ເພີ່ມທະວີການປະຕິບັດກົດໝາຍ ແລະ ການ ຕິດຕາມກວດກາຂອງອົງການໄອຍະການປະຊາຊົນ

ຂປລ. ກອງປະຊຸມກ່ຽວກັບ ການຕິບັດກົດໝາຍ ແລະ ການຕິດຕາມກວດກາ ຂອງອົງການໄອຍະການປະຊາຊົນ ຈັດຂຶ້ນໃນວັນທີ 21-22 ມີນາ 2024 ເພື່ອສ້າງຄວາມຮັບຮູ້ ກ່ຽວກັບການປະຕິບັດກົດໝາຍ ຂອງອົງການຈັດຕັ້ງຕ່າງໆຂອງລັດ, ວິທີການ, ກົນໄກຕິດຕາມກວດກາຂອງອົງການ ໄອຍະການປະຊາຊົນ, ການກະກຽມກອງປະຊຸມກ່ຽວກັບ ການປະຕິບັດກົດໝາຍ ແລະ ການຕິດຕາມກວດກາ ຂອງອົງການໄອຍະການປະຊາຊົນ ຂັ້ນສູນກາງໃນທ້າຍປີນີ້ ແລະ ທິດທາງການປະຕິບັດ ວຽກງານດັ່ງກ່າວ ໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງການເຄົາລົບ ແລະ ປະຕິບັດກົດໝາຍ ຊຶ່ງແມ່ນໜ້າທີ່ ແລະ ຄວາມຮັບຜິດ ຊອບຂອງທົ່ວພັກ, ທົ່ວລັດ, ທົ່ວສັງຄົມ ແລະ ແມ່ນວຽກງານໜຶ່ງ ຂອງອົງການໄອຍະການປະຊາຊົນ ເພື່ອຕິດຕາມກວດກາ ໃຫ້ກົດໝາຍໄດ້ຮັບ ການເຄົາລົບ ແລະ ປະຕິບັດຖືກຕ້ອງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ.
ພ້ອມນີ້, ທ່ານໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງພ້ອມກັນແລກປ່ຽນຄຳເຫັນ ຢ່າງເລິກເຊິ່ງ ເພື່ອສ້າງຄວາມຮັບຮູ້ທີ່ເປັນເອກະພາບ ກ່ຽວກັບການເຄົາລົບ ແລະ ປະຕິບັດກົດໝາຍ, ການຕິດຕາມກວດກາ ຂອງອົງການໄອຍະການປະຊາຊົນ ລວມທັງ ວິທີການ ແລະ ກົນໄກ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ອົງການຈັດຕັ້ງຂອງລັດ ແນໃສ່ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ສ້າງກົນໄກປະສານງານ ກ່ຽວກັບການປະຕິບັດກົດໝາຍ ແລະ ການຕິດຕາມກວດກາຂອງອົງການ ໄອຍະການປະຊາຊົນ ລະຫວ່າງ ອົງການໄອຍະການປະຊາຊົນ ກັບບັນດາກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ໃຫ້ມີບາດກ້າວໃໝ່ ອັນໜັກແໜ້ນ, ໄດ້ຮັບຜົນດີ, ຍົກສູງຄຸນນະພາບ ຂອງການຕິດຕາມກວດກາ ຂອງອົງການ ໄອຍະການ ປະຊາຊົນ ໃນຕໍ່ໜ້າຢ່າງມີປະສິດທິຜົນ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ທໍາມາຫາກິນ, ດໍາລົງຊີວິດຢ່າງຜາສຸກ, ປະ ກອບສ່ວນ ສໍາຄັນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດຂະຫຍາຍຕົວ ແລະ ຈະເລີນຮຸ່ງເຮືອງ ຢ່າງບໍ່ຢຸດຢັ້ງ ຕາມທິດສັງຄົມນິຍົມ.