ເກາະບາຫລີ ເລີ່ມເກັບພາສີນັກທ່ອງທ່ຽວໃນກາງເດືອນນີ້
Email
Print
83

KPL - Asean 2024
ມາດຕະການ ເກັບພາສີ ນັກທ່ອງທ່ຽວ ມີຜົນບັງຄັບໃຊ້ ກັບຜູ້ເດີນທາງ ມາຢ້ຽມຢາມ ເກາະບາຫລີ ເລີ່ມປະຕິບັດ ວັນທີ14ກຸມພານີ້ ເປັນຕົ້ນໄປ ຊຶ່ງຈະຕ້ອງຈ່າຍ 150.000 ຣູເປຍ

ຂປລ.ສຳນັກຂ່າວ ເອເອຟພີ(AFP), ມາດຕະການ ເກັບພາສີ ນັກທ່ອງທ່ຽວ ມີຜົນບັງຄັບໃຊ້ ກັບຜູ້ເດີນທາງ ມາຢ້ຽມຢາມ ເກາະບາຫລີ ເລີ່ມປະຕິບັດ ວັນທີ14ກຸມພານີ້ ເປັນຕົ້ນໄປ ຊຶ່ງຈະຕ້ອງຈ່າຍ 150.000 ຣູເປຍ ໂດຍລວມທັງ ເກາະອ້ອມຂ້າງຄື: ເກາະນູຊາ ເປີີນີດາ, ເກາະນູຊາ ເລມໂບງັນ ແລະ ເກາະນູຊາ ເຊນິງັນ.ນອກນີ້ ເດັກ ແລະ ນັກທ່ອງທ່ຽວ ທີ່ເດີນທາງ ມາຈາກ ພື້ນທີ່ ສ່ວນອື່ນ ຂອງອິນໂດເນເຊຍ ທັງທາງບົກ ຫລື ຖ້ຽວບິນ ພາຍໃນປະເທດ ຕ້ອງຈ່າຍ ພາສີ ເຊັ່ນກັນ ໂດຍບໍ່ມີຂໍ້ຍົກເວັ້ນ.ໂດຍເງິນ ທີ່ໄດ້ຈາກ ການເກັບພາສີ ນັກທ່ອງທ່ຽວ ຈະຖືກນຳມາໃຊ້ ໃນການປັບປຸງບໍລິການ ການທ່ອງທ່ຽວ, ການອະນຸລັກ ວັດທະນະທຳ ບາຫລີ ແລະ ການປົກປັກ ຮັກສາ ສິ່ງແວດລ້ອມ ເທິງເກາະ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ