ສ້າງບາດກ້າວກະໂດດຂັ້ນໃນການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືຢູ່ສາມຫລ່ຽມພັດທະນາ CLV

01/03/2024 21:13
Email Print 83
KPL - Asean 2024 ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ (SOM) ກ່ຽວກັບ ເຂດສາມຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຈັດຂຶ້ນຢູ່ແຂວງ ອັດຕະປື ຂອງ ສປປ ລາວ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,ວັນທີ29ກຸມພານີ້, ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ (SOM) ກ່ຽວກັບ ເຂດສາມຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຈັດຂຶ້ນຢູ່ແຂວງ ອັດຕະປື ຂອງ ສປປ ລາວ. ໃນໂອກາດນີ້ ທ່ານ ເຈິ່ນກວັກເຟືອງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ກ່າວຢັ້ງຢືນວ່າ: ໃນ 25 ປີ ຜ່ານມາ, 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໄດ້ສົມທົບກັນ ປະຕິບັດ ຫລາຍໂຄງການ, ການເຄື່ອນໄຫວຮ່ວມ, ປະກອບສ່ວນ ພັດທະນາ ເສດຖະກິດ ຂອງບັນດາ ທ້ອງຖິ່ນໃນເຂດເຕີບໂຕ ໄດ້ດີພໍສົມຄວນ. ວຽກງານ ຫລຸດຜ່ອນ ຄວາມທຸກຍາກ ບັນລຸໝາກຜົນ ຕັ້ງໜ້າ, ຊີວິດ ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ໄດ້ຮັບການປົວແປງ ຢ່າງບໍ່ຢຸດຢັ້ງ. ການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ໄດ້ຮັບການຮັກສາ ຢ່າງໝັ້ນຄົງ, ປະກອບສ່ວນ ສ້າງເສັ້ນ ຊາຍແດນ ແຫ່ງສັນຕິພາບ, ມີສະຖຽນ ລະພາບ, ມິດຕະພາບ ແລະ ພ້ອມກັນ ພັດທະນ ຂອງທັງສາມຊາດ. ພ້ອມທັງ ສະເໜີໃຫ້ ສາມປະເທດ ເພີ່ມທະວີ ການສົມທົບ ແລະ ວາງອອກ ມາດຕະການ ທີ່ຮອບດ້ານກວ່າ ເພື່ອສ້າງ ບາດກ້າວ ກະໂດດຂັ້ນ ໃນການຜັນຂະຫຍາຍ ບັນດາຂໍ້ຕົກລົງ ຮ່ວມມື ໃນເຂດ ສາມຫລ່ຽມ ພັດທະນາ CLV./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL