ອົງການກາແດງສະວິດ ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ອົງການກາແດງແຫ່ງຊາດລາວ

28/09/2026 10:02
Email Print 83
KPL - Asean 2024 ອົງການກາແດງສະວິດ ໄດ້ມອບພາຫະນະ ແລະ ອຸປະກອນໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອຮັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດ 2 ໂຄງການຄື: “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ (NBTS)” ແລະ “ໂຄງ ການສ້າງຄວາມເຂັ້ມແຂງດ້ານການກຽມຄວາມພ້ອມຮັບມືເຫດສຸກເສີນໃນໂຮງຮຽນ ແລະ ຊຸມຊົນ (SAFER)”. ພິທີມອບ-ຮັບພາຫະນະ ແລະ ອຸປະກອນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25 ກັນຍາ 2026 ນີ້ທີ່ສະຖາບັນເລືອດແຫ່ງຊາດ ນະຄອນຫລວງວຽງຈັນ.

      ຂປລ.  ໂດຍມີ ຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ຊາດລາວ, ທ່ານ ນາງ ບີນີຕ່າ ໂປ່ເດ໋ວວ່າຜູ້ຕາງໜ້າອົງການກາແດງສະວິດປະຈຳລາວ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ບີນີຕ່າ ໂປ່ເດ໋ວວ່າກ່າວວ່າ: ພາຫະນະ ແລະ ອຸປະກອນທີ່ມອບສະໜັບສະໜູນໃຫ້ອົງການກາແດງແຫ່ງຊາດລາວ ໂດຍການເສີມຂະຫຍາຍຄວາມອາດສາມາດ ແລະ ປະສິດທິພາບໃນການຈັດຕັ້ງປະຕິບັດໂຄງການ, ການປະສານງານ, ການຝຶກອົບຮົມ ແລະ ຄວາມສາມາດໃນການຕອບໂຕ້ ແລະ ຮັບມືກັບເຫດການພາວະສຸກເສີນໃນລະດັບຕ່າງໆໃຫ້ດີຂຶ້ນ ພ້ອມທັງສ້າງຄວາມແຕກຕ່າງໄປທາງບວກທີ່ມີຄວາມໝາຍໃນຊີວິດຂອງປະຊາຊົນທົ່ວປະເທດ. ອົງການກາແດງສະວິດ ມີຄວາມເຊື່ອໝັ້ນວ່າ ພາຫະນະ ແລະ ອຸປະກອນທີ່ມອບຢ່າງເປັນທາງການໃນຄັ້ງນີ້ ຈະປະກອບສ່ວນເຮັດໃຫ້ອົງການກາແດງແຫ່ງຊາດລາວມີຄວາມເຂັ້ມແຂງຂຶ້ນ, ມີຄວາມພ້ອມໃນການປະຕິບັດງານທີ່ຫລາຍຂຶ້ນ ແລະ ການປະຕິບັດງານດ້ານມະນຸດສະທຳທີ່ມີປະສິດທິພາບຫລາຍຂ້ຶນ. ຫວັງວ່າພາຫະນະ ແລະ ອຸປະກອນເຫລົ່ານັ້ນຈະຮັບໃຊ້ວຽກງານຂອງອົງການກາແດງແຫ່ງຊາດລາວໄປອີກຫລາຍປີ ແລະ ສະໜັບສະໜູນພາລະກິດໃນການຊ່ວຍເຫລືອປະຊາຊົນໃຫ້ກຽມຄວາມພ້ອມ, ສາມາດຕອບສະໜອງສຸກເສີນ, ສາມາດຟື້ນຕົວຈາກໄພພິບັດ ແລະ ກ້າວຜ່ານຄວາມທ້າທາຍຕ່າງໆລວມທັງດ້ານສຸຂະພາບ. 

    ທ່ານ ຄຳລາວັນ ຈັນທະລາວັນ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ອົງການກາແດງສະວິດ, ສຳລັບການສະໜັບສະໜູນ ແລະ ໃຫ້ການຮ່ວມມືຕໍ່ກັບອົງການກາແດງແຫ່ງຊາດລາວ ຕະຫລອດຫລາຍປີທ່ີຜ່ານມາ ຊຶ່ງສະແດງອອກຜ່ານການສະໜັບສະໜູນບັນດາໂຄງການຕ່າງໆ ແລະ ຍັງເຫັນຄວາມສຳຄັນໃນການສະໜອງພາຫານະ ແລະ ອຸປະກອນອັນຈຳເປັນເພື່ອຮັບໃຊ້ວຽກງານຂອງອົງການກາແດງແຫ່ງຊາດລາວ. ນອກຈາກນ້ັນ, ຍັງໃຫ້ການສະໜັບສະໜູນທາງການຝຶກອົບຮົມດ້ານວິຊາການ, ການແລກປ່ຽນບົດຮຽນດ້ານວິຊາການ, ການປັບປຸງການຄຸ້ມຄອງຄຸນນະພາບ, ການຢ້ຽມຢາມເຮັດວຽກຂອງຜູ້ຊ່ຽວຊານ, ການວາງແຜນຍຸດທະສາດ ແລະ ການປະເມີນຜົນໂຄງການ. 

    ສຳລັບພາຫະນະ ແລະ ອຸປະກອນທີ່ມອບໃຫ້ຄັ້ງນີ້: ປະກອບມີລົດຕູ້ Toyota HIACE 12 ບ່ອນ ນັ່ງຈຳນວນ 2 ຄັນ ມອບໃຫ້ສະຖາບັນເລືອດແຫ່ງຊາດ ເພື່ອຮັບໃຊ້ໃນການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ, ລົດຈັກ Honda Wave 110 ຈຳນວນ 10 ຄັນ, ໂທລະສັບມືຖື Samsung Galaxy A17 5G ຈຳນວນ 70 ເຄື່ອງ, ຄອມພິວເຕີແລັບທັອບ HP OmniBook X Flip 14 ຈຳນວນ 6 ເຄື່ອງ, ເຄື່ອງພິມ Brother DCP-T830DW ຈຳນວນ 5 ເຄື່ອງ, ໂປຣເຈັກເຕີ Epson EB-FH54 ຈຳນວນ 1 ເຄື່ອງ, ຕັ່ງຫ້ອງການ 4 ໜ່ວຍ, ຕູ້ເອກະສານ 2 ໜ່ວຍ ແລະ ໂຕະຫ້ອງການ 2 ໜ່ວຍ, ລວມທັງໝົດ 100 ໜ່ວຍ/ລາຍການ, ລວມມູນຄ່າ 948.819.000 ກີບ ເພືຶ່ອຮັບໃຊ້ໃນການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງດ້ານການກຽມຄວາມພ້ອມຮັບມືເຫດສຸກເສີນໃນໂຮງຮຽນ ແລະ ຊຸມຊົນ (SAFER). 

ຂ່າວ: ສະຖາບັນເລືອດແຫ່ງຊາດ

KPL