ປະກາດຄະນະບໍລິຫານງານຄະນະກຳມະການໂອລິມປິກແຫ່ງຊາດລາວ ຊຸດທີ IX

04/11/2026 12:10
Email Print 83
KPL - Asean 2024 ພິທີປະກາດຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX ຈັດຂຶ້ນໃນ ວັນທີ 30 ຕຸລາ 2026 ຜ່ານມາ, ຢุ่ນະຄອນ ຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຖືກແຕ່ງຕັ້ງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX .

     ຂປລ. ໂດຍມີອະດີດປະທານ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດລາວ ເຂົ້າຮ່ວມ. ໂອກາດນີ້ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວຊຸດທີ່ຜ່ານມາທີ່ໄດ້ສ້າງຜົນງານຢ່າງຫລວງຫລາຍ ປະກອບສ່ວນໃຫ້ແກ່ປະເທດຊາດ ໂດຍສະເພາະແມ່ນການພັດທະນາກິລາລາວ ກ້າວສູ່ອະນຸພາກພື້ນ ແລະ ສາກົນ. ພ້ອມທັງຢືນຍັນວ່າ ຈະພ້ອມກັບໝູ່ຄະນະສືບຕໍ່ຍົກລະດັບ ແລະ ພັດທະນາວົງການກິລາລາວໃຫ້ກ້າວໜ້າ, ສາມາດເຂົ້າຮ່ວມແຂ່ງຂັນໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ພ້ອມທັງສ້າງຊື່ສຽງ ແລະ ກຽດສັກສີໃຫ້ແກ່ປະເທດຊາດ, ສຸມທຸກຄວາມສາມາດ, ເຫື່ອແຮງ, ສະຕິປັນຍາເພື່ອປະຕິບັດໜ້າທີ່, ພາລະກິດຂອງຂະບວນການກິລາໂອແລມປິກ ຕາມທຳມະນູນ, ແຜນການ ແລະ ເປົ້າໝາຍທີ່ວາງໄວ້ຮອດປີ 2030, ພ້ອມທັງຈະສືບຕໍ່ປະຕິບັດໜ້າທີ່ ເປັນຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX ທີ່ດີ, ພ້ອມກັນສູ້ຊົນ ແລະ ຜ່ານຜ່າ ບັນດາອຸປະສັກ, ສິ່ງທ້າທາຍ ແລະ ສິ່ງກີດຂວາງຕ່າງໆໃນປັດຈຸບັນ ເພື່ອສ້າງຜົນງານໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້.

    ຄະນະກຳມະການໂອແລມປິກແຫ່ງຊາດລາວ ເປັນອົງການກິລາທີ່ມີບົດບາດສໍາຄັນ ໃນການປະສານງານ, ສົ່ງເສີມ ແລະ ເຜີຍແຜ່ອຸດົມການໂອແລມປິກ, ສ້າງໂອກາດໃຫ້ນັກກິລາລາວໄດ້ພັດທະນາຄວາມສາມາດ ແລະ ມີໂອກາດເຂົ້າຮ່ວມການແຂ່ງຂັນໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ພ້ອມທັງປະກອບສ່ວນຍົກສູງບົດບາດ ແລະ ຊື່ສຽງຂອງປະເທດລາວໃນເວທີສາກົນ. 

ຂ່າວ: ທະນູທອງ; ພາບ: ໜັງສືພິມປະຊາຊົນ

KPL