ນັກບິນອະວະກາດຈີນ-ຕ່າງປະເທດ ພົບກັນຢູ່ອະວະກາດ ເປັນຄັ້ງທຳອິດ

25/11/2026 16:51
Email Print 83
KPL - Asean 2024 ຈຸ​ບິນ​ທີ່​ປະ​ຕິ​ບັດ​​ພາ​ລະ​ກິດ ຢູ່ຍານ​ອະ​ວະ​ກາດ ​ບັນ​ທຸກ​ຄົນ “​ເຊີນ​ໂຈ່ວ 23” ​ໄດ້​ເປີດ​ປະ​ຕູ​​ ສະ​ຖາ​ນີ​ ອະ​ວະ​ກາດ ເພື່ອ​ຕ້ອນ​ຮັບ​ ນັກ​ບິນ​ອະ​ວະ​ກາດ 3 ຄົນ ​ເຂົ້າ​ປະ​ຈຳ ​ຢູ່ສະ​ຖາ​ນີ​ ອະ​ວະ​ກາດ​ຈີນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ​ວັນ​ທີ 25 ພະ​ຈິກ​ນີ້, ຈຸ​ບິນ​ທີ່​ປະ​ຕິ​ບັດ​​ພາ​ລະ​ກິດ ຢູ່ຍານ​ອະ​ວະ​ກາດ ​ບັນ​ທຸກ​ຄົນ “​ເຊີນ​ໂຈ່ວ 23” ​ໄດ້​ເປີດ​ປະ​ຕູ​​ ສະ​ຖາ​ນີ​ ອະ​ວະ​ກາດ ເພື່ອ​ຕ້ອນ​ຮັບ​ ນັກ​ບິນ​ອະ​ວະ​ກາດ 3 ຄົນ ​ເຂົ້າ​ປະ​ຈຳ ​ຢູ່ສະ​ຖາ​ນີ​ ອະ​ວະ​ກາດ​ຈີນ, ນີ້​ແມ່ນ​ຄັ້​ງ​ທຳ​ອິດ ໃນ​ປະ​ຫວັ​ດ​ສາດ ​ທີ່​ນັກ​ບິນ​ອະ​ວະ​ກາດ​ຈີນ ແລະ​ ຕ່າງ​ປະ​ເທດ​ ໄດ້​ພົບ​ກັນ​ ຢູ່​ອະ​ວະ​ກາດ, ທັງ​ເປັນ​ຄັ້ງ​ທຳ​ອິດ​​ ທີ່​ສະ​ຖາ​ນີ​ ອະ​ວະ​ກາດ​ຈີນ ຕ້ອນ​ຮັບ​ ນັກ​ບິນ​ອະ​ວະ​ກາດ​ ຕ່າງ​ປະ​ເທດ. ນັກ​ບິນ​ອະ​ວະ​ກາດ 6 ຄົນ ໄດ້​ຖ່າຍ​ຮູບ​ລວມ​ກັນ ​ເພື່ອ​ບັນ​ທຶກ ​ຊ່ວງ​ເວ​ລາ​​ປະ​ຫວັດ​ສາດ ສຳ​ຄັນນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL