ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ ຊ່ອງ​ທາງ​ສຳ​ຄັນ​ແຫ່ງ​ການ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ທົ່ວ​ໂລກ

27/07/2024 08:14
Email Print 83
KPL - Asean 2024 ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນສະ​ໄໝ​ທີ XX​ແມ່ນກອງ​ປະ​ຊຸມ​ສຳ​ຄັນ​ວາ​ລະ​ໜຶ່ງ​ ທີ່​ພັກ​ກອມ​ມູ​ນິດ​ຈີນ ​ຈັດ​ຂຶ້ນ​ໃນ​ຈຸດ​ເລີ່ມ​ຕົ້ນ​ໃໝ່​ທາງ​ປະ​ຫວັດ​ສາດ.



ໂດຍສົມແພງສູນອາຊີອາຝຣີກາວິທະຍຸໂທລະພາບສູນກາງຈີນ


   ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX​ແມ່ນກອງປະຊຸມສຳຄັນວາລະໜຶ່ງ ທີ່ພັກກອມມູນິດຈີນ ຈັດຂຶ້ນໃນຈຸດເລີ່ມຕົ້ນໃໝ່ທາງປະຫວັດສາດ. ກອງປະຊຸມເທື່ອ ນີ້ ບໍ່ພຽງແຕ່ໄດ້ສະຫລຸບບົດຮຽນ ໃນອະດີດເທົ່ານັ້ນ, ​ສຳຄັນຍິ່ງໄປກວ່ານັ້ນ, ​ຍັງໄດ້ກຳນົດທິດທາງຍຸດທະສາດຢ່າງຈະແຈ້ງ ໃຫ້ແກ່ການພັດທະນາຂອງຈີນໃນອະນາຄົດ. ໃນກອງປະຊຸມຄັ້ງນີ້, ແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ໄດ້ຖືກເນັ້ນໜັກອີກເທື່ອໜຶ່ງ, ສິ່ງນີ້ບໍ່ພຽງແຕ່ແມ່ນພາກສ່ວນສຳຄັນ ດ້ານນະໂຍບາຍການຕ່າງປະເທດຂອງຈີນເທົ່ານັ້ນ, ຍັງແມ່ນຊ່ອງທາງອັນສຳຄັນຂອງປະເທດຕ່າງໆ ໃນການຮັບມືກັບສິ່ງທ້າທາຍຕ່າງໆ ໃນທົ່ວໂລກແລະການບັນລຸການພັດທະນາຮ່ວມກັນຂອງໂລກ.

ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດແມ່ນແນວຄິດທີ່ມີຈຸດປະສົງ ເພື່ອໃຫ້ປະເທດຕ່າງໆ ໃນເວລາສະແຫວງຫາຜົນປະໂຫຍດຂອງປະເທດຕົນ ຍັງພິຈາລະນາເຖິງຄວາມເອົາໃຈໃສ່ ຢ່າງສົມເຫດສົມຜົນຂອງປະເທດອື່ນ, ໃນເວລາສະແຫວງຫາການພັດທະນາຂອງປະເທດຕົນ ຍັງຊຸກຍູ້ໃຫ້ປະເທດຕ່າງໆ ພັດທະນາຮ່ວມກັນ. ແນວຄິດດັ່ງກ່າວມີເນື້ອໃນທີ່ອຸດົມສົມບູນ, ຕົ້ນຕໍແມ່ນໄດ້ສະແດງໃຫ້ເຫັນຄືດັ່ງນີ້:

     1. ອຳນາດສາກົນທີ່ອາໄສເຊິ່ງກັນແລະກັນ: ຄຽງຄູ່ກັບການພັດທະນາຂອງເສດຖະກິດໂລກາພິວັດລົງສູ່ລວງເລິກແລ້ວ, ບັນດາປະເທດຢູ່ໃນໂລກໄດ້ເພິ່ງພາອາໄສເຊິ່ງກັນແລະກັນ. ການອາໄສກັນແບບນີ້ບໍ່ພຽງແຕ່ສະແດງໃຫ້ເຫັນໃນດ້ານເສດຖະກິດເທົ່ານັ້ນ, ຍັງໄດ້ສະແດງໃຫ້ເຫັນໃນດ້ານການເມືອງ ວັດທະນະທຳແລະດ້ານອື່ນໆຕື່ມອີກ. ສະນັ້ນ, ໃນເວລາບັນດາປະເທດ ໄດ້ຮັບຜົນປະໂຫຍດຂອງຕົນ, ຕ້ອງຮັບຮູ້ເຖິງການພົວພັນ ລະຫວ່າງປະເທດຕົນກັບປະເທດອື່ນໆ ແລະ ເຄົາລົບຜົນປະໂຫຍດ ແລະ ຄວາມເອົາໃຈໃສ່ຂອງປະເທດອື່ນ.

2. ຜົນປະໂຫຍດຮ່ວມ: ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເນັ້ນໜັກວ່າລະຫວ່າງປະເທດຕ່າງໆ ແມ່ນມີຜົນປະໂຫຍດຮ່ວມກັນທີ່ກວ້າງຂວາງ. ຜົນປະໂຫຍດຮ່ວມກັນເຫລົ່ານີ້ ແມ່ນພື້ນຖານແຫ່ງການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກຊຸກຍູ້ ການພັດທະນາ ແລະ ຄວາມຈະເລີນຂອງທົ່ວໂລກ. ປະເທດຕ່າງໆຄວນຕັ້ງໜ້າສະແຫວງຫາ ແລະ ເປີດກວ້າງຜົນປະໂຫຍດຮ່ວມກັນ, ບັນລຸການພັດທະນາຮ່ວມກັນດ້ວຍການຮ່ວມມື.

3. ການພັດທະນາແບບຍືນຍົງ: ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດສົ່ງເສີມການພັດທະນາແບບຍືນຍົງ, ເນັ້ນໜັກວ່າການພັດທະນາເສດຖະກິດ ຄວນປະສານສົມທົບກັນ ກັບການອະນຸລັກສິ່ງແວດລ້ອມ ແລະ ຄວາມກ້າວໜ້າຂອງສັງຄົມ. ບັນດາປະເທດຄວນຕັ້ງໜ້າຊຸກຍູ້ ການພັດທະນາແບບສີຂຽວ ການພັດທະນາແບບໝູນວຽນ ການພັດທະນາແບບກາກບອນຕ່ຳ, ຮ່ວມກັນຮັບມືກັບສິ່ງທ້າທາຍທົ່ວໂລກ, ປົກປັກຮັກສາສິ່ງແວດລ້ອມທຳມະຊາດຂອງໂລກ.

4. ການບໍລິຫານທົ່ວໂລກ: ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດສົ່ງເສີມການສ້າງລະບຽບການສາກົນທີ່ຍຸຕິທຳແລະສົມເຫດສົມຜົນກວ່າເກົ່າ, ຊຸກຍູ້ການປັບປຸງແລະກາປະຕິຮູບລະບົບບໍລິຫານທົ່ວໂລກໃຫ້ສົມບູນຂຶ້ນ. ປະເທດຕ່າງໆ ຄວນຕັ້ງໜ້າເຂົ້າຮ່ວມການບໍລິຫານທົ່ວໂລກ, ຮ່ວມກັນຮັບມືກັບສິ່ງທ້າທາຍທົ່ວໂລກ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ເປີດເຜີຍສະພາບຄວາມເປັນຈິງຢ່າງເລິກເຊິ່ງທີ່ປະເທດຕ່າງໆ ຢູ່ໃນໂລປັດຈຸບັນໄດ້ເພິ່ງພາອາໄສ ແລະ ຮ່ວມທຸກຮ່ວມສຸກນຳກັນ. ໃນຍຸກໂລກາພິວັດນີ້, ບໍ່ມີປະເທດໃດສາມາດຢູ່ຢ່າງໂດດດ່ຽວໄດ້, ການພັດທະນາຂອງແຕ່ລະປະເທດ ລ້ວນແຕ່ພົວພັນກັບປະເທດອື່ນ. ໂດຍປະເຊີນໜ້າກັບສິ່ງທ້າທາຍຕ່າງໆໃນທົ່ວໂລກເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ ການແພ່ລະບາດຂອງພະຍາດເສດຖະກິດຊຸດໂຊມລົງແລະອື່ນໆ, ພວກເຮົາຍິ່ງຕ້ອງການການຮ່ວມມືກັນແລະຮັບມືຮ່ວມກັນ.

ກໍຍ້ອນສາເຫດດັ່ງກ່າວ, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX​ ໄດ້ສະເໜີວ່າຕ້ອງຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ, ສິ່ງນີ້ບໍ່ພຽງແຕ່ແມ່ນຄວາມ​​ແບກຫາບຂອງຈີນ ທີ່ເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບເທົ່ານັ້ນ, ຍັງເປັນການປະກອບສ່ວນຢ່າງຕັ້ງໜ້າຂອງຈີນ ເຂົ້າໃນການປະຕິຮູບລະບົບບໍລິຫານທົ່ວໂລກ. ການເປີດປະຕູສູ່ພາຍນອກເປັນຂີດ ໝາຍອັນພົ້ນເດັ່ນ ຂອງຄວາມ ທັນສະໄໝແບບຈີນ. ຈີນຈະເປີດກວ້າງການເປີດປະຕູສູ່ພາຍນອກ ດ້ານລະບຽບການຢ່າງໝັ້ນທ່ຽງ, ເປັນເຈົ້າການເຊື່ອມສານເຂົ້າ ກັບກົດລະບຽບເສດຖະກິດການຄ້າສາກົນ ໃນມາດຕະຖານສູງ, ສ້າງສະພາບແວດລ້ອມດ້ານ ລະບຽບ ການທີ່ໂປ່ງໃສໝັ້ນທ່ຽງ ຄາດຄະເນໄດ້ ແລະ ເປີດກວ້າງການເປີດປະຕູສູ່ພາຍນອກ ພຽງແຕ່ຝ່າຍດຽວຕໍ່ປະເທດດ້ອຍພັດທະນາ. ໃນຫລາຍປີຜ່ານມານີ້, ຄຽງຄູ່ກັບການເປີດນຳໃຊ້ເສັ້ນທາງລົດໄຟ ຈີນ-ລາວ ແລະ ທາງດ່ວນວຽງຈັນ-ວັງວຽງ, ການຮ່ວມມືລະຫວ່າງຈີນ-ລາວ ໃນຂົງເຂດຕ່າງໆເຊັ່ນ: ການເມືອງເສດຖະກິດການຄ້າ ວັດທະນະທຳພື້ນຖານໂຄງລ່າງ ການສຶກສາ ສາທາລະນະສຸກ ກະສິກຳ ການທະຫານ ແລະ ອື່ນໆ ໄດ້ກ້າວລົງສູ່ລວງເລິກ ແລະ ມີຜົນງານຕົວຈິງຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ແໜ້ນແຟ້ນກວ່າເກົ່າ, ກາຍເປັນພາກສ່ວນສຳຄັນ ຂອງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ນອກນີ້, ແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ຍັງມີການພົວພັນຢ່າງໃກ້ຊິດກັບການລົງເລິກການປະຕິຮູບຢ່າງຮອບດ້ານ ທີ່ສະເໜີອອກໃນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ນີ້. ຈຸດປະສົງຂອງການລົງເລິກ ການປະຕິຮູຢ່າງຮອບດ້ານ ແມ່ນເພື່ອຊຸກຍູ້ການພັດທະນາເສດຖະກິດ-​ສັງຄົມ ໃຫ້ດີກວ່າເກົ່າແລະຍົກສູງລະດັບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ, ພ້ອມກັນນັ້ນ, ພາຍໃຕ້ສະພາບໂລກາພິວັດ, ເຮັດໃຫ້ຈີນເຊື່ອມໂຍງເຂົ້າກັບໂລກ ໄດ້ເປັນຢ່າງດີກວ່າເກົ່າ ແລະ ພັດທະນາຮ່ວມກັບປະເທດຕ່າງ. ສ່ວນການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດໄດ້ເນັ້ນໜັກການຮ່ວມມື ແລະ ການແລກປ່ຽນລະຫວ່າງບັນດາປະເທດ ເພື່ອບັນລຸການພັດທະນາ ແລະ ຄວາມຈະເລີນຮ່ວມກັນ.

ໃນໂລກປັດຈຸບັນ, ຂະບວນການໂລກາພິວັດໄດ້ນັບມື້ນັບກ້າວລົງສູ່ລວງເລິກ, ການພັດທະນາຂອງຈີນ ແມ່ນແຍກອອກຈາກໂລກບໍ່ໄດ້, ຄວາມຈະເລີນຂອງໂລກກໍຕ້ອງການຈີນ. ການລົງເລິກກາປະຕິຮູບຢ່າງຮອບດ້ານ ແມ່ນມີຜົນດີຕໍ່ຈີນໃນການເຊື່ອມໂຍງ ເຂົ້າສູ່ລະບົບເສດຖະກິດທົ່ວໂລກ ໄດ້ເປັນຢ່າງດີກວ່າເກົ່າເພີ່ມທະວີການຮ່ວມມື ດ້ານເສດຖະກິດການຄ້າກັບປະເທດອື່ນ ແລະ ເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຈິດໃຈທີ່ເປີດປະຕູແລະຮ່ວມມື ແບບນີ້ແມ່ນສອດຄ່ອງ ກັບແນວຄິດປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດໃນລະດັບສູງ.

ສະນັ້ນ, ການລົງເລິກການປະຕິຮູບຢ່າງຮອບດ້ານກັບປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດແມ່ນຊຸກຍູ້ເຊິ່ງກັນ ແລະ ກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ. ການລົງເລິກການປະຕິຮູບຢ່າງຮອບດ້ານ ໄດ້ສະໜອງພະລັງແຮງ ແລະ ການສະໜັບສະໜູນ ໃຫ້ແກ່ການພັດທະນາຂອງຈີນ ແລະ ຄວາມຈະເລີນຂອງໂລກ, ສ່ວນການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ ໄດ້ສະໜອງວິໄສທັດ ແລະ ເປົ້າໝາຍໃຫ້ແກ່ການຮ່ວມມື ແລະ ການພັດທະນາຂອງໂລກ. ທັງສອງຢ່າງນີ້ແມ່ນເສີມຂະຫຍາຍບົດບາດຮ່ວມກັນ, ຈະມີຜົນດີຕໍ່ການຊຸກຍູ້ຂະບວນການໂລກາພິວັດ ໃຫ້ຂະຫຍາຍໄປສູ່ລວງເລິກ ແລະ ການຊຸກຍູ້ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ.

ເວົ້າລວມແລ້ວ, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເປັນໜ້າທີ່ທີ່​​ຕ້ອງປະຕິບັດຢ່າງຍາວນານ ແລະ ມີຄວາມຫຍຸ້ງຍາກຫລາຍ. ຕ້ອງການຄວາມພະຍາຍາມ ແລະ ການອຸທິດກຳລັງແຮງຮ່ວມກັນ ຂອງພວກເຮົາແຕ່ລະຄົນ. ຂໍໃຫ້ພວກເຮົາເກາະແຂນກັນກ້າວເດີນໄປຂ້າງໜ້າ, ບຸກບືນສູ້ຊົນຮ່ວມກັນ, ປະກອບສ່ວນເຂົ້າໃນການບັນລຸວິໄສທັດ ອັນດີງາມ​​​ຂອງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.


KPL