ອາຊຽນ ບວກສາມ ຫາລື ຫລາຍບັນຫາສຳຄັນ ດ້ານວຽກງານການທ່ອງທ່ຽວ

26/01/2024 14:44
Email Print 83
KPL - Asean 2024 ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນບວກສາມ ຄັ້ງທີ 23 (ຈີນ,ຍີ່ປຸ່ນ,ສ ເກົາຫລີ) ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2024 ນີ້, ຢູ່ນະຄອນຫລວງວຽງຈັນ, ສປປ ລາວ ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ປະເທດບວກສາມ

ຂປລ. ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນບວກສາມ ຄັ້ງທີ 23 (ຈີນ,ຍີ່ປຸ່ນ,ສ ເກົາຫລີ) ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2024 ນີ້, ຢູ່ນະຄອນຫລວງວຽງຈັນ, ສປປ ລາວ ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ປະເທດບວກສາມ, ມີບັນດາລັດຖະມົນຕີ ທ່ອງທ່ຽວອາຊຽນ, ຄະນະຜູ້ແທນອາຊຽນ, ຄະນະກອງເລຂາອາຊຽນ ແລະ ຄະນະຜູ້ແທນ ຈາກປະເທດບວກສາມ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ບັນດາລັດຖະມົນຕີ ທ່ອງທ່ຽວອາຊຽນ ແລະ ຜູ້ແທນຈາກປະເທດບວກສາມ ໄດ້ພ້ອມກັນປຶກສາຫາລືຫລາຍບັນຫາສຳຄັນ ໂດຍສະເພາະ ຄວາມຄືບໜ້າການພົວພັນຮ່ວມມື ດ້ານການທ່ອງທ່ຽວ ລະຫວ່າງບັນດາ ປະເທດອາຊຽນ ກັບ ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ ໃນໄລຍະຜ່ານມາ. ພ້ອມທັງ ຮັບຟັງຜົນຂອງກອງປະຊຸມ ເຈົ້າໜ້າທີອາວຸໂສ ທ່ອງທ່ຽວອາຊຽນ ບວກສາມ ຄັ້ງທີ 44 ໂດຍສະເພາະ ແມ່ນຜົນຂອງການ ຈັດຕັ້ງປະຕິບັດງານ ການຮ່ວມມືດ້ານ ການທ່ອງທ່ຽວ ອາຊຽນ ບວກ 2021-2025 ແລະ ອື່ນໆ. ພ້ອມນີ້, ກອງປະຊຸມຍັງໄດ້ສະແດງ ຄວາມຂອບໃຈ ຕໍ່ສູນອາຊຽນ-ຈີນ (ACC), ສູນອາຊຽນ-ຍີ່ປຸ່ນ (AJC) ແລະ ສູນອາຊຽນ-ສ ເກົາຫລີ (AKC) ທີ່ໄດ້ໃຫ້ການສະໜັບ ສະໜູນຢ່າງ ຕໍ່ເນື່ອງ ໃນການເສີມສ້າງ ສາຍພົວພັນລະຫວ່າງ ປະຊາຊົນ ກັບປະຊາຊົນ ແລະ ຄວາມເຂົ້າໃຈທາງດ້ານ ວັດທະນະທໍາ ຜ່ານການເຄື່ອນໄຫວຕ່າງໆ.

ກອງປະຊຸມຍັງໄດ້ເນັ້ນໜັກ ເຖິງຄວາມສຳຄັນຂອງການ ຍົກລະດັບສີມືແຮງງານ ແລະ ຍົກລະດັບແຮງງານ ດ້ານການທ່ອງທ່ຽວ ແລະ ການສະໜອງເຄື່ອງມື ອັນລ້ຳຄ່າ ລວມທັງເຕັກໂນ ໂລຊີດີຈິຕອນ ເພື່ອໃຫ້ສາມາດ ປັບຕົວເຂົ້າກັບວິທີ ການດຳເນີນ ທຸລະກິດໃໝ່ ຂອງຂະແໜງການທ່ອງທ່ຽວ. ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ປະເທດບວກສາມ ທີ່ຈະສືບຕໍ່ໃຫ້ການ ພັດທະນາທັກສະ ແລະ ຄວາມຮູ້ ຄວາມສາມາດ ຂອງຜູ້ຊ່ຽວຊານ ດ້ານການທ່ອງທ່ຽວ ອາຊຽນ ໂດຍຜ່ານໂຄງການ ຝຶກອົບຮົມ ແລະ ກິດຈະກໍາຕ່າງໆ.

ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ສປປ ລາວ ເຫັນໄດ້ຄວາມສຳຄັນ ຂອງການຮ່ວມມືດ້ານ ການທ່ອງທ່ຽວ ລະຫວ່າງອາຊຽນ ແລະ ອາຊຽນບວກສາມ ເພື່ອປະກອບສ່ວນ ເຂົ້າໃນການຈັດຕັ້ງ ຜັນຂະຫຍາຍ ວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດປະຊາຄົມ ເສດຖະກິດອາຊຽນ 2025 ລວມທັງແຜນງານ ການຮ່ວມມື ອາຊຽນບວກສາມ 2023-2027. ພ້ອມທັງສະແດງຄວາມຫວັງວ່າ ກອງປະຊຸມໃນຄັ້ງນີ້ ຈະໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເຊິ່ງກັນ ແລະ ກັນຢ່າງສ້າງສັນ, ກົງໄປກົງມາ ເພື່ອເພີ່ມທະວີການພົວພັນ ຮ່ວມມືໃນຂົງເຂດ ວຽກງານທ່ອງທ່ຽວ ບວກສາມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ.

ປີ 2024 ເປັນປີທີ່ມີຄວາມໝາຍສຳຄັນ ແມ່ນປີແລກປ່ຽນ ການໄປມາຫາສູ່ ຂອງປະຊາຊົນຊຽນ-ຈີນ ເພື່ອຊຸກຍູ້ການ ຮ່ວມມືຮອບດ້ານ ໂດຍສະເພາະວຽກງານ ທ່ອງທ່ຽວ, ທັງເປັນປີ ເພື່ອສະເຫລີມສະຫລອງ ຄົບຮອບ 35 ປີ ແຫ່ງການສ້າງຕັ້ງ ສາຍພົວພັນ ຄູ່ເຈລະຈາອາຊຽນ-ສ ເກົາຫລີ.

 

ຂ່າວ: ທະນູທອງ ພາບ: ເກດສະໜາ-ອ່າຍຄຳ

KPL