ປຶກສາຫາລື ຮ່ວມລະຫວ່າງ ອົງການປົກຄອງ ແຂວງ ກັບສະພາປະຊາຊົນແຂວງຈຳປາສັກ

ຂປລ. ແຫລ່ງຂ່າວຈາກ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ກອງປະຊຸມ ຮ່ວມລະຫວ່າງ ອົງການປົກ ຄອງແຂວງ ກັບສະພາປະຊາຊົນແຂວງ ຈັດຂຶ້ນໃນວັນທີ 12 ມັງກອນ 2024 ໂດຍການເປັນປະທານຮ່ວມຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ສາຍທອງ ໄຊຍະວົງ ປະ ທານສະພາປະຊາຊົນແຂວງ, ມີຮອງປະທານສະພາປະຊາຊົນແຂວງ, ປະທານຄະນະກໍາມະການສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ, ບັນດາຮອງເຈົ້າແຂວງ, ຫົວໜ້າພະແນກການ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຮ່ວມກັນຮັບຟັງການລາຍງານຄືນກ່ຽວກັບ ການກະກຽມຄວາມພ້ອມທາງດ້ານເນື້ອໃນຂອງແຕ່ລະພາກສ່ວນ ທີ່ຈະລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ II ຈາກຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ, ອົງການປົກຄອງແຂວງ, ສານປະຊາຊົນແຂວງ, ອົງການໄອຍະການພາກໃຕ້, ອົງການກວດສອບພາກໃຕ້ ແລະ ຮັບຟັງການລາຍງານຂອງພະແນກການກ່ຽວກັບ ການຄຸ້ມຄອງ ທີ່ດິນເຂດອຸດສາຫະກຳຂອງແຂວງ; ລາຍງານຕໍ່ກັບໜັງສືແຈ້ງຕອບ ຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການສະເໜີອອກຂໍ້ຕົກລົງຫົວໜ່ວຍຊົດເຊີຍ ໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ; ຮັບຟັງການລາຍງານຜົນການແກ້ໄຂ ຕາມບົດບັນທຶກກອງປະຊຸມ ລະຫວ່າງ ສະພາປະຊາຊົນແຂວງ ກັບອົງການປົກຄອງແຂວງ ໃນຄັ້ງວັນທີ 16 ສິງຫາ 2023 ກ່ຽວກັບຜົນການແກ້ໄຂບັນຫາຮ້ານກິນດື່ມບັນເທີງ, ວຽກງານຄຸ້ມຄອງການທ່ອງທ່ຽວ ແລະ ແຜນການກະກຽມເປີດປີທ່ອງທ່ຽວຂອງແຂວງຈຳປາສັກ ໃນປີ 2024; ຜົນການແກ້ໄຂຮ້ານເກມອອນລາຍ; ຜົນການແກ້ໄຂບັນຫາຊິງຊັ່ງຕາມທ້ອງຕະຫລາດ; ຜົນການແກ້ໄຂບັນຫາການເກັບເງິນຄ່າຜ່ານທາງ ແຕ່ເສັ້ນທາງເລກທີ 16W (ຂົວລາວ-ຍີ່ປຸ່ນ ເມືອງໂພນທອງ) ຫາ ເສັ້ນທາງເລກທີ 14A (ບ້ານພະພິນ ເມືອງຈໍາປາສັກ).
ື ື ື ື ພ້ອມນີ້, ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮ່ວມກັນຄົ້ນຄວ້າ, ປະກອບຄໍາເຫັນ ຢ່າງສ້າງສັນ, ພາວະວິໄສ, ມີເຫດມີຜົນ, ຮັດກຸມ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງຂອງແຂວງເຮົາ ເພື່ອເຮັດໃຫ້ບັນຫາດັ່ງກ່າວສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຢ່າງແທ້ຈິງ; ຮ່ວມກັນຕົກລົງບາງວຽກງານທີ່ສຳຄັນຂອງທ້ອງຖິ່ນ ແລະ ເປັນການກະກຽມຄວາມພ້ອມ ກ່ອນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ທີ່ຈະໄຂຂຶ້ນໃນວັນທີ 15-17 ມັງກອນ 2024 ນີ້.
ຂ່າວ: ທັດຊະນະ.