ນັບຖອຍຫລັງຕ້ອນຮັບການເປັນປະທານອາຊຽນ

24/07/2024 09:48
Email Print 83
KPL - Asean 2024 ການຫັນປ່ຽນເພື່ອກ້າວໄປສູ່ດີຈິຕອນໃນອະນາຄົດ: ບູລິມະສິດນີ້ ແມ່ນເພື່ອສົ່ງເສີມໃຫ້ອາຊຽນ ເປັນເຂດເສດຖະກິດດີຈິຕອນທີ່ນຳໜ້າ, ດ້ວຍການສ້າງໃຫ້ອາຊຽນມີການເຊື່ອມຈອດກັນພາຍໃນ ແລະ ເຊື່ອມຈອດກັບທົ່ວໂລກ ໂດຍການນໍາໃຊ້ເຄື່ອງມືທີ່ທັນສະໄໝ ຊຶ່ງເຄື່ອງມືທັນສະໄໝດັ່ງກ່າວຈະສ້າງກາລະໂອກາດອັນໃໝ່ ແລະ ສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆຈາກເສດຖະກິດໂລກທີ່ທັນສະໄໝ.

*** ຕໍ່ຈາກສະບັບກ່ອນ ***

3.ການຫັນປ່ຽນເພື່ອກ້າວໄປສູ່ດີຈິຕອນໃນອະນາຄົດ: ບູລິມະສິດນີ້ ແມ່ນເພື່ອສົ່ງເສີມໃຫ້ອາຊຽນ ເປັນເຂດເສດຖະກິດດີຈິຕອນທີ່ນຳໜ້າ, ດ້ວຍການສ້າງໃຫ້ອາຊຽນມີການເຊື່ອມຈອດກັນພາຍໃນ ແລະ ເຊື່ອມຈອດກັບທົ່ວໂລກ ໂດຍການນໍາໃຊ້ເຄື່ອງມືທີ່ທັນສະໄໝ ຊຶ່ງເຄື່ອງມືທັນສະໄໝດັ່ງກ່າວຈະສ້າງກາລະໂອກາດອັນໃໝ່ ແລະ ສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆຈາກເສດຖະກິດໂລກທີ່ທັນສະໄໝ. ການຫັນເປັນດີຈິຕອນສາມາດເພີ່ມທະວີການເຊື່ອມຈອດໃນ ອາຊຽນເພາະຈະເປັນວິທີທາງໃໝ່ສຳລັບການຕິດຕໍ່ສື່ສານ, ການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານ.

   ດ້ວຍການນຳໃຊ້ເຕັກໂນໂລຊີດິຈີຕອນ, ວິທີການ ແລະ ກົນໄກການຊຳລະຜ່ານລະບົບເອເລັກໂຕຣນິກ, ອາຊຽນຈະສາມາດແກ້ໄຂບັນຫາສິ່ງທີ່ເປັນອຸປະສັກກີດຂວາງ ແລະ ສາມາດສື່ສານໄດ້ທັນເວລາ, ເສີມສ້າງການພັດທະນາປະຊາຄົມໃຫ້ມີ ການເຊື່ອມຈອດ ແລະ ເຊື່ອມໂຍງຫລາຍຂຶ້ນ. ການຫັນເປັນດີຈິຕອນຍັງສາມາດສ້າງຄວາມເຂັ້ມແຂງຂອງອາຊຽນ ໂດຍການຍົກລະດັບຂີດຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງ ແລະ ບັນຫາຕ່າງໆ. ພາຍໃຕ້ການເປັນປະທານຂອງ ສປປ ລາວ, ໜ້າວຽກບູລິມະສິດ ຈະສຸມໃສ່ການຫລຸດຜ່ອນສະພາວະຊັກຊ້າໃນລະບົບການຄ້າຊຶ່ງເປັນການປູທາງໄປສູ່ລະບົບຜ່ານປະຕູດຽວ ອາຊຽນໃນຮູບແບບໃໝ່ ແລະ ສ້າງແຜນງານເພື່ອກ້າວໄປສູ່ມາດຕະຖານການຄ້າດ້ານດີຈິຕອນແບບ ໃໝ່ທ່ີສອດຄ່ອງກັບມາດຕະຖານຂອງສາກົນ.

   ສປປ ລາວ ຈະຊຸກຍູ້ສົ່ງເສີມໜ້າວຽກບູລິມະສິດ ເພື່ອສ້າງກາລະໂອກາດອັນໃໝ່ໃນຂະແໜງການດີຈິຕອນສໍາລັບບຸກຄົນ ໂດຍການເປີດນໍາໃຊ້ເວທີການສຶກສາຜ່ານລະບົບອອນລາຍໃນຍຸກອຸດ ສາຫະກຳ 4.0 ແລະ ສໍາລັບທຸລະກິດໂດຍຜ່ານແຜນດຳເນີນງານການສ້າງຕັ້ງລະບົບຕົວເລກຂຶ້ນທະບຽນວິສາຫະກິດອາຊຽນ. ໜ້າວຽກບູລິມະສິດເພື່ອຜັນຂະຫຍາຍບູລິມະສິດນີ້ ປະກອບມີ: ສຳເລັດການສຶກສາດ້ານເຕັກນິກກ່ຽວກັບລະບົບພາສີຜ່ານປະຕູດຽວອາຊຽນໃນຮູບ ແບບໃໝ່ໃນນີ້, ຈະມີການຮັບຮອງ ເອົາແຜນງານວ່າດ້ວຍມາດຕະ ຖານການຄ້າດີຈິຕອນໃນອາຊຽນ, ເວທີການສຶກສາຜ່ານລະບົບອອນ ລາຍ ໃນຍຸກອຸດສາຫະກຳ 4.0 ແລະ ຮັບຮອງເອົາແຜນງານ ເພື່ອ ສ້າງຕັ້ງລະບົບຕົວເລກຂຶ້ນທະບຽນ ວິສາຫະກິດໃນອາຊຽນ.

   4.ວັດທະນະທໍາ ແລະ ສິລະປະ: ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນ ແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ: ບູລິມະສິດນີ້ແມ່ນແນໃສ່ສົ່ງເສີມບົດບາດວຽກງານວັດທະນະທໍາ ແລະ ສິລະປະໃນພາກພື້ນອາຊຽນ ເພື່ອສ້າງຄວາມອາດສາມາດ ຂອງຊັບພະຍາກອນມະນຸດ ແລະ ເພີ່ມຈໍານວນກິດຈະກຳ ແລະ ໂຄງການທາງດ້ານວັດທະນະທຳ ແລະ ສິລະປະໃນການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງດ້ານວັດທະນະທໍາຄຽງຄູ່ກັບການຈະເລີນເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ. ບັນດາໜ້າວຽກທີ່ຈະສະໜັບສະໜູນ ບູລິມະສິດດັ່ງກ່າວມີ: ຖະແຫລງການອາຊຽນ ວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງກ່ຽວກັບວັດທະນະທໍາຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ; ໂຄງການສະແດງສີລະປະອາຊຽນ ທີ່ນະຄອນຫລວງວຽງຈັນ; ສັບປະດາຮູບເງົາອາຊຽນທີ່ນະຄອນຫລວງວຽງຈັນ; ການສະແດງສິລະປະທີ່ດີເດັ່ນ 2024: “ອາຊຽນເປັນ ເວທີໜຶ່ງດຽວ”; ໂຄງການແລກປ່ຽນຊາວໜຸ່ມອາຊຽນ-ຍີ່ປຸ່ນກ່ຽວກັບຜະລິດຕະພັນທາງດ້ານສິລະປະທີ່ມີຫົວຄິດປະດິດສ້າງ; ເທສະການດົນຕີອາຊຽນ-ສ.ເກົາຫລີ 2024; ໂຄງການແລກປ່ຽນນັກສຶກສາສິລະປະດົນຕີອາຊຽນ; ຈັດສໍາມະນາກ່ຽວກັບເຈ້ຍປໍສາ ເພື່ອເຮັດໃຫ້ອາຊຽນປາສະຈາກພາດສະຕິກ; ຈັດຂະບວນລົດໄຟເຜີຍແຜ່ມໍລະດົກວັດທະນະທຳຕາມແລວເສັ້ນທາງລົດໄຟ ເພີ່ມທະວີການເຊື່ອມຈອດໃນທ່າມກາງຄວາມຫລາກຫລາຍທາງດ້ານວັດທະນະທຳ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL