ສປ ຈີນ ເນັ້ນໜັກວ່າ ຄວນນຳໃຊ້-ບໍລິຫານວິທະຍາສາດ ເຕັກໂນໂລຊີ ຈະເລີນໃໝ່ ຢ່າງເໝາະສົມ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 24 ພະຈິກນີ້, ທ່ານ ຟູ້ຊົ່ງ ຜູ້ຕາງໜ້າຖາວອນຂອງ ສປ ຈີນ ປະຈຳ ອົງການສະຫະປະຊາຊາດ ໄດ້ປະກອບຄຳເຫັນ ໃນກອງປະຊຸມ ອະພິປາຍ ເປີດພາຍໃຕ້ຫົວຂໍ້ “ການແກ້ໄຂຄວາມຂັດແຍ້ງໃນຍຸກ ແຫ່ງການປ່ຽນແປງ ດ້ານເຕັກໂນໂລຊີ ຢ່າງວ່ອງໄວ” ຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໂດຍເນັ້ນໜັກວ່າ: ຄວນນຳໃຊ້ ແລະ ບໍລິຫານວິທະຍາສາດເຕັກໂນໂລຊີຈະເລີນໃໝ່ຢ່າງເໝາະສົມ.ທ່ານ ຟູ້ຊົ່ງ ກ່າວວ່າ: ປັດຈຸບັນ, ການປະຕິວັດດ້ານວິທະຍາສາດ ເຕັກໂນໂລຊີ ແລະ ການປ່ຽນແປງ ທາງອຸດສາຫະກຳຮອບໃໝ່ ກຳລັງເລັ່ງໄວຂຶ້ນ ເຊິ່ງໄດ້ສ້າງໂອກາດ ແລະ ສິ່ງທ້າທາຍ ທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ວິທະຍາສາດເຕັກໂນໂລຊີ ຈະເລີນໃໝ່ ເຊັ່ນ: ປັນຍາປະດິດ ແລະ ລະບົບທີ່ບໍ່ມີຄົນຂັບ ເປັນຕົ້ນ ສາມາດກາຍເປັນເຄື່ອງມື ໃນການປົກປັກຮັກສາ ສັນຕິພາບ, ທັງສາມາດກາຍເປັນກຳລັງແຮງ ທີ່ເຮັດໃຫ້ຄວາມຂັດແຍ້ງ ຮຸນແຮງຂຶ້ນ, ຈຸດສຳຄັນແມ່ນຂຶ້ນກັບວ່າ ມະນຸດສາມາດນຳໃຊ້ ແລະ ບໍລິຫານມັນ ດ້ວຍຄວາມຮັບຜິດຊອບໄດ້ ຫລື ບໍ່. ທຸກປະເທດຄວນເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື ເພື່ອຮັບປະກັນໃຫ້ວິທະຍາສາດ ເຕັກໂນໂລຊີຈະເລີນໃໝ່ ພັດທະນາຕາມທິດທາງທີ່ສ້າງຄວາມສຸກ ໃຫ້ແກ່ ມວນມະນຸດ ຢ່າງສະເໝີຕົ້ນ ສະເໝີປາຍ. ທ່ານ ຟູ້ຊົ່ງ ກ່າວຕື່ມວ່າ: ສປ ຈີນ ຍິນດີຮ່ວມມື ກັບທຸກຝ່າຍ, ຮ່ວມກັນສ້າງລະບົບ ການບໍລິຫານ ວິທະຍາສາດເຕັກໂນໂລຊີທົ່ວໂລກ ທີ່ທ່ຽງທຳ ແລະ ສົມເຫດສົມຜົນ ເພື່ອເຮັດໃຫ້ການປ່ຽນແປງ ທາງດ້ານວິທະຍາສາດ ເຕັກໂນໂລຊີ ເພີ່ມແຮງຂັບເຄື່ອນ ທີ່ເຂັ້ມແຂງ ເຂົ້າໃນພາລະກິດ ສັນຕິພາບ ແລະ ການພັດທະນາຂອງໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
