ສະແດງດົນຕີພຶ້ນເມືອງ ສະເຫລີມສະຫລອງບຸນກຸດຈີນ

01/02/2024 14:48
Email Print 83
KPL - Asean 2024 ຂປລ. ງານສະແດງດົນຕີພື້ນເມືອງ ອໍເກັສຕາອູຊີ ເພື່ອສະເຫລີມສະຫລອງບຸນກຸດຈີນ ປີມະ ໂລງ ປະຈໍາປີ 2024 ຈັດຂຶ້ນວັນທີ 30 ມັງກອນ 2024 ທີ່ສູນການຄ້າວຽງຈັນເຊັນເຕີ ພາຍໃຕ້ຫົວຂໍ້ “ບົດເພງແຫ່ງລະດູບານໃໝ່” ໂດຍມີ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ

ຂປລ. ງານສະແດງດົນຕີພື້ນເມືອງ ອໍເກັສຕາອູຊີ ເພື່ອສະເຫລີມສະຫລອງບຸນກຸດຈີນ ປີມະ ໂລງ ປະຈໍາປີ 2024 ຈັດຂຶ້ນວັນທີ 30 ມັງກອນ 2024 ທີ່ສູນການຄ້າວຽງຈັນເຊັນເຕີ  ພາຍໃຕ້ຫົວຂໍ້ ບົດເພງແຫ່ງລະດູບານໃໝ່ໂດຍມີ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຫວັງເຫວິຍຄຸນ ຜູ້ອຳນວຍການສູນການຄ້າວຽງຈັນເຊັນເຕີ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມ.



ເພື່ອແບ່ງປັນຄວາມສຸກ, ຄວາມເບີກບານມວນຊື່ນ ແລະ ເພື່ອຕ້ອນຮັບບຸນກຸດຈີນປີມະໂລງ ສະນັ້ນ
, ສິລະປິນ ຈາກວົງດົນຕີອໍເກັດຕາພື້ນເມືອງອູຊີ ຈຶ່ງໄດ້ນໍາເອົາສຽງດົນຕີ ທີ່ມີມົນສະເໜ່ ຂອງການບັນເລງຮູບແບບ ຈ່ຽງໜານຊື່ຈູ ມາໃຫ້ໄດ້ຮັບຟັງເຊິ່ງສະແດງໃຫ້ເຫັນພາບອັນເບີກບານມ່ວນຊື່ນ ຂອງການເຊີດມັງກອນ, ສຽງຄ້ອງ ແລະ ສຽງກອງ ດ້ວຍຈັງຫວະທີ່ໂດດເດັ່ນ ທີ່ເປັນເອກະລັກ, ກິ່ນອາຍຂອງຊີວິດການເປັນຢູ່ ແລະ ບົດເພງທີ່ສື່ເຖິງດອກໄມ້ງາມແຄມນໍ້າ ຄືນລະດູບານໃໝ່ ເຊິ່ງເປັນບົດທີ່ມີຊື່ສຽງ. ນອກຈາກນີ້, ຍັງບົດເພງ ຟາດແສ້ຄຸມມ້າ ແມ່ນໜຶ່ງ ໃນຜົນງານທີ່ເປັນຕົວແທນ ຂອງເຄື່ອງດົນຕີຂຸ່ຍແນວໃໝ່ ທີ່ສ້າງຂຶ້ນໂດຍອີງໃສ່ແນວດົນຕີພື້ນເມືອງ ພາກຕາເວັນອອກສ່ຽງເໜືອຂອງຈີນ ໄດ້ພັນລະນາເຖິງພາບບັນຍາກາດ ທີ່ມີຄວາມສຸກ ຂອງຊາວນາ ທີ່ຂັບລົດໃຫຍ່ບັນທຸກ ເມັດພືດພັນຫລັງຈາກການເກັບກ່ຽວ, ພ້ອມນີ້, ຍັງມີບົດເພງ ຄໍ່າຄືນແຫ່ງຄວາມມ່ວນຊື່ນ, ສາມກົກ, ສຽງກອງສຽງຄ້ອງແຫ່ງການເກັບກ່ຽວ,  ເສັ້ນທາງສາຍໄໝພາກໃຕ້, ດວງຈັນສະທ້ອນເທິງນໍ້າພຸເອີສວນ, ຖຽນມີ້ມີ້, ດວງຈັນແທນດວງໃຈຂອງຂ້ອຍ ແລະ ບົດເພງອື່ນໆ.

ຂ່າວ: ກິດຕາ

KPL