ຝ່າຍປະຊາຊົນ ເອົາຊະນະຝ່າຍພະນັກງານ 9-8 ປະຕູ ໃນການແຂ່ງຂັນຕີຄີ ບຸນນະມັດສະການພະທາດຫລວງ ປະຈຳປີ 2026

25/11/2026 11:25
Email Print 83
KPL - Asean 2024 ການແຂ່ງຂັນດັ່ງກ່າວ ໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 24 ພະຈິກ 2026 ທີ່ຜ່ານມາ ຢູ່ທີ່ເດີ່ນພະທາດ ຫລວງວຽງຈັນ ຊຶ່ງຖືເປັນໜຶ່ງໃນ ກິດຈະກຳສຳຄັນຂອງງານບຸນ. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານ ໂພໄຊ ໄຊຍະສອນ ລັດ ຖະມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ພ້ອມດ້ວຍ ບັນດາການນຳພັກ-ລັດ, ພາກສ່ວນ ກ່ຽວຂ້ອງ ຕະຫລອດຮອດມວນຊົນ ຊາວນະຄອນຫລວງວຽງຈັນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຮັບຊົມ ແລະ ໃຫ້ກຳລັງໃຈຢ່າງຫລວງຫລາຍ.

ການແຂ່ງຂັນໃນປີນີ້ ຍັງຮັກສາ ຮູບແບບປະເພນີດັ້ງເດີມ ໂດຍ ແບ່ງອອກເປັນ 2 ຝ່າຍ ຄື: ຝ່າຍ ພະນັກງານ ແລະ ຝ່າຍປະຊາຊົນ. ຕະຫລອດໄລຍະເວລາການແຂ່ງຂັນ  ທັງສອງທີມຕ່າງກໍງັດເອົາທັກສະ  ແລະ ພະລະກຳລັງເຂົ້າສູ້ກັນຢ່າງ ສູສີ ທ່າມກາງສຽງໂຫ່ຮ້ອງເຊຍ ຂອງຜູ້ຊົມອ້ອມຂ້າງສະໜາມ. ຈົນ ໃນທີ່ສຸດ ຝ່າຍປະຊາຊົນ ກໍສາມາດ ເອົາຊະນະ ຝ່າຍພະນັກງານ ໄປໄດ້ ດ້ວຍຄະແນນ 9 ຕໍ່ 8 ປະຕູ. ກິລາ ຕີຄີ ບໍ່ພຽງແຕ່ເປັນການແຂ່ງຂັນ ເພື່ອຄວາມມ່ວນຊື່ນ ຫລື ການ ອອກກຳລັງກາຍເທົ່ານັ້ນ, ແຕ່ຍັງ ເປັນມໍລະດົກທາງວັດທະນະທຳ  ແລະ ປະຫວັດສາດອັນລ້ຳຄ່າທີ່ສືບ ທອດກັນມາແຕ່ບູຮານນະການ  ຊຶ່ງສະແດງໃຫ້ເຫັນເຖິງ: ຄວາມສາ ມັກຄີ ທີ່ເປັນສັນຍະລັກແຫ່ງຄວາມປອງດອງ ແລະ ຄວາມເປັນປຶກແຜ່ນ ລະຫວ່າງພາກລັດ ແລະ ປະຊາຊົນ.  ທັງເປັນພິທີກຳຄວາມເຊື່ອໃນການ ທຳນາຍເຖິງຄວາມອຸດົມສົມບູນ ຂອງບ້ານເມືອງ ລວມທັງຜົນຜະລິດ ທາງດ້ານການປູກຝັງ ແລະ ການ ລ້ຽງສັດໃນປີຕໍ່ໄປ.

ພາຍຫລັງສຳເລັດການແຂ່ງຂັນ  ຄະນະຈັດງານຍັງໄດ້ມີພິທີມອບ ລາງວັນໃຫ້ແກ່ທັງສອງທີມຢ່າງສົມ ກຽດ ເພື່ອເປັນຂວັນກຳລັງໃຈໃນ ການສືບຕໍ່ອະນຸລັກຮັກສາຮີດຄອງ ປະເພນີອັນດີງາມຂອງຊາດລາວ ໃຫ້ຄົງຢູ່ຄູ່ກັບບຸນນະມັດສະການພະ ທາດຫລວງວຽງຈັນຕະຫລອດໄປ.

KPL