ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ເປີດຂຶ້ນຢ່າງເປັນທາງການ

29/01/2024 19:44
Email Print 83
KPL - Asean 2024 ກອງປະຊຸມລັດຖະມົນຕີ ຕ່າງປະເທດ ອາຊຽນແບບວົງແຄບ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2024 ທີ່ແຂວງຫລວງພະບາງ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”

ຂປລ. ກອງປະຊຸມລັດຖະມົນຕີ ຕ່າງປະເທດ ອາຊຽນແບບວົງແຄບ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2024 ທີ່ແຂວງຫລວງພະບາງ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ພາຍໃຕ້ຄຳຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນໂດຍມີລັດຖະມົນຕີ ຕ່າງປະເທດອາຊຽນ, ລັດຖະມົນຕີ ຕ່າງປະເທດ ຕີມໍແລັດສະເຕ ໃນນາມປະເທດສັງເກດການ ແລະ ເລຂາທິການໃຫຍ່ ອາຊຽນ.

ກອງປະຊຸມ ໄດ້ທົບທວນ ແລະ ຮັບຊາບຄວາມຄືບໜ້າການ ຈັດຕັ້ງປະຕິບັດຜົນຂອງກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງທີ່ຈັດຂຶ້ນ ໃນເດືອນກັນຍາ 2023 ທີ່ ອິນໂດເນເຊຍ ແລະ ໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງ ປະຕິບັດວິໄສທັດ ປະຊາຄົມອາ ຊຽນ 2025; ກອງປະຊຸມ, ຍັງໄດ້ປຶກສາ ຫາລືກ່ຽວກັບ ວິທີທາງທີ່ເປັນຮູບປະທໍາ ແລະ ຍືນຍົງ ເພື່ອສືບຕໍ່ຮັດແໜ້ນ ປະຊາຄົມອາຊຽນ, ຄວາມເປັນແກນກາງ ແລະ ຄວາມເຂັ້ມແຂງຂອງອາຊຽນ ໃນທ່າມ ກາງສິ່ງທ້າທາຍຕ່າງໆ ໃນພາກພື້ນ ແລະ ສາກົນ; ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າທີ່ດີຂອງການ ຈັດຕັ້ງປະຕິບັດ 3 ແຜນແມ່ບົດປະຊາຄົມອາຊຽນ ແລະ ເຫັນດີດ້ວຍການທົບທວນ ແລະ ການປະເມີນ ຮອບດ້ານ ໄລຍະສຸດທ້າຍ ຂອງບັນດາແຜນແມ່ບົດ ປະຊາຄົມອາຊຽນ ແລະ ແຜນແມ່ບົດວ່າດ້ວຍການ ເຊື່ອມຈອດ ອາຊຽນ 2025 ຈະເລີ່ມຂຶ້ນໃນໄວໆນີ້.

ປັດຈຸບັນ ອາຊຽນ ກຳລັງຢູ່ໃນຂັ້ນຕອນການສ້າງວິໄສທັດປະຊາຄົມອາຊຽນ 2045 ລວມທັງ ແຜນຍຸດທະສາດຈັດຕັ້ງປະຕິບັດວິໄສທັດດັ່ງກ່າວ. ຕໍ່ກັບບັນຫາດັ່ງກ່າວ, ກອງປະຊຸມໄດ້ສະແດງຄວາມ ຊົມເຊີຍຕໍ່ຄະນະສະເພາະກິດ ລະດັບສູງ ວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫລັງປີ 2025 ໃນການຮ່າງວິໄສທັດ ປະຊາຄົມອາຊຽນ 2045 ເພື່ອສ້າງ: ປະຊາຄົມອາຊຽນ ທີ່ເຂັ້ມແຂງ, ມີນະວັດຕະກຳ, ຄ່ອງແຄ້ວ ແລະ ທີ່ມີປະຊາຊົນ ເປັນແກນກາງ. ກອງປະຊຸມໄດ້ສຸກຍູ້ ການຮ່າງແຜນ ຍຸດທະສາດ ປະຊາຄົມການເມືອງ- ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດ ປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດ ປະຊາຄົມວັດທະນະທໍາ- ສັງຄົມອາຊຽນ ແລະ ແຜນຍຸດທະສາດ ການເຊື່ອມຈອດ ອາຊຽນ ໄດ້ສຳ ເລັດໃນໄລຍະ ການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024. ວິໄສທັດດັ່ງກ່າວ ພ້ອມດ້ວຍບັນດາ ແຜນຍຸດທະສາດ ຈະຖືກຮັບຮອງເອົາໃນປີ 2025.

ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ສະໜັບສະໜູນ 9 ບູລິມະສິດ ສໍາລັບການ ເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ສຸມໃສ່ 2 ອົງປະກອບຫລັກ ຄື: ເພີ່ມທະວີ ການເຊື່ອມຈອດແລະ ເພີ່ມທະວີຄວາມເຂັ້ມແຂງ”. ພາຍໃຕ້ອົງປະກອບການ ເພີ່ມທະວີການເຊື່ອມຈອດ ປະ ກອບມີ 4 ບູລິມະສິດ ຄື: ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານ ເສດຖະກິດ, ການສ້າງອະນາຄົດ ແບບມີສ່ວນຮ່ວມ ຢ່າງທົ່ວເຖິງ ແລະ ຍືນຍົງ, ການຫັນປ່ຽນ ເພື່ອກ້າວໄປສູ່ ດິຈິຕອນໃນອະນາຄົດ ແລະ ວັດທະນະທໍາ ແລະ ສິລະປະ: ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນ ອາຊຽນ ແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ. ພາຍໃຕ້ອົງປະກອບການເພີ່ມທະວີຄວາມເຂັ້ມແຂງ ປະກອບມີ 5 ບູລິມະສິດ ຄື: ການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2045, ຮັດແໜ້ນຄວາມເປັນ ແກນກາງຂອງອາຊຽນ, ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມ ແຂງຕໍ່ການປ່ຽນແປງສະພາບດິນຟ້າ ອາກາດ, ແມ່ຍິງ ແລະ ເດັກນ້ອຍ: ສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການ ຫັນເປັນວິທີການຢ່າງເປັນລະບົບ ແລະ ສາທາລະນະສຸກ: ການຫັນໄປສູ່ຄວາມເຂັ້ມແຂງ ທາງດ້ານສາທາລະນະສຸກ ຂອງອາຊຽນ ໃນສະພາບການໃໝ່.

ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງອາຊຽນກັບພາຍນອກ, ລວມທັງການສະເໜີ ຂອງບາງປະເທດ ເພື່ອເປັນຄູ່ຮ່ວມມືຂອງອາຊຽນ. ກອງປະຊຸມ ໄດ້ເນັ້ນຄວາມສຳ ຄັນຂອງການຮັດແໜ້ນ ຄວາມເປັນເອກະພາບ ແລະ ຄວາມເປັນແກນກາງ ຂອງອາຊຽນ ໃນການພົວພັນ ກັບຄູ່ຄວາມຮ່ວມມືພາຍນອກ ໂດຍຜ່ານ ບັນດາ ກົນໄກ ທີ່ມີອາຊຽນເປັນຜູ້ນໍາພາ. ພ້ອມນີ້, ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າ ຂອງການກະກຽມ ກອງປະຊຸມທີ່ສຳຄັນ ເປັນຕົ້ນ ກອງປະຊຸມສຸດຍອດ ສະໄໝພິເສດ ເພື່ອສະເຫລີມ ສະຫລອງ ການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 6 ມີນາ 2024 ທີ່ ເມວເບີນ, ປະເທດອົດສະຕຣາລີ ພາຍໃຕ້ການເປັນປະທານຮ່ວມ ຂອງ ສປປ ລາວ ແລະ ອົດສະຕຣາລີ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ທີ່ຈະຈັດຂຶ້ນໃນວັນທີ 2 ກຸມພາ 2024 ທີ່ ບຣຸກແຊນ, ປະເທດ ແບນຊິກ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

 

KPL