ອາຣັບບີ ຊາອຸດິດ ຍັງຄົງພິຈາລະນາການເຂົ້າເປັນສະມາຊິກກຸ່ມບຣິກສ
ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ຣີຢັດ ປະເທດ ອາຣັບບີ ຊາອຸດິດ ເມື່ອວັນທີ 2 ກຸມພາ ໂດຍອ້າງຂໍ້ມູນ ຈາກແຫລ່ງຂ່າວ ລະດັບສູງ ໃນລັດຖະບານ ອາຣັບບີ ຊາອຸດິດ ວ່າ ຍັງບໍ່ທັນ ໄດ້ຕອບຮັບ ການເຂ້າເປັນ ສະມາຊິກ ກຸ່ມປະເທດ ເສດຖະກິດ ເກີດໃໝ່ “ບຣິກສ” ເນື່ອງຈາກ ຍັງຄົງຢູ່ລະຫວ່າງ ພິຈາລະນາ ລາຍລະອຽດ ທັງໝົດ.
ຂະນະທີ່ ທ່ານ ໄຟຊາລ ອາລີບຣາຮີມ ລັດຖະມົນຕີ ກະຊວງ ເສດຖະກິດ ອາຣັບບີ ຊາອຸດິດ ກ່າວວ່າ: ລັດຖະບານ ພວມສຶກສາ ຂໍ້ມູນທີ່ກ່ຽວຂ້ອງ. ການເຄື່ອນໄຫວ ດັ່ງກ່າວ ຂອງອາຣັບບີ ຊາອຸດິດ ເກີດຂື້ນ ຫລັງຈາກ ທ່ານນາງ ເລດີ ພັນດໍຣ ລັດຖະມົນຕີ ກະຊວງ ການຕ່າງປະເທດ ອາຟຣິກາໃຕ້ ກ່າວວ່າ: ລັດຖະບານ ອາຣັບບີ ຊາອຸດິດ ເຂົ້າຮ່ວມ ເປັນສ່ວນໜຶ່ງ ຂອງບຣິກສແລ້ວ.
ກອງປະຊຸມ ສຸດຍອດ ຜູ້ນໍາບຣິກສ ມີມະຕິ ລະຫວ່າງ ກອງປະຊຸມ ສຸດຍອດຜູ້ນໍາ ຊຶ່ງຈັດຂື້ນ ທີ່ເມືອງ ໂຈຮັນເນສເບີຣກ ໃນອາຟຣິກາໃຕ້ ເມື່ອເດືອນ ສິງຫາ ປີກາຍ, ຊຶ່ງກຽມຂະຫຍາຍ ຈຳນວນ ສະມາຊິກ ເພີ່ມອີກ 6 ປະເທດ ໄດ້ແກ່: ອາຊັງຕິນ, ອີຣານ, ເອທີໂອປີ, ເອຢິບ, ອາຣັບບີ ຊາອຸດິດ ແລະ ສະຫະນະຄອນ ເອເມເຣັດອາຣັບ (ຢູເອອີ) ໃນວັນທີ 1 ມັງກອນ 2024 ເທົ່າກັບວ່າ ບຣິກສ ຈະມີສະມາຊິກ ເພີ່ມເປັນ ຢ່າງໜ້ອຍ 11 ປະເທດ.
ໂດຍສະມາຊິກ ປັດຈຸບັນໄດ້ແກ່: ບຣາຊິນ, ຣດັເຊຍ, ອິນເດຍ, ສປ ຈີນ ແລະ ອາຟຣິກາໃຕ້ ຊຶ່ງເປັນປະເທດ ຫລ້າສຸດ ທີ່ເຂົ້າເປັນສະມາຊິກ ບຣິກສ ເມື່ອປີ 2010./.