ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ຄັ້ງທີ 7 ຫາລືຫລາຍບັນຫາສຳຄັນ

23/07/2024 09:47
Email Print 83
KPL - Asean 2024 ຂປລ. ໃນວັນທີ 22 ກໍລະກົດ 2024 ນີ້, ທ່ານ ບໍວອນທັດ ດວງຈັກ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການ ຜູ້ຕາງໜ້າຖາວອນປະຈໍາອາຊຽນ ສໍາລັບປີ 2024 ໄດ້ເປັນປະທານກອງປະຊຸມ ຄະນະກໍາມະການຜູ້ຕາງໜ້າ ຖາວອນປະຈໍາອາຊຽນ ຄັ້ງທີ 7 (The Seventh Meeting of the Committee of Permanent Representatives to ASEAN (CPR) - 7/2024 CPR Meeting) ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ



ຂປລ. ໃນວັນທີ 22 ກໍລະກົດ 2024 ນີ້
, ທ່ານ ບໍວອນທັດ ດວງຈັກ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການ ຜູ້ຕາງໜ້າຖາວອນປະຈໍາອາຊຽນ ສໍາລັບປີ 2024 ໄດ້ເປັນປະທານກອງປະຊຸມ ຄະນະກໍາມະການຜູ້ຕາງໜ້າ ຖາວອນປະຈໍາອາຊຽນ ຄັ້ງທີ 7 (The Seventh Meeting of the Committee of Permanent Representatives to ASEAN (CPR) - 7/2024 CPR Meeting) ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍ ມີບັນດາ ຜູ້ຕາງໜ້າຖາວອນປະຈໍາອາຊຽນ, ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

 ກອງປະຊຸມໄດ້ປຶກສາຫາລືຄວາມຄືບໜ້າ ການຕິດຕາມການຈັດຕັ້ງປະຕິບັດ ຜົນກອງປະຊຸມເຈົ້າໜ້າທີ່ອາວຸ ໂສອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ໄດ້ຈັດຂຶ້ນໃນວັນທີ 6-8 ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ, ການຕິດຕາມປຶກສາຫາລື ແລະ ທົບທວນຄືນຄວາມ ຄືບໜ້າຂອງວຽກງານ ການສ້າງປະຊາຄົມອາຊຽນ, ການພົວພັນ ແລະ ຮ່ວມມືກັບພາຍ ນອກຂອງອາຊຽນ ແລະ ປັບປຸງແຜນວຽກປະຈໍາປີ ຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ລວມທັງການກະກຽມ ໃຫ້ແກ່ກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ ທີ່ຈະຈັດຂຶ້ນໃນວັນທີ 23 ກໍລະກົດ 2024.

 

ຄະນະກໍາມະການຜູ້ຕາງໜ້າ ຖາວອນປະຈໍາອາຊຽນ ຫລື
CPR ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ພາຍຫລັງ ກົດບັດອາຊຽນມີຜົນບັງຄັບໃຊ້. CPR ມີພາລະບົດບາດຕາມ ທີ່ກໍານົດໄວ້ ໃນມາດຕາທີ 12 ຂອງກົດບັດອາຊຽນ ລວມມີ: ສະໜັບສະໜູນວຽກງານ ຂອງບັນດາສະພາປະຊາຄົມອາຊຽນ ແລະ ບັນດາ ອົງກອນລັດຖະມົນຕີຂະແໜງການຂອງອາຊຽນ; ປະສານງານ ກັບບັນດາ ກອງເລຂາອາຊຽນແຫ່ງຊາດ ແລະ ກັບບັນດາອົງກອນ ລັດຖະມົນຕີ ຂະແຫນງການຂອງອາຊຽນ; ປະສານງານ ກັບ ເລຂາທິການໃຫຍ່ອາຊຽນ ແລະ ກອງເລຂາ ອາຊຽນກ່ຽວກັບທຸກວຽກງານທີ່ກ່ຽວຂ້ອງ; ອຳນວຍຄວາມສະດວກໃນການຮ່ວມມື ຂອງອາຊຽນກັບພາຍນອກ ແລະ ປະຕິບັດໜ້າທີ່ອື່ນໆ ທີ່ອາດຈະກຳນົດ ໂດຍສະພາປະ ສານງານອາຊຽນ.

ຂ່າວ-ພາບ: ກຕທ

KPL