ນັກຮຽນ ແຂວງດ້ຽນບຽນ ພົບປະແລກປ່ຽນສະແດງສິລະປະ-ແຂ່ງຂັນກິລາ ກັບນັກຮຽນ 6 ແຂວງທາງພາກເໜືອລາວ
![](images/demo-img8.jpg)
![](http://kpl.gov.la/Media/Upload/News/Thumb/2024/01/27/420183841_2119558145046485_9148162096109903728_n_oncn.jpg)
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສູນແຂ່ງຂັນ ກິລານະຄອນ ດ້ຽນບຽນຝູ, ພະແນກສຶກສາ ແລະ ບຳລຸງສ້າງແຂວງ ດ້ຽນບຽນ ໄດ້ຈັດພິທີ ໄຂການເຄື່ອນໄຫວ ພົບປະແລກປ່ຽນ ສະແດງ ສິລະປະ, ແຂ່ງຂັນກິລາ ມິດຕະພາບ ສະຫງວນ ໃຫ້ນັກຮຽນ ແຂວງດ້ຽນບຽນ (ສສ ຫວຽດນາມ) ແລະ 6 ແຂວງ ທາງພາກເໜືອລາວ ປີ 2024. ເຂົ້າຮ່ວມລາຍການພົບປະແລກປ່ຽນ, ແຂ່ງຂັນກິລາ ມີພະນັກງານ, ນັກກິລາ, ນັກສິລະປະກ່ວາ 300 ຄົນ ຂອງ 7 ຄະນະ ເຂົ້າຮ່ວມລາຍການ. ລາຍການພົບປະແລກປ່ຽນໄດ້ຈັດຂຶ້ນ ນັບ ແຕ່ວັນທີ 27–30 ມັງກອນນີ້, ດ້ວຍ 2 ການເຄື່ອນໄຫວຕົ້ນຕໍ, ແມ່ນ: ພົບປະແລກປ່ຽນ ສະແດງສິ ລະປະ ແລະ ແຂ່ງຂັນກິລາ ຂອງນັກຮຽນ. ຈາກນັ້ນ ທ່ານ ຫງວຽນວັນດວາດ, ຫົວໜ້າພະແນກສຶກສາ ແລະ ບຳລຸງສ້າງແຂວງ ດ້ຽນບຽນ ໃຫ້ຮູ້ວ່າ: ລາຍການພົບປະແລກປ່ຽນ ໄດ້ຈັດຕັ້ງດ້ວຍຈຸດປະສົງ ເພີ່ມທະວີນ້ຳໃຈ ມິດຕະພາບ, ຄວາມສາມັກຄີ, ຄວາມສະໜິດຕິດພັນ; ແລກປ່ຽນ ບົດຮຽນ ໃນການເຄື່ອນໄຫວ ສຶກສາ ແລະ ບຳລຸງສ້າງ, ການເຄື່ອນໄຫວ ວັດທະນະທຳ, ສິລະປະ, ກິລາ ກາຍຍະກຳ; ຊອກຮູ້ ວັດທະນະທຳ ມູນເຊື້ອ ລະຫວ່າງ ແຂວງ ດ້ຽນບຽນ ກັບບັນດາ ແຂວງພາກເໜືອລາວ. ຈາກນັ້ນ, ສືບຕໍ່ ເພີ່ມທະວີ ຄວາມເຂົ້າອົກ ເຂົ້າໃຈ ເຊິ່ງກັນ ແລະ ກັນ, ຄວາມເຊື່ອໝັ້ນ, ພ້ອມກັນ ມຸ່ງໄປເຖິງ ການພົວພັນ ມິດຕະພາບ, ການຮ່ວມມື ນັບມື້ ນັບເລິກເຊິ່ງ, ກ້ວາງຂວາງ, ມີປະສິດທິຜົນ, ປະກອບສ່ວນ ຕັ້ງໜ້າ ເຂົ້າໃນພາລະກິດ ແຫ່ງການສ້າງສາ, ພັດທະນາ ຂອງສອງປະເທດ ຫວຽດນາມ- ລາວ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ