ໄຊສົມບູນປາຖະກະຖາ ວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 68 ປີ
ຂປລ. ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ສະຫະພັນກຳມະບານ ແຂວງໄຊສົມບູນ ຈັດປາຖະກະຖາ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024) ໃນວັນທີ 31 ມັງກອນ 2024 ຜ່ານມາ ໂດຍການປະຖະກະຖາຂອງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະພັກ, ເຈົ້າແຂວງໄຊສົມບູນ, ມີ ສະຫາຍ ເນັ່ງຢ່າງ ໃຈຫວັງໝັ້ນ ປະທານຄະນະບໍລິ ຫານງານສະຫະພັນກຳມະບານແຂວງ, ພ້ອມດ້ວຍ ປະທານ-ຮອງປະທານກຳມະບານຮາກຖານ ອ້ອມ ຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ເລົ່າຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ຄົບຮອບ 68 ປີ. ທັງນີ້, ກໍເພື່ອເປັນການໂຄສະນາສຶກສາອົບຮົມ ໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານໄດ້ມີຄວາມຮັບຮູ້ ແລະ ເຂົ້າ ໃຈເຖິງມູນເຊື້ອ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ທີ່ຕິດພັນກັບມູນເຊື້ອການຕໍ່ສູ້ກູ້ຊາດແຕ່ລະໄລຍະຂອງຊົນຊັ້ນກຳມະກອນລາວ ແລະ ຜົນງານການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກກຳມະບານ, ພ້ອມທັງເປັນການເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດ, ຄຸນລັກສະນະອັນດີເລີດຂອງຊົນຊັ້ນກຳມະກອນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ແນໃສ່ປຸກລະດົມ ແລະ ສ້າງຈິດສຳນຶກໃຫ້ແກ່ສະມາຊິກກຳມະບານ ໄດ້ຫວນຄືນມູນເຊື້ອອັນອົງອາດກ້າຫານ ຂອງຊົນຊັ້ນກຳມະກອນລາວ, ຜູ້ອອກແຮງງານໃນຮຸ່ນກ່ອນຈົນເຖິງປັດຈຸບັນ ທີ່ໄດ້ຕັ້ງໜ້າປະ ກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກຳມະບານລາວ.
ພ້ອມນີ້, ຍັງເປັນການປຸກລະດົມສ້າງຂະບວນການ ໃນການປະຕິບັດໜ້າທີ່ວິຊາສະເພາະ ໃຫ້ມີລະບຽບວິໄນ, ການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຕິບັດຕາມຄຳຂວັນ ກຳມະບານລາວເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ນໍ້າໃຈສາກົນກຳມະຊີບ.
ຂ່າວ: ຟອງ ນໍນິນທາ