ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ມອບເງິນສະໜັບສະໜູນ ງານເປີດປີທ່ອງທ່ຽວລາວ 2024 ຢູ່ສະຫວັນນະເຂດ

29/02/2024 14:26
Email Print 83
KPL - Asean 2024 ຂປລ. ໃນວັນ​ທີ 28 ກຸມ​ພາ 2024 ຜ່ານ​ມາ, ບໍ​​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ຈຳ​ກັດ ໄດ້​ມອບ​ເງິນ​ສະ​ໜັບ​ສະ​ໜູນງານ​ເປີດ​ປີ​ທ່ອງ​ທ່​ຽວ​ລາວ 2024 ແຂ​ວງ​ສະ​ຫວັນ​ນະ​ເຂດ ມູນ​ຄ່າ 100 ລ້ານ​ກີບ ເຊິ່ງ​ຮັບ​ໂດຍ ທ່ານ ບຸນ​ໂຈມ ອຸ​ບົນ​ປະ​ເສີດ ເຈົ້າ​ແຂວງ​​ສະ​ຫວັນ​ນະ​ເຂດ

 

    ຂປລ. ໃນວັນ​ທີ 28 ກຸມ​ພາ 2024 ຜ່ານ​ມາ, ບໍ​​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ຈຳ​ກັດ ໄດ້​ມອບ​ເງິນ​ສະ​ໜັບ​ສະ​ໜູນງານ​ເປີດ​ປີ​ທ່ອງ​ທ່​ຽວ​ລາວ 2024 ແຂ​ວງ​ສະ​ຫວັນ​ນະ​ເຂດ ມູນ​ຄ່າ 100 ລ້ານ​ກີບ ເຊິ່ງ​ຮັບ​ໂດຍ ທ່ານ ບຸນ​ໂຈມ ອຸ​ບົນ​ປະ​ເສີດ ເຈົ້າ​ແຂວງ​​ສະ​ຫວັນ​ນະ​ເຂດ ​ແລະ ມອບໂດຍ ທ່ານ ນາງ ລັດສະນີ ສີສານ ຫົວໜ້າຝ່າຍພົວພັນລັດຖະບານຫ້ອງການສະຫວັນນະເຂດ. 
   ໂອກາດນີ້
, ​ທ່ານເຈົ້າແຂວງສະຫວັນ​ນະ​ເຂດ ໄດ້​​​ສະ​ແດງ​ຄວາມຂອບ​ໃຈ​ມາ​ຍັງ​ ບໍ​​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ຈຳ​ກັດ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕະ​ຫລອດ​ມາ ພ້ອມທັງຢືນຢັນວ່າ ຈະ​ນຳ​ໃຊ້​ເງິນດັ່ງກ່າວ ເຂົ້າ​ໃນ​ການ​ປະ​ດັບ​ປະ​ດາດອກ​ໄຟ​, ປ້າຍ ແລະ ອື່ນໆ ໃນ​ຕົວ​ເມືອງ​ໄກ​ສອນ​ ພົ​ມ​ວິ​ຫານ​ ໃຫ້​ສວຍ​ສົດ​ງົດ​ງາມ​. ນອກ​ຈາກນັ້ນ, ​ຍັງ​ຈະ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ປັບ​ປຸງ​ສະ​ຖານ​ທີ່​ທ່ອງ​ທ່​ຽວ​ຕ່າງໆ​ ໃນ​ແຂວງ​ສະ​ຫວັນ​ນະ​ເຂດ​ ເຊັ່ນ: ແຄມ​ຂອງ​ໃນ​ຕົວ​ເມືອງ​ສະ​ຫວັນ​ນະ​ເຂດ, ທາດ​ອີງ​ຮັງ ແລະ ພະ​ທາດ​ໂພ່ນ ເພື່ອ​ໃຫ້​ດຶງ​ດູດ​ນັກ​ທ່ອງ​ທ່​ຽວ. ​
    ໃນ​ວັນ​ດ​ຽວ​ ບໍ​​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ຈຳ​ກັດ ​ກໍ່ໄດ້​ມອບ​ເງິນ​ສະ​ໜັບ​ສະ​ໜູນ​ ໃຫ້​ສະ​ມາ​ຄົມ​ທຸ​ລະ​ກິດ​ຍິງສະ​ຫວັນ​ນະ​ເຂດ ມູນ​ຄ່າ
30 ລ້ານ​ກີບ ​​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຈັດ​ງານ​ສະ​ຫວັນ ສຸກ​ສັນ ຫັນ​ສາ ທີ່​ຕິດ​ພັນ​ກັບ​ປີ​ທ່ອງ​ທ່​ຽວ​ລາວ 2024 ທີ່​ແຂວງ​ສະ​ຫວັນ​ນະ​ເຂດ ເຊິ່ງ​ຈະ​ຈັດ​ຂຶ້ນ​ທີ່​ຕົວ​ເມືອງ​ເກົ່າ ນະ​ຄອນ​ໄກ​ສອນ ​ພົມ​ວິ​ຫານ ໃນ​ລະ​ຫວ່າງວັນ​ທີ 10-17 ມີ​ນາ 2024.

ຂໍ້​ມູນ-ພາບ: ບໍ​​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ຈຳ​ກັດ

KPL