ການດື່ມເຫລົ້າເຖື່ອນປົນເປື້ອນສານພິດ ຢູ່ ອິນເດຍ ເສຍຊີວິດ 10 ກວ່າຄົນ-ນຳສົ່ງໂຮງໝໍ 180 ກວ່າຄົນ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ອິນເດຍ ໄດ້ເປີດເຜີຍວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນ ແລະ ຕ້ອງເຂົ້າຮັບ ການປິ່ນປົວ ຢູ່ໂຮງໝໍອີກ 181 ຄົນ ໃນໄລຍະ 48 ຊົ່ວໂມງທີ່ຜ່ານມາ ຫລັງຈາກດື່ມເຫລົ້າປອມ ທີ່ ປົນເປື້ອນ ສານພິດ ຢູ່ລັດມະນີປຸຣະ ທາງພາກຕາເວັນອອກ ສຽງເໜືອ ຂອງ ປະເທດ. ເຫດການດັ່ງກ່າວ ເກີດຂຶ້ນຢູ່ໃນພື້ນທີ່ ຈັກພິກາຣົງ (Chakpikarong) ຂອງ ເຂດຈັນເດລ (Chandel) ໃນລັດມະນີປຸຣະ.
ທ່ານ ຢຳນຳ ເຂມຈັນ ສິງ (Yumnam Khemchand Singh) ເຈົ້າໜ້າທີ່ ລັດມະນີປຸຣະ ໄດ້ສັ່ງການໃຫ້ບຸກຄະລາກອນ ທາງການແພດ ເລັ່ງໃຫ້ການປິ່ນປົວ ຢ່າງເໝາະສົມ ແລະ ຈັດສັນ ການຊ່ວຍເຫລືອ ທີ່ ຈຳເປັນທັງໝົດໃຫ້ແກ່ຜູ້ປ່ວຍ ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນການ ສືບສວນ-ສອບສວນ ຫາ ສາເຫດການເສຍຊີວິດ ໃນຄັ້ງນີ້ ແລະ ນຳຕົວຜູ້ກະທຳຜິດ ມາລົງໂທດຕາມກົດໝາຍ.
ຂະນະດຽວກັນ, ອຳນາດ ການປົກຄອງ ເຂດຈັນເດລ ໄດ້ອອກ ແຈ້ງການເຕືອນ ປະຊາຊົນໃຫ້ຫລີກເວັ້ນ ການດື່ມເຫລົ້າ ທີ່ຕົ້ມ ແລະ ກັ່ນເອງ ໃນທ້ອງຖິ່ນ ຫລື ເຄື່ອງດື່ມ ທີ່ມີທາດເຫລົ້າ ເຊິ່ງບໍ່ຮູ້ແຫລ່ງທີ່ມາ ຢ່າງຊັດເຈນ. ນອກຈາກນັ້ນ, ແຈ້ງການເຕືອນ ດັ່ງກ່າວ ຍັງລະບຸຕື່ມວ່າ ຜູ້ທີ່ມີອາການ ປວດຮາກ, ເຈັບທ້ອງ, ເຈັບຫົວ, ວິນຫົວ, ຕາຟາງ (ຕາມົວ), ຫາຍໃຈຝືດ ຫລື ມີອາການຜິດປົກກະຕິອື່ນໆ ຫລັງຈາກ ດື່ມເຄື່ອງດື່ມ ທີ່ມີ ທາດເຫລົ້າ ຄວນຮີບໄປພົບແພດ ຢູ່ສະຖານທີ່ ບໍລິການ ສາທາລະນະສຸກ ທີ່ໃກ້ທີ່ສຸດໂດຍດ່ວນ./
