ກຽມສັງລວມຂໍ້ມູນເພື່ອສົ່ງເສີມການສຶກສາຮຽນຮ່ວມຂອງນັກຮຽນພິການ
ການເຂົ້າໃຈສິ່ງທີ່ເກີດຂຶ້ນໃນຫ້ອງຮຽນຕົວຈິງ ແມ່ນມີຄວາມສຳຄັນສຳລັບການປັບປຸງການສຶກສາສຳລັບເດັກພິການ ຊຶ່ງຄູສາມາດໃຊ້ວິທີການທີ່ແຕກຕ່າງກັນ ເພື່ອຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນບົດຮຽນ. ປະສົບການໃນຫ້ອງຮຽນຈະແຕກຕ່າງກັນຫຼາຍ ສຳລັບນັກຮຽນທີ່ມີຄວາມຫຍຸ້ງຍາກໃນດ້ານການເບິ່ງເຫັນ, ການໄດ້ຍິນ, ການສື່ສານ, ການເຄື່ອນໄຫວ ຫຼື ດ້ານການຮຽນຮູ້. ການເຂົ້າໃຈປະສົບການເຫຼົ່ານີ້ ຈະຊ່ວຍໃຫ້ຄູ ແລະ ຜູ້ເຮັດວຽກສຶກສານິເທດ ເຂົ້າໃຈຕໍ່ຄວາມຕ້ອງການຂອງນັກຮຽນ ເພື່ອໃຫ້ນັກຮຽນທຸກຄົນສາມາດຮຽນຮູ້ຮ່ວມກັນໄດ້.
ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ໄດ້ກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ ຕ້ອງການສຶກສາຄົ້ນຄວ້າ ແລະ ສຶກສາຫຼັກຖານທີ່ສະທ້ອນເຖິງຄວາມເປັນຈິງຂອງໂຮງຮຽນ ແລະ ປະສົບການຂອງນັກຮຽນ. ໂດຍການສຶກສາການປະຕິບັດການສອນໃນຫ້ອງຮຽນ ແລະ ການຟັງຄຳເຫັນຈາກນັກຮຽນໂດຍກົງ, ພວກເຮົາຈະສາມາດລະບຸການສະໜັບສະໜູນທີ່ເປັນປະໂຫຍດທີ່ສຸດ ແລະ ເລືອກວິທີການສົ່ງເສີມການສອນຂອງຄູ. ໃນລະຫວ່າງການລົງສັງເກດການຂັ້ນທ້ອງຖິ່ນ, ທີມງານຄົ້ນຄວ້າ ກຳລັງສັງເກດວິທີທີ່ຄູຈັດກິດຈະກຳ ແລະ ຊ່ວຍເຫຼືອນັກຮຽນພິການໃນລະຫວ່າງການຮຽນ. ທີມງານສຶກສາຄົ້ນຄວ້າຈະສັງເກດວິທີທີ່ຄູດັດປັບກິດຈະກຳ, ໃຫ້ການສະໜັບສະໜູນເພີ່ມຕື່ມ ແລະ ການມີສ່ວນຮ່ວມຂອງນັກຮຽນໃນການຮຽນໃນຫ້ອງຮຽນ. ພ້ອມທັງຈະສັງເກດເບິ່ງວິທີທີ່ນັກຮຽນປະຕິບັດຕາມຄຳແນະນຳ, ສື່ສານ, ເຮັດວຽກບ້ານໃຫ້ສຳເລັດ, ເຮັດກິດຈະກຳຮ່ວມກັບເພື່ອນຮ່ວມຫ້ອງ ແລະ ເຂົ້າຮ່ວມກິດຈະກຳໃນຫ້ອງຮຽນ.
ທ່ານ ໄມໂຄ ຄາຣີ ເລຂາເອກ ສະຖານທູດອົດສະຕຣາລີ ກ່າວວ່າ: ການສະໜັບສະໜູນການສຶກສາຮຽນຮ່ວມ ຕ້ອງການຫຼາຍກວ່າການສ້າງຄຳແນະນຳ ຊຶ່ງຄູຕ້ອງການເຄື່ອງມືທີ່ເຂົາເຈົ້າສາມາດເຂົ້າໃຈ ແລະ ນຳໃຊ້ໄດ້ ແລະ ນັກຮຽນຄວນມີສ່ວນຮ່ວມໃນການຕັດສິນໃຈກ່ຽວກັບການສຶກສາຂອງເຂົາເຈົ້າ. ລັດຖະບານອົດສະຕຣາລີ ມີຄວາມຍິນດີທີ່ຈະສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການເກັບກຳຫຼັກຖານການປະຕິບັດຕົວຈິງ ທີ່ສາມາດປະກອບສ່ວນເຂົ້າໃນການສິດສອນທີ່ເຂັ້ມແຂງຂຶ້ນ ແລະ ການສະໜັບສະໜູນທີ່ດີຂຶ້ນສຳລັບນັກຮຽນທີ່ມີຄວາມພິການ.
ຫຼັງຈາກວຽກງານການລົງຕິດຕາມຄັ້ງນີ້, ທີມງານສຶກສາຄົ້ນຄວ້າ ຈະສືບຕໍ່ເກັບກຳ ແລະ ວິເຄາະຂໍ້ມູນໃນລະຫວ່າງສົກຮຽນ 2026-2027 ຊຶ່ງການລົງຢ້ຽມຢາມໂຮງຮຽນໃນຄັ້ງຕໍ່ໄປ ຈະຊ່ວຍທົບທວນວິທີການນຳໃຊ້ເອກະສານ ແລະ ກຳນົດສິ່ງທີ່ຄວນປັບປຸງ ຫຼື ການສະໜັບສະໜູນເພີ່ມຕື່ມທີ່ຄູອາຈານຕ້ອງການ. ຜົນການສຶກສາຄົ້ນຄວ້າ ຄາດວ່າຈະໃຫ້ສຳເລັດໄດ້ພາຍໃນກາງປີ 2027. ຫຼັງຈາກນັ້ນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ຈະນຳໃຊ້ຫຼັກຖານເພື່ອປັບປຸງສື່ການຮຽນ-ການສອນ ແລະ ສ້າງກິດຈະກຳທີ່ສົ່ງເສີມການສຶກສາຮຽນຮ່ວມໃນອະນາຄົດ. ໂດຍການລວມເອົາການສັງເກດການສອນໃນຫ້ອງຮຽນ ແລະ ຄຳເຫັນຂອງນັກຮຽນ, ການສຶກສາຄົ້ນຄວ້າ ຈະຊ່ວຍກຳນົດວິທີການປະຕິບັດຕົວຈິງ ເພື່ອສະໜັບສະໜູນນັກຮຽນພິການໃນ ສປປ ລາວ ໃຫ້ມີສ່ວນຮ່ວມ ແລະ ຮຽນຮູ້ໄດ້ດີຂຶ້ນ ເພື່ອໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າໃນການພັດທະນາສັງຄົມ, ເສດຖະກິດ, ຊັບພະຍາກອນມະນຸດ ແລະ ອະນາຄົດຂອງປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຍິ່ງຂຶ້ນ.
