ທົ່ວໂລກ ພວມອອກມາຕ້ອນຮັບນັກທ່ອງທ່ຽວຈີນໃນປີ 2024
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ສະພາມົນຕີ ຂະແໜງ ການທ່ອງທ່ຽວໂລກ (WTTC) ແລະ ສະຖາບັນ ຄົ້ນຄວ້າ ເສດຖະກິດ Oxford ໄດ້ຮ່ວມກັນ ເປີດເຜີຍວ່າ: ໃນປີ 2023, ອັດຕາ ການປະກອບສ່ວນ ຂອງຂະແໜງ ການທ່ອງທ່ຽວ ທີ່ມີຕໍ່ GDP ຂອງປະເທດຈີນ ລະດັບ 7,8% ຊຶ່ງບໍ່ຫລຸດ ລື່ນກັນຫລາຍ ກັບອັດຕາຂອງປີ 2019 ທີ່ເປັນ 11,6%. ສະຖາບັນ ຄົ້ນຄວ້າ ການທ່ອງທ່ຽວຈີນ ຄາດຄະເນວ່າ: ຈຳນວນ ນັກທ່ອງທ່ຽວ ໃນທົ່ວປະເທດຈີນ ໃນປີ 2023 ບັນລຸເຖິງ 5 ຕື້ 407 ລ້ານເທື່ອຄົນ, ລາຍໄດ້ ຈາກການທ່ອງທ່ຽວ ຈະຟື້ນຟູ ໃຫ້ເຖິງ 91% ຂອງລາຍ ໄດ້ສູງສຸດ ໃນປີ 2019. ນັກວິເຄາະ ຊີ້ອອກວ່າ: ເຖິງແມ່ນວ່າ ກິດຈະການທ່ອງທ່ຽວ ພາຍໃນປະເທດ ແລະ ທ່ອງທ່ຽວ ຕ່າງປະເທດ ຂອງສປ ຈີນ ຍັງບໍ່ທັນ ກັບຂຶ້ນ ມາເຖິງລະດັບ ກ່ອນເກີດ ການແພ່ລະບາດ ຂອງພະຍາດ ໂຄວິດ-19 ກໍຕາມ, ແຕ່ຂະແໜງ ການທ່ອງທ່ຽວ ພາຍໃນປະເທດຈີນ ໄດ້ຮັບການຟື້ນຟູ ຢ່າງແຂງແຮງແລ້ວ. ຫລັງຈາກ ກະຊວງ ວັດທະນະທຳ ແລະ ທ່ອງທ່ຽວຈີນ ເປີດເຜີຍວ່າ: ໃນ 3 ໄຕມາດ ທຳອິດຂອງປີ 2023, ການທ່ອງທ່ຽວພາຍ ໃນປະເທດຂອງ ສປ ຈີນ ໄດ້ບັນລຸເຖິງ 3 ຕື້ 670 ລ້ານເທື່ອຄົນ, ລາຍໄດ້ ຈາກການທ່ອງທ່ຽວ ບັນລຸ 3.700 ຕື້ຢວນ, ຕ່າງກໍເພີ່ມຂຶ້ນ 75% ແລະ 114% ຕາມລຳດັບ ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2022; ໃນໄລຍະພັກປີໃໝ່ ສາກົນ 2024, ຈຳນວນ ນັກທ່ອງທ່ຽວ ພາຍໃນປະເທດ ຂອງ ສປ ຈີນ ແມ່ນ 135 ລ້ານເທື່ອຄົນ, ລາຍໄດ້ ຈາກການທ່ອງທ່ຽວ ພາຍໃນປະເທດ ບັນລຸເຖິງ 79 ຕື້ 730 ລ້ານຢວນ, ຕ່າງກໍເພີ່ມຂຶ້ນ 155,3% ແລະ 200,7% ຕາມລຳດັບ ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2023. ໃນໄລຍະພັກປີໃໝ່ ສາກົນ ພຽງແຕ່ 3 ວັນເທົ່ານັ້ນ, ນະຄອນ ຮາບິນ ທີ່ຢູ່ພາກ ເໜືອຂອງ ສປ ຈີນ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ຫລາຍກວ່າ 3 ລ້ານເທື່ອຄົນ ແລະ ມີລາຍໄດ້ ຈາກການທ່ອງທ່ຽວ 5 ຕື້ 914 ລ້ານຢວນ. ການທ່ອງທ່ຽວ ພາຍໃນປະເທດຈີນ ໄດ້ຮັບການຟື້ນຟູ ຢ່າງເຂັ້ມແຮງ. ໃນດ້ານການທ່ຽວທ່ຽວຕ່າງປະເທດຂອງ ສປ ຈີນ, ເຖິງແມ່ນວ່າ ຈຳນວນນັກທ່ອງທ່ຽວຈີນ ທີ່ໄປທ່ຽວ ຕ່າງປະເທດ ໃນ 6 ເດືອນຕົ້ນ ຂອງປີ 2023 ໄດ້ບັນລຸ 40 ລ້ານເທື່ອຄົນ ແລະ ຕົວເລກດັ່ງກ່າວ ໃນໝົດປີ 2023 ອາດເພີ່ມຂຶ້ນຫລາຍເຊັ່ນກັນກໍຕາມ, ແຕ່ຍັງມີຄວາມອາດເປັນໄປໄດ້ ຈະຕ່ຳກວ່າຕົວເລກ ກ່ອນເກີດ ການແພ່ລະບາດ ຂອງພະຍາດ ໂຄວິດ-19. ໃນປີ 2019, ຈຳນວນ ນັກທ່ອງທ່ຽວຈີນ ທີ່ໄປທ່ຽວ ຕ່າງປະເທດ ໄດ້ບັນລຸ 155 ລ້ານເທື່ອຄົນ. ນັກວິເຄາະ ຊີ້ອອກວ່າ: ຈຳນວນຖ້ຽວບິນມີ ຄວາມຈຳກັດ ແລະ ການຮ້ອງຂໍວີຊາ ມີຫລາຍເກີນໄປ ຈົນບໍ່ສາມາດແກ້ໄຂ ຢ່າງທັນການ ເປັນສາເຫດ ສ່ວນໜຶ່ງ ທີ່ເຮັດໃຫ້ ການທ່ອງທ່ຽວ ຕ່າງປະເທດ ຊັກຊ້າ. ຄຽງຄູ່ກັບ ຈຳນວນຖ້ຽວບິນ ເພີ່ມຂຶ້ນ ແລະ ການປັບປຸງ ນະໂຍບາຍວີຊາ, ນັກວິເຄາະ ດ້ານການທ່ອງທ່ຽວ ມີຄວາມເຫັນ ໃນແງ່ດີ ຕໍ່ການໄປທ່ຽວ ຕ່າງປະເທດ ຂອງພົນລະເມືອງຈີນ ໃນປີ 2024. ອີງຕາມ ຂໍ້ມູນຈາກ ບໍລິສັດວິເຄາະ ການບິນ OAG ສະແດງໃຫ້ເຫັນວ່າ: ຈຳນວນບ່ອນນັ່ງ ຂອງຖ້ຽວບິນ ສາກົນ ຂອງ ສປ ຈີນ ໃນເດືອນທັນວາປີ 2023 ເປັນພຽງແຕ່ 62% ຂອງຕົວເລກ ໃນເດືອນມັງກອນປີ 2019 ເທົ່ານັ້ນ. ຕາມຂ່າວລາຍງານວ່າ: ສປ ຈີນ ພວມພະຍາຍາມ ເພີ່ມຖ້ຽວບິນ ໂດຍສານສາກົນ. ອົງການ ຕິດຕາມ ຄຸ້ມຄອງ ການບິນຈີນ ແຈ້ງໃຫ້ຮູ້ວ່າ: ຄາດວ່າ ເມື່ອຮອດທ້າຍປີ 2024, ແຕ່ລະອາທິດ ຈະມີຖ້ຽວບິນ ໂດຍສານສາກົນ 6.000 ຖ້ຽວ, ເພີ່ມຂຶ້ນ ປະມານ 80% ຂອງຈຳນວນ ຖ້ຽວບິນ ໂດຍສານສາກົນ ກ່ອນເກີດ ການແພ່ລະບາດ ຂອງພະຍາດໂຄວິດ-19 ເຊິ່ງຈະອຳນວຍ ຄວາມສະດວກ ໃຫ້ແກ່ ນັກທ່ອງທ່ຽວຈີນ ທີ່ໄປທ່ຽວ ຕ່າງປະເທດ.ໃນດ້ານວີຊ່າ, ໃນເດືອນພະຈິກປີ 2023, ສປ ຈີນ ໄດ້ຕົກລົງ ຈະທົດລອງເປີດກວ້າງ ຂອບເຂດ ຍົກເວັ້ນວີຊາ ຝ່າຍດຽວ ໂດຍຈະທົດລອງ ປະຕິບັດ ນະໂຍບາຍ ຍົກເວັ້ນວີຊາ ຕໍ່ບຸກຄົນ ທີ່ຖື ພາດສປອດ ທຳມະດາ ຂອງ 6 ປະເທດ ຄື: ຝຣັ່ງ, ເຢຍລະມັນ, ອີຕາລີ, ໂຮນລັງ, ແອັສປາຍ ແລະ ມາເລເຊຍ ແຕ່ຝ່າຍດຽວ ພ້ອມທັງ ໄດ້ວາງແຜນ ຈະຍົກເວັ້ນວີຊາ 30 ວັນ ຕໍ່ກັນກັບ ສິງກະໂປ. ນະໂຍບາຍຂອງ ສປ ຈີນ ໄດ້ຮັບການຕອບຮັບ ຢ່າງຕັ້ງໜ້າ ຈາກຫລາຍ ປະເທດ ເຊັ່ນ: ໄທ ຈະຍົກເວັ້ນວີຊາ ຢ່າງຖາວອນ ຕໍ່ນັກທ່ອງທ່ຽວຈີນ, ອິນໂດເນເຊຍ ພວມພິຈາລະນາ ຈະປະຕິບັດນະໂຍບາຍ ເຂົ້າເມືອງ ໂດຍຍົກເວັ້ນວີຊາ ຕໍ່ພົນລະເມືອງ ຂອງ 20 ປະເທດ ທີ່ລວມທັງ ປະເທດຈີນ, ລັດຖະບານ ຫວຽດນາມ ພວມພິຈາລະນາ ຈະຍົກເວັ້ນວີຊ່າ ໃຫ້ນັກທ່ອງທ່ຽວຈີນ ແລະ ອິນເດຍ.ໃນຕົ້ນປີ 2023, ຈຳນວນ ນັກທ່ອງທ່ຽວຈີນ ທີ່ໄປທ່ຽວຕ່າງປະເທດ ແມ່ນປະມານ 10% ຂອງຕົວເລກ ກ່ອນເກີດ ການແພ່ລະບາດ ຂອງພະຍາດໂຄວິດ-19, ເມື່ອຮອດທ້າຍປີ 2023 ໄດ້ເພີ່ມຂຶ້ນຮອດ 62% ແລ້ວ. ຄຽງຄູ່ກັບ ຈຳນວນ ຖ້ຽວບິນເພີ່ມຂຶ້ນ ຢ່າງບໍ່ຢຸດຢັ້ງ, ຂໍ້ກຳນົດດ້ານວີຊາ ນັບມື້ ນັບຜ່ອນຄາຍລົງ ແລະ ຈຳນວນ ຂະບວນລົດໄຟ ສາກົນຈີນ-ລາວ ເພີ່ມຂຶ້ນ ຢ່າງບໍ່ຢຸດຢັ້ງ, ການທ່ອງທ່ຽວ ຕ່າງປະເທດຂອງ ສປ ຈີນ ໃນປີ 2024 ຈະເປັນປີ ທີ່ໜ້າຄອງຄອຍ ທີ່ສຸດ ອີກປີໜຶ່ງ. ໃນບຸນກຸດຈີນ ທີ່ໃກ້ຈະໝູນວຽນມາເຖິງ, ປະເທດຕ່າງໆ ຈະກຽມພ້ອມ ທຸກຢ່າງ ເພື່ອຕ້ອນຮັບ ນັກທ່ອງທ່ຽວຈີນ ຢ່າງເປັນຂະບວນ ຟົດຟື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ