ຖະແຫລງການຮ່ວມກອງປະຊຸມ ລມຕ ທ່ອງທ່ຽວອາຊຽນ ຄັ້ງທີ 27

21/02/2024 10:14
Email Print 83
KPL - Asean 2024 ກອງປະຊຸມໄດ້ເຫັນດີເພ່ີມວິຊາຊີບການທ່ອງທ່ຽວດ້ານການຈັດງານ (MICE) ແລະ ວິຊາຊີບສະປາ ເຂົ້າໃນສັນຍາຮັບຮູ້ເຊິ່ງກັນ ແລະ ກັນວ່າດ້ວຍວິຊາຊີບທ່ອງທ່ຽວອາຊຽນ ແລະ ຄຳແນະນໍາໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ.

*** ຕໍ່ຈາກສະບັບກ່ອນ ***

     ກອງປະຊຸມໄດ້ເຫັນດີ ເພ່ີມວິຊາຊີບການທ່ອງທ່ຽວດ້ານການຈັດງານ (MICE) ແລະ ວິຊາຊີບສະປາເຂົ້າໃນສັນຍາຮັບຮູ້ເຊິ່ງກັນ ແລະ ກັນວ່າດ້ວຍວິຊາຊີບທ່ອງທ່ຽວອາຊຽນ ແລະ ຄຳແນະນໍາໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ. ກອງປະຊຸມເຫັນດີທົບທວນຄືນການດຳເນີນງານຂອງກອງເລຂາພາກພື້ນ ແລະ ຫວັງວ່າຈະໄດ້ຮັບການປັບປຸງຢ່າງທັນການ. ກອງປະຊຸມໄດ້ຕີລາຄາສູງຕໍ່ອິນໂດເນເຊຍທີ່ເປັນເຈົ້າພາບໃນການສ້າງຕັ້ງກອງເລຂາພາກພື້ນດັ່ງກ່າວ. ກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕ່ໍການຈັດຕັ້ງປະຕິບັດກອງປະຊຸມສາກົນວ່າດ້ວຍສັນຍາຮັບຮູ້ເຊິ່ງກັນ ແລະ ກັນວ່າດ້ວຍວິຊາຊີບທ່ອງທ່ຽວອາຊຽນ ຄັ້ງທີ 4 ຊຶ່ງຈັດຂຶ້ນພ້ອມກັບກອງປະຊຸມເຄື່ອຂ່າຍການສືກສາ ແລະ ການຝຶກອົບຮົມການທ່ອງທ່ຽວອາຊຽນບວກສາມ 2023 ຊຶ່ງ ຈັດຂຶ້ນໃນວັນທີ 8-9 ພຶດສະພາ 2023 ທີ່ບັນດຸງ, ປະເທດອິນໂດເນເຊຍ. ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນຈັດເທສະການທີ່ຄ້າຍຄືກັນນີ້ໃນທຸກໆປີ ທັ້ງນີ້ກໍເພື່ອສົ່ງເສີມ ແລະ ສ້າງຄວາມຮັບຮູ້ກ່ຽວກັບສັນຍາຮັບຮູ້ເຊິ່ງກັນ ແລະ ກັນວ່າດ້ວຍວິຊາຊີບທ່ອງທ່ຽວອາຊຽນໃນລະ ດັບຊາດ ແລະ ລະດັບພາກພື້ນ.

    ຮັບປະກັນການພັດທະນາການທ່ອງທ່ຽວແບບຍົນຍົງ ແລະ ມີສ່ວນຮ່ວມສຳລັບທຸກຄົນ ກອງປະຊຸມໄດ້ຍ້ອງຍໍຊົມເຊີຍ ຕໍ່ວຽກງານທີ່ຕິດພັນກັບການສ້າງແຜນປະຕິບັດງານສຳລັບການພັດທະນາການທ່ອງທ່ຽວແບບຍືນຍົງໃນອາຊຽນ ແລະ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ຂໍ້ລິເລີ່ມດັ່ງກ່າວ. ກອງປະຊຸມໄດ້ຮັບຮອງເອົາແຜນປະຕິບັດງານແນໃສ່ເພື່ອສະໜອງຄຳແນະນຳວຽກງານຕ່າງໆໃຫ້ແກ່ອາຊຽນ ເຊັ່ນ: ບັນດາ ຄຸນຄ່າ ແລະ ນະວັດຕະກໍາຫລັກ ເພື່ອຄວາມຍືນຍົງ ແລະ ວິທີສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພາກ ສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມຍືນຍົງຫລາຍກວ່າເກົ່າ. ກອງປະຊຸມຍັງໄດ້ໃຫ້ຂ້ໍສັງເກດວ່າ ແຜນປະຕິບັດງານໄດ້ກຳນົດເປົ້າໝາຍກວ້າງໆ ສຳລັບບັນດາປະເທດສະມາຊິກອາ ຊຽນໂດຍອີງໃສ່ບັນດາຂັ້ນຕອນ ການພັດທະນາແບບຍືນຍົງຂອງ ພາກພື້ນອາຊຽນ. ກອງປະຊຸມໄດ້ ຮັບຮູ້ເຖິງບົດບາດສຳຄັນຂອງຄູ່ ຮ່ວມມືດ້ານການທ່ອງທ່ຽວຂອງ ອາຊຽນ ລວມທັງພາກເອກະຊົນ ໃນການມີສ່ວນຮ່ວມ ແລະ ມີຄວາມ ພະຍາຍາມສູງຂອງບັນດາປະເທດສະມາຊິກອາຊຽນ ໃນການສົ່ງເສີມການທ່ອງທ່ຽວອາຊຽນ ໃຫ້ມີການແຂ່ງຂັນ, ມີຄວາມຍືນຍົງ ແລະ ມີຄວາມເປັນເອກະພາບກັນ.

ກອງປະ ຊຸມໄດ້ຍົກໃຫ້ເຫັນຄວາມຈຳເປັນ ໃນການສ້າງຕ້ັງ ແລະ ຮັບປະກັນຮູບແບບທີ່ເໝາະສົມທີ່ເອົາພາກເອກະຊົນທ່ີກ່ຽວຂ້ອງກັບການທ່ອງທ່ຽວເຂົ້າມາມີສ່ວນຮ່ວມ. ກອງປະຊຸມໄດ້ຍົກໃຫ້ເຫັນຄວາມຄືບໜ້າກ່ຽວກັບການປະຕິບັດຖະແຫລງການ ພະນົມເປັນກ່ຽວກັບການຫັນປ່ຽນການທ່ອງທ່ຽວອາຊຽນ. ກຳປູເຈຍ ໃນຖານະເປັນປະເທດຜູ້ປະສານງານພວມກະກຽມ 3 ຜະລິດຕະພັນ ພາຍໃຕ້ໂຄງການນີ້ເຊັ່ນ: (i) ຄູ່ມື ການນຳໃຊ້ດີຈິຕອນໃນຂະແໜງການທ່ອງທ່ຽວ, (ii) ຄູ່ມືການດຳເນີນທຸລະກິດການທ່ອງທ່ຽວສີຂຽວ ແລະ (iii) ຄຳແນະນຳວ່າດ້ວຍການສະໜອງທຶນສີຂຽວດ້ານການທ່ອງທ່ຽວອາຊຽນ. ມະຫະກຳທ່ອງທ່ຽວອາຊຽນ (ATF) 2024 ໄດ້ຈັດຂຶ້ນ ລະຫວ່າງວັນທີ 22-27 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ, ສປປ ລາວ ພາຍໃຕ້ຄຳຂວັນ “ການທ່ອງທ່ຽວທີ່ມີ ຄຸນນະພາບ ແລະ ມີຄວາມຮັບຜິດຊອບ ເພ່ືອຄວາມຍືນຍົງຂອງອາຊຽນໃນອະນາຄົດ”. ຈຳນວນຜູ້ຂາຍ ແລະ ຜູ້ວາງສະແດງຈາກຕ່າງປະເທດ ມີທັງໝົດ 250 ທ່ານ, ຜູ້ຊື້ມີ 126 ທ່ານ ແລະ ສື່ມວນຊົນພາຍໃນ ແລະ ຕ່າງປະເທດ ມີ 108 ທ່ານ ເຂົ້າຮ່ວມ ATF 2024. ກອງປະ ຊຸມໄດ້ຮັບຊາບວ່າ: ມະຫະກຳທ່ອງ ທ່ຽວອາຊຽນ (ATF) 2025 ຈະ ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 19-25 ມັງກອນ 2025 ທີ່ປະເທດມາເລເຊຍ ພາຍໃຕ້ຄຳຂວັນ: “ຄວາມເປັນເອກະພາບໃນການເຄ່ືອນໄຫວ: ການສ້າງຮູບແບບການທ່ອງທ່ຽວອາຊຽນໃນຕໍ່ໜ້າ”.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL