ພັກ​ການ​ເມືອງ​ທີ່ຍຶດໝັ້ນ​ພາ​ລະ​ກຳ ຮັບ​ຮູ້​ເຄັດ​ລັບ​ແກນ​ກາງ​ຂອງ​ການ​ບໍ​ລິ​ຫານ​ປະ​ເທດ​ແບບ​ຈີນ

04/11/2026 15:55
Email Print 83
KPL - Asean 2024 ຖ້າ​ຢາກ​ຮັບ​ຮູ້​ພຶດ​ຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ, ເຮົາ​ສາ​ມາດ​ເລີ່ມ​ຈາກ​ນິ​ຍາມ​ກ່ຽວ​ກັບ “ພັກ​ການ​ເມືອງທີ່ຍຶດໝັ້ນ​ພາ​ລະ​ກຳ”.

ຂປລ. ຖ້າ​ຢາກ​ຮັບ​ຮູ້​ພຶດ​ຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ, ເຮົາ​ສາ​ມາດ​ເລີ່ມ​ຈາກ​ນິ​ຍາມ​ກ່ຽວ​ກັບ “ພັກ​ການ​ເມືອງທີ່ຍຶດໝັ້ນ​ພາ​ລະ​ກຳ”. ເວົ້າ​ງ່າຍໆ​ກໍ​ຄື: ມັນ​ຕ່າງ​ກັນ​ກັບ​ພັກ​ການ​ເມືອງ​​ ທີ່​ຖື​ເອົາ​ການ​ໄດ້​ຮັບ​ໄຊ​ຊະ​ນະ​ ໃນ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ເປັນ​ເປົ້າ​ໝາຍ​ສຳ​ຄັນ​ອັນ​ດັບ​ໜຶ່ງ, ນັບ​ແຕ່​ມື້​ສ້າງ​ຕັ້ງ​​ເປັນ​ຕົ້ນ​ມາ ພັກ​ກ​ອມ​ມູ​ນິດ​ຈີນ ​ກໍ​ໄດ້​ແບກ​ຫາ​ບ​ພາ​ລະ​ກຳ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່​ ຊຶ່ງ​ບໍ່​ພຽງ​ແຕ່​ຖື​ເອົາ​ການ​ບໍ​ລິ​ຫານ​ປະ​ເທດ ​ໃນ​ສະ​ເພາະ​ໜ້າ​ເປັນ​ເປົ້າ​ໝາຍ​ເທົ່າ​ນັ້ນ, ຍັງ​ຖື​ເອົາ​ການ​ບັນ​ລຸ​ຄວາມ​ຜາ​ສຸກ ​ຂອງມວນ​ມະ​ນຸດ​ເປັນ​ອຸ​ດົມ​ການ​ສູງ​ສຸດ, ຖື​ເອົາ​ການ​ສະ​ແຫວງ​ຫາ​ຄວາມສຸກ ໃຫ້​ກັບ​ປະ​ຊາ​ຊົນ, ສະ​ແຫວງ​ຫາ​ການ​ຟື້​ນ​ຟູ ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໃຫ້​​ກັບປະ​ຊາ​ຊາດ ແລະ ​ສະ​ແຫວງ​ຫາ​ຄວມ​ປອງດອງ​ກົມ​ກຽວ​ທົ່ວ​ໂລກ ​ເປັນ​ເປົ້າ​ໝາຍ​ຖາ​ວອນ, ພ້ອມ​ທັງ​ນຳ​ໃຊ້​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່ ​ທີ່ກວມ​ເຖິງ​​ເປົ້າ​ໝາຍ​ໄລ​ຍະ​ສັ້ນ, ໄລ​ຍະ​ກາງ​ ແລະ ​ໄລ​ຍະ​ຍາວ​ ເພື່ອ​ປະ​ສານ​ສົມ​ທົບ ​ກັບ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ. ​ເມື່ອ​ມີ​ແຮງ​ຂັບ​ເຄື່ອນ​ຍືນ​ຍົງ​ ທີ່​ກ້າວ​ຂ້າມ​ຜົນ​ໄດ້​ຜົນ​ເສຍ​​ໃນ​ຊົ່ວ​ໄລ​ຍະ​ໃດ​ໜຶ່ງ ແລະ ບໍ່​ຢ້ານ​ກົວ​ຕໍ່​ສະ​ພາບ​ຫຍຸ້ງ​ຍາກ ​ໃນ​​ສະ​ເພາະ​ໜ້າ​ແບບ​ນີ້ ຈຶ່ງ​ເຮັດ​ໃຫ້​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ​ ສາມ​າດ​ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ຊຸກ​ຍູ້​ພາ​ລະ​ກິດຕ່າງໆ ​ທີ່​ຕ້ອງ​ສຸມ​ຄວາມ​ພະ​ຍາ​ຍາມ​ແບບບໍ່​ລົດ​ລະ​ຢ່າງ​ຕໍ່​ເນື່ອງ.

ແນວ​ຄວາມ​ຄິດ​​ນີ້​ແມ່ນ​ຝັງ​ຮາກ​ເລິກ​ຢູ່​ໃນ​ແນວ​ຄິດ​ບູ​ຮານ​ຈີນ​ແຫ່ງ​ການ​ບໍ​ລິ​ຫານ​, ຄື​ດັ່ງ​ຄຳ​ບູ​ຮານ​ຈີນ​ທີ່​ວ່າ “ໂລກ​ເປັນ​ຂອງ​​ທົ່ວ​ປວງ​ຊົນ ແລະ ປະ​ຊາ​ຊົນ​ເປັນ​ພື້ນ​ຖານ​ຂອງ​​ປະ​ເທດຊາດ”, ສົ່ງ​ເສີມ​ໃຫ້​ເຮັດ​ທຸກ​ສິ່ງ​ຢ່າງ​ ຕ້ອງ​ມີ​ສາຍ​ຕາ​ເບິ່ງກວ້າງມອງ​ໄກ, ເຮັດ​ໃຫ້​ຄວາມ​ພະ​ຍາ​ຍາມ​ ໃນ​ຍຸກ​ປັດ​ຈຸ​ບັນ​ສ້າງ​ຜົນ​ປະ​ໂຫຍດ ​ໃຫ້​ແກ່​ຄົນ​ຮຸ່ນ​ຫລັງ. ຈີນ​ໃນ​ສະ​ໄໝ​ໃໝ່ຫລັງ​ສົງ​ຄາມ​ຢາ​ຝີ່ນ​ເມື່ອ​ປີ 1840, ປະ​ເທດ​ຊາດ​ຖືກ​ແບ່ງ​ແຍກ, ເສດ​ຖະ​ກິດ-​ສັງ​ຄົມຊຸດ​ໂຊມ, ປະ​ຊາ​ຊົນ​ຕົກ​ຢູ່​ໃນ​ຄວາມ​​ທຸກ​ຍາກລຳ​ບາກ​ທີ່​ສຸດ, ໃນ​ເວ​ລາ​ທີ່​ປະ​ເທດ​ຊາດ ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຄັບ​ຂັນ​ຂ້ຽວ​ຂາດ​​ທີ່​ສຸດ, ພັກ​ກອມ​ມູ​ນິດ​ຈີນ ​ໄດ້​ກ້າວ​ຂຶ້ນ​ເວ​ທີ​ປະ​ຫວັດ​ສາດ. ນັບ​ແຕ່​ມື້​ສ້າງ​ຕັ້ງ​​ເປັນ​ຕົ້ນ​ມາ, ພັກ​ກອມ​ມູ​ນິດ​ຈີນ ​ກໍ​ໄດ້ຖື​ເອົາ​ການ​ບັນ​ລຸເປົ້າ​ໝາຍ ​ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ່​ດີ​ມີ​ສຸກ, ພັດ​ທະ​ນາ​ປະ​ເທດຊາດ​ ໃຫ້​ຈະ​ເລີນລວມ​ເຖິງ​ອຸ​ດົມ​ການ​ອັນ​ຍິ່ງ​ໃຫຍ່ ​​ທີ່​ຫັນ​ໜ້າ​ສູ່​ຄວາມ​ກ້າວ​ໜ້າ​ຮ່ວມຂອງ​ມວນ​ມະ​ນຸດ​​ ຈັດ​ເຂົ້າ​ເປັນ​ພາ​ລະກຳ​ຂອງ​ຕົນ. ນີ້​ບໍ່​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ ທີ່​ສະ​ເໜີ​ເປັນ​ການ​ຊົ່ວ​ຄາວ​​ພຽງ ເພື່ອ​ຕອບ​ສະ​ໜອງ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ເທື່ອ​ໃດ​ໜຶ່ງ​, ບໍ່​ແມ່ນ​ພຽງ​ເພື່ອ​ຕອບ​ຮັບ​ສຽງ​ຮຽກ​ຮ້ອງ​ ຂອງ​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ເປົ້າ​ໝາຍ​ທີ່​ຍິ່ງ​ໃຫຍ່ກວ່າ​ແບບ​ນີ້​ ຈຶ່ງ​ແມ່ນ​ຈຸດ​ພື້ນ​ຖານ​ທີ່​ສຸດ​ທີ່​ແຕກ​ຕ່າງ​ກັບ​ພັກ​ການ​ເມືອງ​ຈຳ​ນວນ​ຫລວງ​ຫລາຍ.

​ຫລາຍພັກ​ການ​ເມືອງ​​ໃນ​ໂລກ​ສ່ວນ​ຫລາຍ​ດຳ​ເນີນ​​ງານ​ຕາມ​ຮອບ​ວຽນ​ຂອງ​ການ​ເລືອກ​ຕັ້ງ ເພື່ອຍາດ​ເອົາ​ການ​ສະ​ໜັບ​ສະ​ໜູນ ​ຈາກ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ, ຜູ້​ກຳ​ອຳ​ນາດ​ມັກ​ຕອບ​ສະ​ໜອງ​ ບັນ​ຫາ​ຈຸດ​ສຸມ​​ທີ່​ໄດ້​ຮັບ​ຄວາມ​ສົ​ນ​ໃຈທີ່​ສຸດ ​ໃນ​ປັດ​ຈຸ​ບັນ​ເປັນ​​ບຸ​ລິ​ມະ​ສິດ ແລະ ເລືອກ​ໂຄງ​ການ​ທີ່​ເກີດຜົນ​ໄວ ແລະ ງ່າຍ​ທີ່​ຈະ​ໄດ້​ຮັບ​ຄຳ​ຍ້ອງ​ຍໍ. ເມື່ອ​​ໃດອຳ​ນາດ​ການ​ປົກ​ຄອງ​​ສັບ​ປ່ຽນ​ແລ້ວ, ແຜນ​ການ​ໄລ​ຍະ​ຍາວ ​ທີ່​ລັດ​ຖະ​ບານ​ຊຸດ​ຜ່ານ​ມາ​ ໄດ້​ເລີ່ມ​ດຳ​ເນີນ​ອາດ​ຈະ​ຖືກ​ໂຈະ​ໄວ້, ຍິ່ງ​ໄປ​ກວ່າ​ນັ້ນ​ຈະ​ຖືກ​ປ່ຽນແທນ​ໃໝ່​ໂດຍ​ກົງ. ​ການ​ກໍ່​ສ້າງ​ທີ່​ລົງ​ທຶ​ນ​ມະ​ຫານ​ສານ ແລະ ໃຊ້​ເວ​ລາ​ຍາວ​ນານ, ແຕ່​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ຕໍ່​ອະ​ນາ​ຄົດ​ຂອງ​ປະ​ເທດ, ພັດ​ຕິດ​ຄ້າງ​ຢູ່​ໃນ​ການ​ຕໍ່​ສູ້​ລະ​ຫວ່າງ​ພັກ​ຝ່າຍ ແລະ ການ​ແຊກ​ແຊງ​ຂອງນາຍ​ທຶນ​ເລື້ອຍໆ, ຍາກ​ທີ່​ຈະປະ​ຕິ​ບັດ​ຈົນ​​ເຖິງ​ທີ່​ສຸດ. ນີ້​ກໍ​ແມ່ນ​ສາ​ເຫດ​ສຳ​ຄັນ​ ທີ່​ເຮັດ​ໃຫ້​ນະ​ໂຍ​ບາຍ​ຂອງ​ຫລາຍ​ປະ​ເທດ​ມີ​ການ​ປ່ຽນ​ແປງ​ເລື້ອຍໆ ແລະ ໂຄງ​ການ​ໃຫຍ່​ທີ່​ສຳ​ຄັນ ​ໄລ​ຍະ​ຍາວ​ຍາກ​ທີ່​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃຫ້​ເປັນ​ຮູບ​ປະ​ທຳ.

ເມື່ອ​ທຽບ​ໃສ່​ຫລາຍ​ພັກ​ການ​ເມືອງ​ດັ່ງ​ກ່າວ, ໃນ​ຖາ​ນະ​ເປັນ​ພັກ​ການ​ເມືອງທີ່ຍຶດໝັ້ນ​ພາ​ລະ​ກຳ, ພັກ​ຄອມ​ມູ​ນິດ​ຈີນ ​ຕ້ອງແກ້ໄຂ​ຄວາມ​ຫຍຸ້ງ​ຍາກ​ ທີ່​ປະ​ຊາ​ຊົນ​ຜະ​ເຊີນ​ໜ້າ​ໃນ​ປັດ​ຈຸ​ບັນຢ່າງ​ທັນເວ​ລາ, ແກ້​ໄຂ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ອັນຮີບ​ດ່ວນ ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ສະ​ເພາະ​ໜ້າ ແລະ​ ຈະ​ບໍ່​ຖືກ​ຄວບ​ຄຸມ​ຈາກ​ຜົນ​ປະ​ໂຫຍດ​ໄລ​ຍະ​ສັ້ນ ຫລື ຜົນ​ປະ​ໂຫຍດຂອງ​ພາກ​ສ່ວນ​ໃດ​ໜຶ່ງ​. ການ​ຈັດ​ວາງ​ທັງ​ໝົດ​ລ້ວນ​ ແຕ່​ຮັບ​ໃຊ້​ສາຍຫລັກ​ອັນ​ດຽວ​ ທີ່​ກ້າວ​ຈາກ​ປັດ​ຈຸ​ບັນ​ໄປ​ສູ່​ໄລ​ຍະ​ຍາວ ແລະ ນຳ​ໄປ​ສູ່​ອຸ​ດົມ​ການ​ອັນ​ສູງ​ສົ່ງ​ກວ່າ​ເກົ່າ ຄື: ບາງ​ເປົ້າ​ໝາຍ​​​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ ​ໃຫ້​ເປັນ​ຮູບ​ປະ​ທຳ​ພາຍ​ໃນ​ເວ​ລາ​ບໍ່​ເທົ່າ​ໃດ​ປີ, ບາງ​ເປົ້າ​ໝາຍ​ຕ້ອງ​ຜ່ານ​ການ​ຊຸກ​ຍູ້​ປະ​ຕິ​ບັດ​ ຢ່າງ​ຕໍ່​ເນື່ອງ​ເປັນ​ເວ​ລາ​ຫລາຍ​ສິບ​ປີ, ສ່ວນ​ບາງ​ເປົ້າ​ໝາຍ​ຕ້ອງ​​ການ​ໃຫ້​ຫລາຍ​ລຸ້ນ​ຄົນ ​ໃຊ້​ເວ​ລາຮ້ອຍ​ປີ​ຂຶ້ນ​ໄປ ​​ມຸ່ງ​ໝັ້ນສູ້​ຊົນ​​ຢ່າງ​ຕໍ່​ເນື່ອງ ​ເພື່ອ​​ບັນ​ລຸ​ຜົນ​ເປັນ​ຈິງ. ອາ​ໄສ​ເປົ້າໝາຍ​ທີ່​ໝັ້ນ​ຄົງ ແລະ ການຈັດ​ຕັ້ງ​​ວາງ​ແຜນ​ປະ​ຕິ​ບັດ​ຢ່າງ​ຕໍ່​ເນື່ອງ, ​ຄະ​ນະ​ນຳ​ແຕ່​ລະ​ສະ​ໄໝ​ ໄດ້​ສືບ​ຕໍ່​ຊຸກ​ຍູ້​ແຜນ​ການ​ອັນ​ດຽວ​ກັນ, ​ເຮັດ​ຢ່າງ​ຕໍ່​ເນື່ອງ​ຊຸດ​ຕໍ່​ຊຸດ, ຈຶ່ງ​ເຮັດ​ໃຫ້​ແຜນ​ວາດ​ການ​ພັດ​ທະ​ນາ​ ທີ່​​ກຳ​ນົດ​ໄວ້​ສາ​ມາດ​ຈັດຕັ້ງປະ​ຕິ​ບັດໄປ​​ຢ່າງ​ຕໍ່​ເນື່ອງ. ເຖິງ​ຈະ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ ແລະ ອຸ​ປະ​ສັກ​ຕ່າງໆ​ນາ​ນາ​ ກໍ​ຈະ​ບໍ່​ປ່ຽນ​ແປງ​ທິດ​ທາງ​ຢ່າງ​ງ່າຍ​ດາຍ.

ຈຸດ​ພິ​ເສດ​ດັ່ງ​ກ່າວ, ສະ​ແດງ​ໃຫ້​ເຫັນຢ່າງ​ຊັດ​ເຈນ​ທີ່​ສຸດ ​ໃນ​ບັນ​ດາ​ໂຄງ​ການ​ໃຫຍ່​ໆທີ່ຂ້າມເວ​ລາ​ຫລາຍ​ປີ ແລະ ຜ່ານ​ຄະ​ນະ​ນຳ​ຫລາຍ​ສະ​ໄໝ ​ຈຶ່ງ​ຄ່ອງໆ​ຈໍ່​ຕົວ​ຂຶ້ນ​ເທື່ອ​ລະ​ກ້າວ. ການ​​ປົກ​ປັກ​ຮັກ​ສາ​ແມ່​ນ້ຳຢາງ​ຊີ​ກ້ຽງ​ຢ່າງ​ຂະ​ໜາດ​ໃຫຍ່​ ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ໄລ​ຍະ​ຍາວ ​ເພື່ອ​ປົກ​ປັກ​ຮັກ​ສາ​ບ້ານ​ເມືອງ​ໃຫ້​ຄົນ​ຮຸ່ນ​ຫລັງ. ແມ່​ນ້ຳ​ຢາງ​​ຊີ​ກ້ຽງໄຫຼລຜ່ານ ​10 ກວ່າ​ແຂວງ ແລະ ກຳ​ແພງນະ​ຄອນ, ໄດ້​ຫລໍ່ລ້ຽງ​ປະ​ຊາ​ກອນ​ຈີນ​ຫລາຍ​ຮ້ອຍ​ລ້ານ​ຄົນ ແລະ ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ນິ​ເວດ​ ຂອງ​ເຂດແດນ​ອັນກວ້າງ​ຂວາງ. ການ​ປິດ ແລະ ເຊົາ​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ​ທີ່​ລະ​ບາຍ​ມົນ​ລະ​ພິດ, ການ​ປັບ​ປຸງ​ຝັ່ງ​ແມ່​ນ້ຳ, ການ​ຟື້ນ​ຟູ​ດິນ​ບໍ​ລິ​ເວນ​ນ້ຳ, ການ​ປົກ​ປັກ​ຮັກ​ສາ​ສັດ​ນ້ຳທີ່​ຫາ​ຍາກ, ຍັງ​ຕ້ອງ​ນຳພາ​ໃຫ້​ເຂດ​ແຄມ​ແມ່​ນ້ຳ​ ປັບ​ປຸງ​ໂຄງ​ປະ​ກອບ​ອຸດ​ສາ​ຫະ​ກຳ, ຂະ​ບວນ​ການ​ທັງ​ໝົດ ​ຕ້ອງ​ໃຊ້​ເວ​ລາ​ຫລາຍ​ສິບ​ປີ ແລະ ລົງ​ທຶນ​ຈຳ​ນວນ​ຫລວງ​ຫລາຍ, ຍາກ​ທີ່​ຈະ​ສ້າງ​ຜົນ​ງານ​ທີ່​ປະຈັກ​ຕາ ໄດ້​ພາຍ​ໃນ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ພຽງ​ສະ​ໄໝ​ດຽວ. ນັບ​ແຕ່​ໄດ້​ກຳ​ນົດ​ທິດ​ທາງ “ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຂະ​ໜາດ​ໃຫຍ່, ບໍ່​ດຳ​ເນີນ​ການ​ພັດ​ທະ​ນາ​ຂະ​ໜາດ​ໃຫຍ່” ແລ້ວ, ຄະ​ນະ​ນຳ​ຫລາຍ​ຊຸດ ​ລ້ວນ​ແຕ່ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ດຽວ​ກັນ​ຢ່າງ​ໝັ້ນ​ທ່ຽງ, ສືບ​ຕໍ່​ດຳ​ເນີນ​ການ​ລາດ​ຕະ​ເວນກວດ​ກາ, ປັບ​ປຸງ ແລະ ບູ​ລະ​ນະ​ຟື້ນ​ຟູ​ລະ​ບົບ​ນິ​ເວດ, ຈະ​ບໍ່​ປ່ຽນ​ທິດ​ທາງ​ຕາມ​ລຳ​ພັງ​ ຍ້ອນປ່ຽນ​ແປງຜູ້​ຮັບ​ຜິດ​ຊອບ ແລະ​ ຈະ​ບໍ່​ຜ່ອນຜັນ​​ໃນ​ການ​ຍຶດ​ໝັ້ນ​​ ຕາມເສັ້ນ​ແດງ​​ຂອງການ​​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ ເພື່ອ​ຜົນ​ປະ​ໂຫຍດ​ໄລ​ຍະ​ສັ້ນ, ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຮັກ​ສາ​ແມ່​ນ້ຳ​ໃຫຍ່​ສາຍ​ນີ້​ໄວ້ ແລະ ມອບ​ສິ່ງ​ແວດ​ລ້ອມ​ ທີ່​ຢູ່​ອາ​ໄສ​ທີ່​ດີກວ່າ​ເກົ່າ​ໃຫ້​ແກ່​ຄົນ​​ຮຸ່ນ​ຫລັງ.

ການ​ກໍ່​ສ້າງ​ເຂດ​ໃໝ່​ສົງ​ອ່ານ ແມ່ນ​ການ​ວາງ​ແຜນ​ລ່ວງ​ໜ້າ​ເພື່ອ​ອະ​ນາ​ຄົດ​ທີ່​ຍາວ​ໄກ​ກວ່າ. ໂຄງ​ການ​ທີ່​ຖືກ​ເອີ້ນ​ວ່າ “ແຜນ​ການ​ພັນ​ປີ, ກິດ​ຈະ​ການ​ສຳ​ຄັນ​ຂອງ​ຊາດ” ນີ້, ນັບ​ແຕ່​ການ​ເລີ່ມ​ຕົ້ນ ກໍ​ບໍ່​ໄດ້​ສະ​ແຫວງ​ຫາ​ຄວາມ​ວ່ອງ​ໄວ ແລະ ໄດ້​ປະ​ຖິ້ມ​ແນວ​ຄິດ​ທີ່​ຢາກ​ໄດ້​ຜົນ​ສຳ​ເລັດ​ໄວ ແລະ ການ​ພັດ​ທະ​ນາ​ແບບການ​ນຳ​ໃຊ້ ຊັບ​ພະ​ຍາ​ກອນ​ຢ່າງຫລວງຫລາຍ ​ແຕ່​ມີ​ປະ​ສິດ​ທິ​ພາບ​ຕ່ຳ. ບໍ່​ວ່າ​ຈະ​ເປັນ​ການ​ວາງ​ແຜນ​ຜັງ​ເມືອງ​ໂດຍ​ລວມ, ໂຄງ​ການ​ປິ່ນ​ອ້ອມດ້ານ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ຫລື ການ​ນຳ​ເຂົ້າ​ອຸ​ດ​ສາ​ຫະ​ກຳ ແລະ ການ​ຈັດ​ວາງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ, ລ້ວນ​ແຕ່​ຄຳ​ນຶງ​ເຖິງວິ​ທີ​ການ​ເຕີບ​ໃຫຍ່ ​ຂອງ​ຕົວ​ເມືອງ​ແຫ່ງ​ນີ້​ໃນ​ອີກຫລາຍ​ສິບ​ປີ ກໍ​ຄື ຮ້ອຍ​ປີ​ຂ້າງ​ໜ້າ. ຈາກ​ການ​ເລີ່ມ​ຕົ້ນ​ຢູ່​ເທິງ​ພື້ນ​ທີ່​ຮາບ​ພຽງ​ແຫ່ງ​ໜຶ່ງ, ການ​ວາງ​ແຜນ ແລະ ກໍ່​ສ້າງ​ເທື່ອ​ລະ​ກ້າວ, ຜູ້ກໍ່​ສ້າງ​ຊຸດ​ແລ້ວ​ຊຸດ​ເລົ່າ​ ໄດ້​ບາກ​ບັ່ນ​ສູ້​ຊົນ​ຢ່າງ​ຕໍ່​ເນື່ອງ ໂດຍບໍ່​ສະ​ແຫວງ​ຫາ​​ການ​ດຶງ​ດູດ ​ຄວາມ​ສົນ​ໃຈ​ພຽງ​ໄລ​ຍະ​ໃດ​ໜຶ່ງ, ເພື່ອ​ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ ໃຫ້​ແກ່​ການ​ພັດ​ທະ​ນາ​ໄລ​ຍະ​ຍາວ​ຂອງ​ປະ​ເທດ​ຊາດ.

ໜຶ່ງ, ​ແມ່ນ​ການ​ເຝົ້າ​ຮັກ​ສາ​ບ້ານ​ເມືອງ​ທີ່​ມີ​ຢູ່​ແລ້ວ, ອີກ​ອັນ​ໜຶ່ງ​ແມ່ນການ​ພັດ​ທະ​ນາ​ພື້ນ​ທີ່​ໃໝ່​ໃຫ້​ແກ່​ອະ​ນາ​ຄົດ. ສອງ, ​ຕົວ​ຢ່າງ​ນີ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ວ່າ: ການ​ບໍ​ລິ​ຫານ​ແບບ​ນີ້ ຈະ​ບໍ່​ຖືກ​ຜູກ​ມັດ​ດ້ວຍ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ, ຈະ​ບໍ່​ປ່ຽນ​ແປງ​ໄປ​ຕາມ​ຄະ​ແນນ​ສ​ຽງ​ເລືອກ​ຕັ້ງ ແລະ ຈະ​ບໍ່​ຖືກ​ປະ​ຖິ້ມ​ຢູ່​ເຄິ່ງ​ທາງ​ ຍ້ອນ​ການ​ປ່ຽນ​ແປງ​ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ. ສິ່ງ​ທີ່​ຄ້ຳ​ຊູ​ທັງ​ໝົດ​ນີ້ ກໍ​ຄື​ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພາ​ລະ​ກຳ ​ທີ່ບໍ່​ຢຸດ​ບາດ​ກ້າວ​ໃນ​ປັດ​ຈຸ​ບັນ, ແຕ່ມອງ​ເບິ່ງ​ອະ​ນາ​ຄົດ​ທີ່​ຍິ່ງ​ໃຫຍ່ ແລະ ຍາວ​ໄກ​ກວ່າ.

ເພື່ອ​ຈະ​ຍຶດ​ໝັ້ນ​ພາ​ລະ​ກຳ​ອັນ​ຍາວ​ນານ​ນີ້, ພັກ​ການ​ເມືອງ​ກໍ​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ສາ​ມາດ​ໃນ​ການ​ປັບ​ປຸງ​ຕົນ​ເອງ. ນີ້​ກໍ​ຄື​ເຫດ​ຜົນ​ ໃນ​ຕົວ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ ຊຸກ​ຍູ້​ການ​ຄຸ້ມ​ຄອງ​ພັກ ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ​ແບບ​ຕໍ່​ເນື່ອງ ແລະ ຍຶດ​ໝັ້ນ​ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ. ຢູ່​ຕາມ​ເສັ້ນ​ທາງ​ການ​ກຳ​ອຳ​ນາດ​ໄລ​ຍະ​ຍາວ, ຍາມ​ໃດ​ກໍ​ຈະ​ພົບ​ກັບ​ການ​ທົດ​ສອບ​ຕ່າງໆ ແລະ ອາດ​ຈະ​ເກີດ​ຄວາມ​ຂີ້​ຄ້ານ​ມັກ​ງ່າຍ ແລະ ຫ່າງ​​ເຫີນຈາກ​​​ປະ​ຊາ​ຊົນ ຈົນ​ເຖິງ​ຄວາມ​ສ່ຽງ​ດ້ານ​ການ​ສໍ້​ລາດ​ບັງຫລວງ. ຖ້າ​ປ່ອຍ​ປະ​ໃຫ້​ບັນ​ຫາ​ເຫລົ່າ​ນີ້​ ສະ​ສົມ​ໄວ້ດົນ, ກໍ​ຈະຜິດເຂວຈາກ​ທິດ​ທາງ​ທີ່​ກຳ​ນົດ​ໄວ້. ມີ​ແຕ່​ ກວດ​ກາ​ຕົນ​ເອງ​ຢ່າງ​ເປັນ​ເຈົ້າ​ການ, ດັດ​ແປງ​ຄວາມ​ຜິດ​ພາດ​ຢ່າງ​ທັນ​ການ ແລະ ສະ​ສາງ​ລ້າງ​​ສ​ວ່າຍ​ຖັນ​ແຖວ​ຢ່າງ​ຕໍ່​ເນື່ອງ, ຈິ່ງ​ຈະ​ສາ​ມາດຍຶດ​ໝັ້ນ​ທິດ​ທາງ​ໄລ​ຍະ​ຍາວ ​ທີ່​ຈາກ​ການ​ບັນ​ລຸ​ເປົ້າ​ໝາຍ​ ໄປ​ສູ່​ການ​ບັນ​ລຸ​ອຸ​ດົມ​ການ​ອັນ​ຍິ່ງ​ໃຫຍ່​ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ ຈະ​ບໍ່​ຢຸດ​ບາດ​ກ້າວ​ເດີນ​ໄປ​ຂ້າງ​ໜ້າ ​ເຖິງ​ຈະ​ຢູ່​ໃນ​ສະ​ພາບ​ທີ່​ຫຍຸ້ງ​ຍາກກໍ​ຕາມ.

ໃນ​ທີ່​ສຸດ, ພາ​ລະ​ກຳ​ນີ້ ກໍມີ​ຜົນ​ປະ​ໂຫຍດ​ລວມ ແລະ ຜົນ​ປະ​ໂຫຍດ​ໄລ​ຍະ​ຍາວ​ຂອງ​ປະ​ຊາ​ຊົນ ​ຢ່າງກວ້າງ​ຂວາງ​ເປັນ​ພື້ນ​ຖານ ແລະ ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່​ອງ​ໄປ​ສູ່​ອຸ​ດົມ​ການ​ອັນ​ຍິ່ງ​ໃຫຍ່ກວ່າ​ເກົ່າ ຄື: ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ຮຸ່ນ​ນີ້ ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີກວ່າ​ເກົ່າ ແລະ ບັນ​ລຸ​ການ​ຟື້ນ​ຟູ​ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ, ທັງ​ຫວັງ​ຢາກ​ປະ​ກອບ​ສ່ວນ​ເຂົ້າ​ ໃນ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງມວນ​ມະ​ນຸດ. ​ຄວາມ​ມຸ່ງ​ໝັ້ນ​ທີ່​ຍືນ​ຍົງ​ນີ້ ໄດ້​ປະ​ກອບ​ເປັນ​ຈຸດ​ພິ​ເສດ​ທີ່​ໂດດເດັ່ນ​ ທີ່​ສຸດ​ຂອງ​ການ​ບໍ​ລິ​ຫານ​ປະ​ເທດແບບ​ຈີນ. ເມື່ອ​ເຂົ້າ​ໃຈ​ລັກ​ສະ​ນະ​ພິ​ເສດ​ແບບ “ຍຶດໝັ້ນ​ພາ​ລະ​ກຳ” ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແລ້ວ, ກໍ​ຈະ​​ສາ​ມາດຮັບ​ຮູ້​ເຄັດ​ລັບ​ຂອງ​ບັນ​ຫາ​ທີ່​ວ່າ “​ຍ້ອນ​ຫຍັງ​ພັກ​ກອມ​ມູ​ນິດ​ຈີນ​ຈິ່ງ​ເຮັດ​ສຳ​ເລັດ​ໄດ້”.

KPL