ນັບຖອຍຫລັງຕ້ອນຮັບການເປັນປະທານອາຊຽນ

17/07/2024 09:49
Email Print 83
KPL - Asean 2024 3,ການຫັນປ່ຽນເພື່ອກ້າວໄປສູ່ດີຈິຕອນໃນອະນາຄົດ: ບູລິມະສິດນີ້ ແມ່ນເພື່ອສົ່ງເສີມໃຫ້ອາຊຽນ ເປັນເຂດເສດຖະກິດດີຈິຕອນທີ່ນຳໜ້າ, ດ້ວຍການສ້າງໃຫ້ອາຊຽນມີການເຊື່ອມຈອດກັນພາຍໃນ ແລະ ເຊື່ອມຈອດກັບທົ່ວໂລກ ໂດຍການນໍາໃຊ້ເຄື່ອງ ມືທີ່ທັນສະໄໝ ຊຶ່ງເຄື່ອງມືທັນສະໄໝດັ່ງກາວຈະສ້າງກາລະໂອກາດອັນໃໝ່ ແລະ ສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆຈາກເສດຖະກິດໂລກທີ່ທັນສະໄໝ.

   *3,ການຫັນປ່ຽນເພື່ອກ້າວໄປສູ່ດີຈິຕອນໃນອະນາຄົດ: ບູລິມະສິດນີ້ ແມ່ນເພື່ອສົ່ງເສີມໃຫ້ອາຊຽນ ເປັນເຂດເສດຖະກິດດີຈິຕອນທີ່ນຳໜ້າ, ດ້ວຍການສ້າງໃຫ້ອາຊຽນມີການເຊື່ອມຈອດກັນພາຍໃນ ແລະ ເຊື່ອມຈອດກັບທົ່ວໂລກ ໂດຍການນໍາໃຊ້ເຄື່ອງມືທີ່ທັນສະໄໝ ຊຶ່ງເຄື່ອງມືທັນສະໄໝດັ່ງກາວຈະສ້າງກາລະໂອກາດອັນໃໝ່ ແລະ ສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆຈາກເສດຖະກິດໂລກທີ່ທັນສະໄໝ. ການຫັນເປັນດີຈິຕອນ ສາມາດເພີ່ມທະວີການເຊື່ອມຈອດໃນອາຊຽນ ເພາະຈະເປັນວິທີທາງໃໝສຳລັບການຕິດຕໍ່ສື່ສານ, ການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານ.

     ດ້ວຍການນຳໃຊ້ເຕັກໂນໂລຊີດີຈິຕອນ, ວິທີການ ແລະ ກົນໄກ ການຊຳລະຜ່ານລະບົບເອເລັກໂຕຣນິກ, ອາຊຽນຈະສາມາດແກ້ໄຂບັນຫາສິ່ງທີ່ເປັນອຸປະສັກກີດຂວາງ ແລະ ສາມາດສື່ສານໄດ້ທັນເວລາ, ເສີມສ້າງການພັດທະນາປະຊາຄົມ ໃຫ້ມີການເຊື່ອມຈອດແລະເຊື່ອມໂຍງຫລາຍຂຶ້ນ. ການຫັນເປັນດີຈິຕອນ ຍັງສາມາດສ້າງຄວາມເຂັ້ມແຂງຂອງອາຊຽນ ໂດຍການຍົກລະດັບຂີດຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງ ແລະ ບັນຫາຕ່າງໆ. ພາຍໃຕ້ການເປັນປະທານ ຂອງ ສປປ ລາວ, ໜ້າວຽກບູລິມະສິດຈະສຸມໃສ່ການຫລຸດຜ່ອນສະພາວະຊັກຊ້າໃນລະບົບການຄ້າຊຶ່ງເປັນການປູທາງໄປສູ່ລະບົບຜ່ານປະຕູດຽວອາຊຽນໃນຮູບແບບໃໝ່ ແລະ ສ້າງແຜນງານເພື່ອກ້າວໄປສູ່ມາດຕະຖານການຄ້າດ້ານດີຈິຕອນແບບໃໝ່ທີ່ສອດຄ່ອງກັບມາດຕະຖານຂອງສາກົນ.

     ສປປ ລາວ ຈະຊຸກຍູ້ສົ່ງເສີມໜ້າວຽກບູລິມະສິດ ເພື່ອສ້າງກາລະໂອກາດອັນໃໝ່ ໃນຂະແໜງການດີຈິຕອນສໍາລັບບຸກຄົນ ໂດຍການເປີດນໍາໃຊ້ເວທີການສຶກສາຜ່ານລະບົບອອນລາຍ ໃນຍຸກອຸດສາຫະກຳ 4.0 ແລະ ສໍາລັບທຸລະກິດ ໂດຍຜ່ານແຜນດຳເນີນງານການສ້າງຕັ້ງລະບົບຕົວເລກຂຶ້ນທະບຽນວິສາຫະກິດອາຊຽນ. ໜ້າວຽກບູລິມະສິດເພື່ອຜັນຂະຫຍາຍບູລິມະສິດນີ້ປະກອບມີ: ສຳເລັດການສຶກສາດ້ານເຕັກນິກກ່ຽວກັບບະລົບພາສີຜ່ານປະຕູດຽວອາຊຽນໃນຮູບແບບໃໝ່  ໃນນີ້, ຈະມີການຮັບຮອງເອົາແຜນງານວ່າ ດ້ວຍມາດຕະຖານການຄ້າດີຈິຕອນໃນອາຊຽນ, ເວທີການສຶກສາຜ່ານລະບົບອອນລາຍໃນຍຸກອຸດສາຫະກຳ 4.0 ແລະ ຮັບຮອງເອົາແຜນງານເພື່ອສ້າງຕັ້ງລະບົບຕົວເລກຂຶ້ນທະບຽນວິສາຫະກິດໃນອາຊຽນ.

    4,ວັດທະນະທໍາ ແລະ ສິລະປະ: ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນ ແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ: ບູລິມະສິດນີ້ແມ່ນແນໃສ່ສົ່ງເສີມບົດບາດວຽກງານວັດທະນະທໍາ ແລະ ສິລະປະໃນພາກພື້ນອາຊຽນ ເພື່ອສ້າງຄວາມອາດສາມາດ ຂອງຊັບພະຍາກອນມະນຸດ ແລະ ເພີ່ມຈໍານວນກິດຈະກຳແລະໂຄງການທາງດ້ານວັດທະນະທຳ ແລະ ສິລະປະໃນການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງດ້ານວັດທະນະທໍາຄຽງຄູ່ກັບການຈະເລີນເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ. ບັນດາໜ້າວຽກທີ່ຈະສະໜັບສະໜູນບູລິມະສິດດັ່ງກ່າວມີ: ຖະແຫລງການອາຊຽນ ວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງກ່ຽວກັບວັດທະນະທໍາຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ; ໂຄງການສະແດງສີລະປະອາຊຽນທີ່ນະຄອນຫລວງວຽງຈັນ; ສັບປະດາຮູບເງົາອາຊຽນ ທີ່ນະຄອນຫລວງວຽງຈັນ; ການສະແດງສິລະປະທີ່ດີເດັ່ນ 2024: “ອາຊຽນ ເປັນເວທີໜຶ່ງດຽວ”; ໂຄງການແລກປ່ຽນຊາວໜຸ່ມ ອາຊຽນ-ຍີ່ປຸ່ນ ກ່ຽວກັບຜະລິດຕະພັນທາງດ້ານ ສິລະປະທີ່ມີຫົວຄິດປະດິດສ້າງ; ເທສະການດົນຕີອາຊຽນ-ສ.ເກົາຫລີ 2024; ໂຄງການແລກປ່ຽນນັກສຶກສາສິລະປະດົນຕີອາຊຽນ; ຈັດສໍາມະນາກ່ຽວກັບເຈ້ຍປໍສາ ເພື່ອເຮັດໃຫ້ອາຊຽນປາສະຈາກປລາສະຕິກ; ຈັດຂະບວນລົດໄຟເຜີຍແຜ່ມໍລະດົກວັດທະນະທຳຕາມແລວເສັ້ນທາງລົດໄຟ - ເພີ່ມທະວີການເຊື່ອມຈອດໃນທ່າມກາງຄວາມຫລາກຫລາຍທາງດ້ານວັດທະນະທຳ.

ໂດຍ: ເກີດຂວັນໃຈ ມາລີຈັນສີ *** ຕໍ່ຈາກສະບັບກ່ອນ ***

KPL