ມາເລເຊຍ ເລັ່ງວາງມາດຕະການຮັບມື ເອໄອ ທີ່ມີຄວາມສ່ຽງສູງ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ໂກບິນ ສິງ ເດໂອ (Gobind Singh Deo) ລັດຖະມົນຕີ ກະຊວງ ດິຈິຕອນ ຂອງ ມາເລເຊຍ ເປີດເຜີຍວ່າ: ມາເລເຊຍ ພວມພັດທະນາ ແນວທາງ ຮັບມືກັບພາວະວິກິດ ແລະ ກົນໄກ ການຕອບ ສະໜອງ ແບບບັງຄັບໃຊ້ ເພື່ອຄຸ້ມຄອງ ຄວາມປອດໄພ ແລະ ສະຫວັດດີພາບ ຂອງ ຜູ້ໃຊ້ງານເຕັກໂນໂລຊີ ປັນຍາ ປະດິດ (AI) ໂດຍສະເພາະ ໃນດ້ານ ທີ່ມີ ຄວາມສ່ຽງສູງ.
ໂດຍຈະກຳນົດ ກົນໄກ ດັ່ງກ່າວ ພ້ອມດ້ວຍ ການພິຈາລະນາ ຈາກຮູບແບບ ຄວາມສ່ຽງ ທີ່ ກວດພົບ ຜ່ານການ ຕິດຕາມ ສະຖານະການ ໃນແຕ່ລະສ່ວນ ລວມເຖິງ ຄວາມສ່ຽງ ຈາກ ການໃຊ້ງານ ປັນຍາ ປະດິດ ທີ່ ເຮັດໜ້າທີ່ເປັນໝູ່ໃນການໂອ້ລົມ ແລະ ແຊັດບັອດ (Chatbot) ໂຕ້ຕອບ ທີ່ ອາດຈະນຳໄປສູ່ ການເພິ່ງພາ ທາງດ້ານ ອາລົມ ໃນກຸ່ມເດັກນ້ອຍໄດ້.
ນອກຈາກນີ້ ທ່ານ ໂກບິນ ສິງ ເດໂອ ຍັງລະບຸວ່າ ຮ່າງກົດໝາຍຄຸ້ມຄອງ ປັນຍາປະດິດ ຈະມີກົນໄກ ລາຍງານ ເຫດການ ທີ່ ກ່ຽວຂ້ອງ ກັບ ປັນຍາປະດິດ ເພື່ອໃຫ້ລັດຖະບານ ສາມາດ ວິເຄາະຮູບແບບ ຄວາມສ່ຽງ ແລະ ລະບຸຈຸດອ່ອນ ທີ່ອາດເກີດຂຶ້ນ ຈາກການໃຊ້ງານ ເຕັກໂນໂລຊີປັນຍາປະດິດ ໄດ້ຢ່າງທັນທີ.
ກົນໄກດັ່ງກ່າວ ຈະຊ່ວຍໃຫ້ ລັດຖະບານ ສາມາດ ນຳໃຊ້ ຫລື ປັບປຸງ ການຄຸ້ມຄອງ ໄດ້ເປັນໄລຍະ ອີກທັງຍັງຈະເຊື່ອມໂຍງ ເຂົ້າກັບ ຊ່ອງທາງ ການປະສານງານ ກັບ ໜ່ວຍງານຕ່າງໆ ທີ່ມີຢູ່ແລ້ວ ເພື່ອຫລີກເວັ້ນ ການເຮັດວຽກທີ່ຊ້ຳຄືນ ໂດຍຈະປະສານງານ ຮ່ວມກັບ ກະຊວງ ສາທາລະນະສຸກ ແລະ ກະຊວງ ພັດທະນາ ແມ່ຍິງ, ຄອບຄົວ ແລະ ຊຸມຊົນ ເພື່ອໃຫ້ກວມເອົາ ປະເດັນ ດ້ານສຸຂະພາບຈິດ ແລະ ການຄຸ້ມຄອງ ທາງສັງຄົມອີກດ້ວຍ./
