ອີຢູ ປະກາດຍຸດທະສາດໃໝ່ກ່ຽວກັບຂົ້ວໂລກເໜືອ
Email
Print
83
KPL - Asean 2024
ສະຫະພາບ ເອີຣົບ (ອີຢູ) ໄດ້ປະກາດ ຍຸດທະສາດໃໝ່ ກ່ຽວກັບ ຂົ້ວໂລກເໜືອ, ເພື່ອແນໃສ່ ເພີ່ມທະວີ ຄວາມ ໝັ້ນຄົງ, ປົກປ້ອງພື້ນຖານໂຄງລ່າງ ສຳຄັນ ແລະ ເປີດກວ້າງ ການຮ່ວມມື ດ້ານເສດຖະກິດ ຢູ່ພາກພື້ນ ໃນສະພາບທີ່ການ ຂັດແຍ້ງດ້ານພູມສາດ ການເມືອງເພີ່ມຂຶ້ນ ແລະ ການປ່ຽນແປງ ຂອງດິນຟ້າອາກາດ ມີການຜັນແປ ຢ່າງໄວວາ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ,ເມື່ອບໍ່ດົນມານີ້, ສະຫະພາບ ເອີຣົບ (ອີຢູ) ໄດ້ປະກາດ ຍຸດທະສາດໃໝ່ ກ່ຽວກັບ ຂົ້ວໂລກເໜືອ, ເພື່ອແນໃສ່ ເພີ່ມທະວີ ຄວາມ ໝັ້ນຄົງ, ປົກປ້ອງພື້ນຖານໂຄງລ່າງ ສຳຄັນ ແລະ ເປີດກວ້າງ ການຮ່ວມມື ດ້ານເສດຖະກິດ ຢູ່ພາກພື້ນ ໃນສະພາບທີ່ການຂັດແຍ້ງດ້ານພູມສາດ ການເມືອງເພີ່ມຂຶ້ນ ແລະ ການປ່ຽນແປງ ຂອງດິນຟ້າອາກາດ ມີການຜັນແປ ຢ່າງໄວວາ. ຍຸດທະສາດດັ່ງກ່າວ ໄດ້ກຳນົດສີ່ບູລິມະສິດ, ລວມມີ: ເພີ່ມທະວີ ຄວາມໝັ້ນຄົງ ແລະ ຄວາມ ສາມາດຕ້ານທານ; ການຮັບມື ກັບການປ່ຽນແປງຂອງດິນຟ້າອາກາດ; ຊຸກຍູ້ຄວາມວັດທະນາຖາວອນ; ສ້າງໂອກາດໃຫ້ແກ່ ປະຊາຊົນ ແລະ ຊຸມຊົນ ຢູ່ຂົ້ວໂລກເໜືອ. ອີຢູ ຈະຮ່ວມມືກັບ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ເພື່ອເພີ່ມທະວີ ກຳລັງຄວາມສາມາດຮັບມື, ປົກປ້ອງ ພື້ນຖານໂຄງລ່າງ ທີ່ສຳຄັນ ແລະ ເພີ່ມທະວີ ຄວາມສາມາດ ໃນສະພາບເງື່ອນໄຂ ທີ່ຮ້າຍແຮງຢູ່ພາກພື້ນ; ຄາດວ່າ ອີຢູ ກໍ່ຈະສ້າງຕັ້ງສູນຄວາມໝັ້ນຄົງ ທາງທະເລ ເພື່ອໜູນຊ່ວຍ ບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມື ໃນການແລກປ່ຽນຂໍ້ມູນ, ຍົກສູງກຳລັງຄວາມສາມາດ ໃນການຕິດຕາມການເຄື່ອນໄຫວ ທາງທະເລ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
