ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານ

05/09/2024 14:54
Email Print 83
KPL - Asean 2024 ຂປລ. ໃນວັນທີ 5 ກັນຍາ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 21 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໂດຍມີຜູ້ບັນຊາການທະຫານສູງສຸດ ຂອງບັນດາປະເທດ ສະມາຊິກອາຊຽນ, ລວມທັງ ຕີມໍແລັດສະເຕ ພ້ອມດ້ວຍຄະນະ ເຂົ້າຮ່ວມ.



ຂປລ. ໃນວັນທີ
5 ກັນຍາ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 21 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໂດຍມີຜູ້ບັນຊາການທະຫານສູງສຸດ ຂອງບັນດາປະເທດ ສະມາຊິກອາຊຽນ, ລວມທັງ ຕີມໍແລັດສະເຕ ພ້ອມດ້ວຍຄະນະ ເຂົ້າຮ່ວມ.



ໃນກອງປະຊຸມ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ໃນການເປັນປະທານກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງ
20 ຂອງ ອິນໂດເນເຊຍ ໃນປີ 2023 ທີ່ຜ່ານມາ. ພ້ອມທັງ ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມ ຂອງຜູ້ບັນຊາການ ທະຫານສູງສຸດ ບັນດາປະເທດສະມາຊິກອາຊຽນ ເຊິ່ງບໍພຽງແຕ່ເປັນການສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວ ເທົ່ານັ້ນ, ແຕ່ຍັງເປັນການສືບຕໍ່ເສີມສ້າງການພົວພັນຮ່ວມມື ວຽກງານດ້ານປ້ອງກັນ ຊາດ ແລະ ການທະຫານຂອງອາຊຽນ ອີກດ້ວຍ ເພື່ອປະກອບສ່ວນເຂົ້າໃນ ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ ເຊິ່ງສອດຄ່ອງກັບຄໍາຂວັນ ຂອງກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ ໃນປີນີ້ວ່າ:ຮ່ວມມືກັນ ເພື່ອສັນຕິພາບ, ຄວາມ ໝັ້ນຄົງ ແລະ ຄວາມເຂັ້ມແຂງອາຊຽນ”.



ກອງປະຊຸມໃນຄັ້ງນີ້
, ເປັນເວທີ ແລະ ເປັນໂອກາດອັນດີ ໃນການແລກປ່ຽນທັດສະນະກ່ຽວກັບ ສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ລວມທັງປຶກສາຫາລື ກ່ຽວກັບທິດທາງແຜນການ ໃນການຮ່ວມມືຂອງທະຫານອາຊຽນ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງ ແລະ ພິຈາລະນາຮັບຮອງເອົາແຜນການ 2 ປີ ທະຫານອາຊຽນ 2024-2026 ແລະ ຖະແຫລງການຮ່ວມກອງປະຊຸມຜູ້ບັນຊາການ ທະຫານສູງສຸດອາຊຽນ ຄັ້ງທີ 21.

ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນ ສະພາບການ ໃນພາກພື້ນ ຂອງພວກເຮົາ ຍັງສືບຕໍ່ຜະເຊີນໜ້າກັບ ບັນດາສິ່ງທ້າທາຍ ແລະ ໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງທາງການທະຫານ ແລະ ບໍ່ແມ່ນທາງການທະຫານ ເຊິ່ງຜັນແປໄປຢ່າງສະຫລັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງທາງດ້ານພູມສາດການເມືອງ, ການແຂ່ງຂັນຂອງປະເທດມະຫາອຳນາດ, ການປ່ຽນແປງສະພາບດິນຟ້າອາກາດ, ໄພພິບັດທາງທຳມະຊາດ ແລະ ອື່ນໆ ເຊິ່ງບັນຫາດັ່ງກ່າວນີ້, ໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ສັນຕິພາບ, ສະຖຽນລະພາບ ທາງດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະ ການພົວພັນຮ່ວມມື ຂອງພາກພື້ນ ແລະ ສາກົນ. ຕໍ່ກັບບັນຫານີ້, ອາຊຽນພວກເຮົາ ຈະຕ້ອງໄດ້ສືບຕໍ່ເພີ່ມທະວີ ການຮ່ວມມືໃນການປຶກສາຫາລື ແລະ  ຊອກຫາມາດຕະການຕ່າງໆ ໃນການຮັບມືກັບສິ່ງ ທ້າທາຍດັ່ງກ່າວ, ຢ່າງມີປະສິດ ທິພາບ ແລະ ທັນເວລາ.
KPL