ຍີ່ປຸ່ນ ປ່ອຍຈະຫລວດເອັສສາມ ສົ່ງຍານອະວະກາດ ບໍ່ມີຄົນຂັບສຳຫລວດ ດວງຈັນ ໃນດາວອັງຄານ

22/10/2026 21:22
Email Print 83
KPL - Asean 2024 ອົງການ ສຳຫລວດ ອະວະກາດ ຍີ່ປຸ່ນ (JAXA) ໄດ້ລາຍງານ ການປ່ອຍຈະຫລວດ ເອັສສາມ (H3) ຊຶ່ງບັນທຸກ ຍານອະວະກາດ ແບບບໍ່ມີຄົນຂັບ “ມາຊຽນ ມູນສ໌ ເອັສພລໍເຣຊັນ” ຫລື ເອີ້ນວ່າ ເອັມເອັມເອັສ໌ (MMX) ສຳລັບ ສຳຫລວດ ດວງຈັນ ຂອງ ດາວອັງຄານ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ອົງການ ສຳຫລວດ ອະວະກາດ ຍີ່ປຸ່ນ (JAXA) ໄດ້ລາຍງານ ການປ່ອຍຈະຫລວດ ເອັສສາມ (H3) ຊຶ່ງບັນທຸກ ຍານອະວະກາດ ແບບບໍ່ມີຄົນຂັບ “ມາຊຽນ ມູນສ໌ ເອັສພລໍເຣຊັນ” ຫລື ເອີ້ນວ່າ ເອັມເອັມເອັສ໌ (MMX) ສຳລັບສຳຫລວດ ດວງຈັນຂອງ ດາວອັງຄານ ຈາກສູນອະວະກາດ ທາເນງາຊິມະ ທາງຕາເວັນຕົກສຽງໃຕ້ ຂອງ ຍີ່ປຸ່ນ.

ການປ່ອຍຈະຫລວດ ດັ່ງກ່າວ ມີຂຶ້ນ ໃນວັນອັງທີ 20 ຕຸລາ, ຊຶ່ງຖືເປັນ ຈຸດເລີ່ມຕົ້ນ ພາລະກິດ ເກັບຕົວຢ່າງ ກັບຄືນສູ່ໂລກ ທີ່ ຈະໃຊ້ເວລາ ປະມານ 5 ປີ. ຫລັງຈາກ ທະຍານຂຶ້ນບິນ ເປັນເວລາ ປະມານ 71 ນາທີ, ຈະຫລວດ H3 ໄດ້ປ່ອຍຍານອະວະກາດ ເອັມເອັມເອັສ໌ ເຂົ້າສູ່ວິຖີ ໂຄຈອນ ເພື່ອມຸ່ງໜ້າ ໄປສູ່ ດາວອັງຄານ ໂດຍຍານອະວະກາດ ເອັມເອັມເອັສ໌ ຈະລົງຈອດເທິງດວງຈັນ ໂຟບອສ (Phobos) ຊຶ່ງເປັນ ດວງຈັນ ທີ່ມີ ຂະໜາດໃຫຍ່ກວ່າ ແລະ ຢູ່ໃກ້ດາວອັງຄານ ຫລາຍກວ່າ ດວງຈັນ ບໍລິວານ ອີກດວງໜຶ່ງ ເພື່ອເກັບຕົວຢ່າງ ເທິງພື້ນຜິວ ສົ່ງກັບມາໂລກ ຢ່າງໜ້ອຍ 10 ກຣາມ.

ຍານອະວະກາດ ເອັມເອັມເອັກສ໌ ຈະເດີນທາງໄປຮອດ ລະບົບດາວອັງຄານໃນປີ 2027 ແລະ ສັງເກດການດວງຈັນ ໂຟບອສ ຢ່າງລະອຽດ ລວມເຖິງ ການສັງເກດການ ຈາກວົງໂຄຈອນສະເໝືອນ ດາວບໍລິວານ (Quasi-Satellite Orbit) ພ້ອມດ້ວຍ ການສັງເກດ ດີມອສ (Deimos) ດວງຈັນ ບໍລິວານ ອີກດວງໜຶ່ງ ຂອງ ດາວອັງຄານ ນຳອີກ./

KPL