ໂບລີວີ ເກີດໄຟປ່າຮຸນແຮງ-ອາກາດຮ້ອນ ເຮັດໃຫ້ໄກ່ຕາຍຫລາຍກວ່າປົກກະຕິ

18/10/2024 11:35
Email Print 83
KPL - Asean 2024 ຜູ້ລ້ຽງໄກ່ໃນ ໂບລີວີ ເປີດເຜີຍວ່າ ໄຟປ່າ ຮຸນແຮງ ໃນປະຫວັດສາດ ແລະ ສະພາບ ອາກາດຮ້ອນ ຮຸນແຮງ ເຮັດໃຫ້ໄກ່ ມີອັດຕາ ການຕາຍ ຫລາຍກວ່າ ປົກກະຕິ ເພີ່ມຂຶ້ນ15% ສູງກວ່າ ອັດຕາສະເລ່ຍ ຜູ້ບໍລິໂພກ 5%

ຂປລ.ຕາມຂ່າວຈາກ ນະຄອນຫລວງ ລາປາດ,ເມື່ອບໍ່ດົນມານີ້, ຜູ້ລ້ຽງໄກ່ໃນ ໂບລີວີ ເປີດເຜີຍວ່າ ໄຟປ່າ ຮຸນແຮງ ໃນປະຫວັດສາດ ແລະ ສະພາບ ອາກາດຮ້ອນ ຮຸນແຮງ ເຮັດໃຫ້ໄກ່ ມີອັດຕາ ການຕາຍ ຫລາຍກວ່າ ປົກກະຕິ ເພີ່ມຂຶ້ນ15% ສູງກວ່າ ອັດຕາສະເລ່ຍ ຜູ້ບໍລິໂພກ 5% ຂະນະທີ່ ຜູ້ບໍລິໂພກ ຮູ້ສຶກໄດ້ເຖິງ ຜົນກະທົບ ເຊັ່ນກັນ ເຮັດໃຫ້ ລາຄາໄກ່ແພງຂຶ້ນຈາກ ລາຄາ ປົກກະຕິ ກິໂລລະ 14,5-15 ໂບລີເວຍໂນ(ສະກຸນເງິນ ໂບລີວີ) ເປັນກິໂລລະ 17 ໂບລີເວຍໂນ ຕາມການ ຈຳໜ່າຍ ໃນທ້ອງຖິ່ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL