊື້ອຊາດລາວ ທີ່ເດີນທາງມາຈາກບັນດາລັດໃນອາເມລິກາ ແລະ ການາດາ ຈໍານວນ 200 ກວ່າທ່ານ,

     

    ຂປລ. ມີທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຖາວອນ ສປປ ລາວ ປະຈໍາອົງການສະຫະປະຊາຊາດທີ່ນິວຢອກ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາອາເມລິກາ ແລະ ການາດາ, ຫົວໜ້າກົມພົວພັນຄົນເຊື້ອຊາດລາວກະຊວງການຕ່າງປະເທດ, ກໍາມະການສູນກາງແນວລາວສ້າງຊາດ ທີ່ສະຫະລັດອາເມລິກາ, ປະທານສະມາຄົມຮັກບ້ານເກີດ (HBK) ພ້ອມຄະນະ, ປະທານສະຫະພັນບານເຕະລາວອາເມລິກາເໜືອ (NALSF) ພ້ອມຄະນະ, ບັນດາປະທານສະມາຄົມ ແລະ ມູນນິທິຕ່າງໆຂອງຄົນເຊ້ືອຊາດລາວທ່ີອາເມລິກາ ແລະ ການາດາ ເຂົ້າຮ່ວມ. ໃນພິທີ ທ່ານ ພູໂຂງ ສີສຸລາດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳອາເມລິກາ ແລະ ການາດາ ໄດ້ກ່າວຕ້ອນຮັບອັນອົບອຸ່ນຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ມາຮ່ວມ, ພ້ອມທັງຍົກໃຫ້ເຫັນຈຸດປະສົງ ແລະ ຄວາມສໍາຄັນຂອງງານພົບປະໃນຄັ້ງນີ້. ໂອກາດນີ້, ພີ່ນ້ອງຄົນເຊື້ອຊາດລາວ ໄດ້ຮັບຟັງການໂອ້ລົມ ຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດເປັນກ້າວໆ ຂອງການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ, ບັນດາຄາດໝາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍສະເພາະຄວາມຄືບໜ້າທີ່ໜັກແໜ້ນ ໃນຄວາມພະຍາຍາມຂອງລັດຖະບານລາວ ເພື່ອນໍາພາປະເທດ ຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນເຖິງຄວາມເອົາໃຈໃສ່ ແລະ ນະໂຍບາຍທີ່ເອື້ອອໍານວຍຂອງລັດຖະບານລາວ ທີ່ມີຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ໂດຍສະເພາະຢູ່ສະຫະລັດອາເມລິກາ ແລະ ການາດາ. 

     ໃນໂອກາດດັ່ງກ່າວ, ພີ່ນ້ອງຄົນເຊື້ອຊາດລາວທີ່ເຂົ້າຮ່ວມ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ສົນທະນາໃນບາງບັນຫາທີ່ຕົນເອງມີຄວາມສົນໃຈຮ່ວມກັບທ່ານຮອງນາຍົກລັດຖະມົນຕີ ຊຶ່ງໄດ້ເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະ ຄວາມເຂົ້າໃຈເປັນຢ່າງດີຕໍ່ກັບນະໂຍບາຍຂອງລັດຖະບານລາວ ທີ່ມີຕໍ່ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ. ລັດຖະບານລາວ ຍາມໃດກໍໃຫ້ຄວາມສຳຄັນ ແລະ ຖືວ່າພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດເປັນສ່ວນໜຶ່ງທີ່ບໍ່ຕັດແຍກອອກຈາກວົງຄະນະຍາດແຫ່ງຊາດລາວ, ເປັນກຳລັງແຮງໃນການປະກອບສ່ວນສ້າງສາພັດທະນາປະເທດຊາດ ໂດຍທາງກົງ ຫລື ທາງອ້ອມ ຕາມສະພາບເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງເຂົາເຈົ້າ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ ອາເມລິກາ ແລະ ກາ ນາດາ ທີ່ຍາມໃດກໍມີນໍ້າໃຈອັນສູງສົ່ງຕໍ່ຄວາມເປັນລາວ, ຄວາມຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ, ອະນຸລັກຮັກສາ ແລະ ສືບສານຮີດຄອງປະເພນີ ແລະ ວັດທະ ນະທໍາອັນດີງາມຂອງລາວຢູ່ຊຸມຊົນ ກໍຄືໃນປະເທດທີ່ຕົນຢູ່ອາໄສ, ມີບົດບາດ ແລະ ສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ກັບອາເມລິກາ ແລະ ລະຫວ່າງ ສປປ ລາວ ກັບ ການາດາ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພີ່ນ້ອງຄົນເຊື້ອຊາດລາວລວມທັງຄົນຮຸ່ນໃໝ່ຈົ່ງອວາຍໜ້າໄປຫາປະເທດຊາດ, ໄປຢ້ຽມຢາມບ້ານເກີດເມືອງນອນຂອງຕົນ, ຂອງພໍ່ແມ່, ປູ່ຍ່າຕາຍາຍ, ໄປທ່ອງທ່ຽວ, ເຮັດທຸລະກິດ, ຄ້າຂາຍ, ເຮັດໂຄງການພັດທະນາ, ຊ່ວຍເຫລືອ ຫລື ກັບຄືນໄປຢູ່ລາວແບບຖາວອນ ເມື່ອຮອດອາຍຸກະສຽນບໍານານ ໂດຍນໍາເອົາຄວາມຮູ້ ແລະ ປະສົບການ, ເຕັກນິກວິຊາການ ໄປປະກອບສ່ວນເຂ້ົາໃນການພັດທະນາປະເທດຊາດ.

    ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ພີ່ນ້ອງເຊື້ອຊາດລາວ ທີ່ຍາມໃດກໍໄດ້ສະແດງອອກຢ່າງແຮງກ້າເຖິງຄວາມສະໝານສາມັກຄີ, ຄວາມເປັນປຶກແຜ່ນຂອງຄົນເຊື້ອຊາດລາວບັນດາເຜົ່າໃນອາເມລິກາ ກໍຄື ນໍ້າໃຈອັນສູງສົ່ງຂອງຄົນລາວດ້ວຍຄວາມຮັກແພງ ແລະ ຈິງໃຈໃນການຕ້ອນຮັບທີມເຕະບານເຍົາວະຊົນລາວ W.I.G NAGA ທ່ີມາແຂ່ງຂັນລະດັບສາກົນຢູ່ສະຫະລັດອາເມລິກາ ດ້ວຍຜົນສໍາເລັດຢ່າງຈົບງາມ. ໃນຕອນທ້າຍທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພີ່ນ້ອງຄົນເຊື້ອຊາດລາວບັນດາເຜົ່າທຸກຖ້ວນໜ້າ ສືບຕໍ່ປົກປັກຮັກສາຮີດຄອງປະເພນີ- ວັດທະນະທຳຂອງລາວ ແລະ ຂອງຊົນເຜົ່າ ພ້ອມຈິດພ້ອມໃຈເປັນນໍ້າໜຶ່ງໃຈດຽວກັນ ໃນການສົ່ງເສີມເອກະລັກຄວາມເປັນລາວ ອັນມີກຽດສະຫງ່າໃນປະເທດທ່ີຕົນດໍາລົງຊີວິດຢູ່.

     ພາຍຫລັງການໂອ້ລົມ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ກໍໄດ້ຮັບປະທານອາຫານຄໍ່າຮ່ວມກັບພີ່ນ້ອງຄົນເຊື້ອຊາດລາວ ດ້ວຍບັນຍາກາດອັນສະໜິດສະໜົມ ແລະ ເປັນກັນເອງ ໄປພ້ອມໆກັບຊົມການສະແດງສິລະປະ, ວັດທະນະທໍາຂອງລູກຫລານລາວ ທີ່ເດີນທາງມາຈາກ ເມືອງໂລແວວ, ລັດແມັດຊາຈູເຊັດ ດ້ວຍຄວາມເບີກບານມ່ວນຊື່ນ, ພີ່ນ້ອງຄົນເຊື້ອຊາດລາວທີ່ເຂົ້າຮ່ວມມີຄວາມດີອົກດີໃຈ ທ່ີໄດ້ມີໂອກາດພົບປະໂອ້ລົມກັບການນຳຂັ້ນສູງຂອງ ສປປ ລາວ ແບບໃກ້ຊິດຕິດແທດກັບທຸກຊັ້ນຄົນ.

KPL