ອາຊຽນ ທົບທວນຄືນຄວາມຄືບໜ້າ ການຈັດຕັ້ງປະຕິບັດ ຫລາຍບັນຫາສຳຄັນ

24/07/2024 13:44
Email Print 83
KPL - Asean 2024 ຂປລ. ໃນວັນທີ 24 ກໍລະກົດ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມຄະນະກຳມະທິການ ເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້, ກອງປະຊຸມພົບປະລະຫວ່າງ ລັດ ຖະມົນຕີຕ່າງປະເທດອາຊຽນ ກັບບັນດາຜູ້ຕາງໜ້າຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ກອງປະຊຸມປຶກສາຫາລືແບບບໍ່ເປັນທາງການ ລະຫວ່າງ ອະດີດປະທານອາ ຊຽນ, ປະທານອາຊຽນໃນປັດຈຸບັນ ແລະ ປະທານອາຊຽນໃນອະນາຄົດ



ຂປລ. ໃນວັນທີ 24 ກໍລະກົດ 2024 ນີ້
, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມຄະນະກຳມະທິການ ເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້, ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາຜູ້ຕາງໜ້າຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ກອງປະຊຸມປຶກສາຫາລືແບບບໍ່ເປັນທາງການ ລະຫວ່າງ ອະດີດປະທານອາ ຊຽນ, ປະທານອາຊຽນໃນປັດຈຸບັນ ແລະ ປະທານອາຊຽນໃນອະນາຄົດ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ ຂອງຜູ້ນໍາອາຊຽນ ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.



ກອງປະຊຸມຄັ້ງ​ນີ້, ໄດ້ທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນງານຂອງສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ (2023-2027) ແລະ ໄດ້ປຶກສາຫາລື ກ່ຽວກັບການເຂົ້າເປັນພາຄີ ຂອງສົນທິສັນຍາເຂດປອດ ອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ຂອງ ຕີມໍແລັດສະເຕ. ພ້ອມນີ້
, ກອງປະຊຸມ ໄດ້ຮັບຊາບການລາຍງານກ່ຽວກັບ ການຈັດຕັ້ງປະຕິບັດກິດຈະກໍາການຮ່ວມມືລະຫວ່າງ ກອງເລຂາອາຊຽນ ແລະ ກອງເລຂາຂອງອົງກອນເກືອດຫ້າມການຄອບຄອງອາວຸດ ນິວເຄລຍ ໃນຂົງເຂດທະວີບອາເມລິກາລາຕິນ ແລະ ຄາຣິບຽນ ເພື່ອແລກປ່ຽນບົດຮຽນກ່ຽວກັບ ເຂດປອດອາວຸດນິວເຄລຍ.

ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສືບຕໍ່ເປັນປະທານ ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ເຊິ່ງການພົບປະດັ່ງກ່າວ, ທ່ານ ຢົ້ງ ຈັນທະລັງສີ ໃນນາມປະທານຄະນະກຳມາທິການ ລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ປີ 2024 ໄດ້ລາຍງານກ່ຽວກັບຄວາມຄືບໜ້າຂອງການຈັດ ຕັ້ງປະຕິບັດ ກິດຈະກໍາບຸລິມະສິດ ຂອງຄະນະກໍາມາທິການດັ່ງກ່າວ ໃນໄລຍະ 1 ປີຜ່ານມາ ກ່ຽວກັບການປົກປ້ອງສິດທິແມ່ຍິງ ແລະ ເດັກນ້ອຍ, ການຕ້ານການໃຊ້ຄວາມຮຸນແຮງ, ສິດທິຂອງຜູ້ພິການ ລວມເຖິງການຕ້ານການຄ້າມະນຸດ ແລະ ການກະກຽມສ້າງແຜນວຽກ 5 ປີ ສະບັບໃໝ່ (2026-2030) ເພື່ອໃຫ້ສອດຄ່ອງກັບວິໄສທັດປະຊາຄົມອາຊຽນ 2045. ລັດຖະມົນຕີຕ່າງປະເທດອາຊຽນ ຕີລາສູງຕໍ່ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ບັນດາກິດຈະກໍາ ຂອງຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ອັນໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາຊຽນ ກໍຄື ຂະບວນການສ້າງປະຊາຄົມອາຊຽນໂດຍລວມ ແລະ ຊຸກຍູ້ໃຫ້ຄະນະກຳມາທິການດັ່ງກ່າວ ສືບຕໍ່ປະຕິບັດຕາມ ພາລະບົດບາດຂອງຕົນ ແລະ ຈັດຕັ້ງປະຕິບັດ ບັນດາກິດຈະກຳບູລິມະສິດ ສຳລັບ ປີ 2025 ໃຫ້ສຳເລັດ ແລະ ມີປະສິດທິຜົນ.




ໃນຕອນບ່າຍດຽວກັນ
, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ສືບຕໍ່ເປັນປະທານກອງປະຊຸມປຶກສາຫາລືແບບບໍ່ເປັນທາງການ ລະຫວ່າງ ອະດີດປະທານອາຊຽນ, ປະ ທານອາຊຽນໃນປັດຈຸບັນ ແລະ ປະທານອາຊຽນໃນອະນາຄົດ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກ ລົງຂອງຜູ້ນໍາອາຊຽນ ເຊິ່ງໄດ້ຈັດຂຶ້ນເປັນຄັ້ງທໍາອິດ ເພື່ອແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການຈັດຕັ້ງປະ ຕິບັດຄຳຕົກລົງ 5 ຂໍ້ຂອງຜູ້ນຳອາຊຽນ.

ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍກັບບາງປະເທດສະມາຊິກອາ ຊຽນ ເພື່ອປຶກສາຫາລື ກ່ຽວກັບການເພີ່ມທະວີການພົວພັນຮ່ວມມືສອງຝ່າຍນໍາກັນ.

KPL