ທ່ານ ສີ ຈິ້ນຜິງ ຈະພົບປະກັບ ທ່ານ ໂດນັນ ທຣຳ ຢູ່ ສ.ເກົາຫລີ

29/10/2025 16:00
Email Print 83
KPL - Asean 2024 ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ ແລະ ຕົກ​ລົ​ງ​ກັນ ລະ​ຫວ່າງ ສອງຝ່າຍ ສປ ຈີນ-ສ.ອາເມລິກາ, ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ຈະພົບກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຢູ່ນະຄອນ ປູຊານ ຂອງ ສ.ເກົາຫລີ ໃນວັນທີ 30 ຕຸລານີ້

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 29 ຕຸ​ລາ​ນີ້, ໂຄສົກກະຊວງ ການຕ່າງ ປະເທດຈີນ ​ເປີດ​ເຜີຍ​ໃຫ້​ຮູ້ວ່າ: ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ ແລະ ຕົກ​ລົ​ງ​ກັນ ລະ​ຫວ່າງ ສອງຝ່າຍ ສປ ຈີນ-ສ.ອາເມລິກາ, ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ຈະພົບກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຢູ່ນະຄອນ ປູຊານ ຂອງ ສ.ເກົາຫລີ ໃນວັນທີ 30 ຕຸລານີ້,  ເພື່ອແລກປ່ຽນ ຄວາມເຫັນ ກ່ຽວ ກັບສາຍພົວພັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ ແລະ ບັນຫາຕ່າງໆ ທີ່ສອງຝ່າຍ ມີຄວາມສົນໃຈ ຮ່ວມກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL