ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນໍ້າມັນກາຊວນ
ຂປລ.ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້ ຣັດເຊຍ ປະກາດຂະຫຍາຍເວລາ ຫ້າມສົ່ງອອກນ້ຳມັນກາຊວນ ຂອງຜູ້ຜະລິດພາຍໃນປະເທດ ອອກໄປຈົນເຖິງວັນທີ 31 ມັງ ກອນ 2027 ເພື່ອຮັກສາສະຖຽນລະພາບ ຕະຫລາດນ້ຳມັນເຊື້ອໄຟ ພາຍໃນປະເທດ ທ່າມກາງການກະກຽມ ກຳນົດຂໍ້ຍົກເວັ້ນການສົ່ງອອກ ໄປສູ່ຕະຫລາດໂລກ.
ການປະກາດຜ່ານເວັບໄຊ ທາງການຂອງຣັດເຊຍລະບຸວ່າ: ການຂະຫຍາຍເວລາດັ່ງກ່າວ ລວມເຖິງນ້ຳມັນກາຊວນ, ນ້ຳມັນເຊື້ອໄຟ ແລ່ນກຳປັ່ນ ແລະ ນ້ຳມັນແກັສ (gas oils) ທີ່ສົ່ງອອກໂດຍກົງຈາກຜູ້ຜະລິດ.
ທ່ານ ອາເລັກຊານເດີ ໂນວັກ (Alexander Novak) ຮອງນາຍົກ ລັດຖະມົນຕີຣັດເຊຍ ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ລັດຖະບານ ພວມກະກຽມ ການຂະຫຍາຍເວລາ ຄຳສັ່ງຫ້າມ ສົ່ງອອກທົ່ວໄປ ພ້ອມທັງກຳນົດຂໍ້ຍົກເວັ້ນສຳລັບຜູ້ສົ່ງອອກຈໍານວນໜຶ່ງ ເພື່ອເປີດທາງໃຫ້ການສົ່ງອອກນ້ຳມັນກາຊວນໄປສູ່ຕະຫລາດລະຫວ່າງປະເທດ ເຊິ່ງຂໍ້ຍົກເວັ້ນໃນລັກສະນະຄ້າຍຄືກັນນີ້ ໄດ້ເລີ່ມໃຊ້ໃນເດືອນຕຸລາ ແລະ ມີກຳນົດໃຊ້ສຳລັບເດືອນພະຈິກ.
ການຂະຫຍາຍ ມາດຕະການດັ່ງກ່າວມີຂຶ້ນຫລັງຈາກ ປະທານາທິບໍດີ ວາລາດິເມຍ ປູຕິນ ຂອງຣັດເຊຍ ແລະ ປະທານາທິບໍດີ ໂດນັນ ທຣຳສ.ອາເມລິກາ ໄດ້ບັນລຸຂໍ້ຕົກລົງ ຮ່ວມກັນ ເມື່ອວັນທີ 9 ຕຸລາ ໃນການຈັດສົ່ງນ້ຳມັນກາຊວນຂອງຣັດເຊຍໄປຍັງຕະຫລາດຕ່າງປະເທດ./
