ປະທານາທິບໍດີ ມຽນມາ ຢ້ຽມຢາມ ມາເລເຊຍ ເພື່ອປັບປຸງການພົວພັນກັບອາຊຽນ

12/10/2026 12:14
Email Print 83
KPL - Asean 2024 ທ່ານ ​ມິນ​ອອງ​ລາຍ ປະທານາທິບໍດີ ມຽນມາ ໄດ້ພົບປະກັບ ທ່ານ ດາໂຕ ເຊຣິ ອັນວາ ບິນ ອິບຣາຮິມ ນາຍົກລັດຖະ ມົນຕີ ມາເລເຊຍ. ໂດຍທັງສອງຝ່າຍ ໄດ້ຢືນຢັນ ທີ່ຈະດໍາເນີນ ການຮ່ວມມື ໃນດ້ານຕ່າງໆ ເປັນຕົ້ນແມ່ນ ການສົ່ງ ພົນລະເມືອງ ມຽນມາ ທີ່ອາໄສຢູ່ມາເລເຊຍ ແບບຜິດກົດໝາຍ ກັບຄືນ ມຽນມາ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ສື່ມວນຊົນຕ່າງປະເທດ ລາຍງານວ່າ: ວັນທີ 8 ຕຸລານີ້ ຢູ່ມາເລເຊຍ, ທ່ານ ​ມິນ​ອອງ​ລາຍ ປະທານາທິບໍດີ ມຽນມາ ໄດ້ພົບປະກັບ ທ່ານ ດາໂຕ ເຊຣິ ອັນວາ ບິນ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ. ໂດຍທັງສອງຝ່າຍ ໄດ້ຢືນຢັນ ທີ່ຈະດໍາເນີນ ການຮ່ວມມື ໃນດ້ານຕ່າງໆ ເປັນຕົ້ນແມ່ນ ການສົ່ງພົນລະເມືອງ ມຽນມາ ທີ່ອາໄສຢູ່ມາເລເຊຍ ແບບຜິດກົດໝາຍ ກັບຄືນ ມຽນມາ. ຜ່ານການພົບປະກັນ ລະຫວ່າງ ປະມຸກລັດ ໃນໄລຍະການຢ້ຽມຢາມ ຢ່າງເປັນທາງການຄັ້ງນີ້, ມຽນມາ ໄດ້ຮັບຄວາມຄືບໜ້າ ໃນການປັບປຸງ ການພົວພັນ ກັບປະເທດ ທີ່ສໍາຄັນຂອງ ອາ ຊຽນ. ພາຍຫລັງ ການພົບປະ, ທ່ານ ອັນວາ ໄດ້ອອກຖະແຫລງການ ໂດຍໄດ້ໃຫ້ການຍອມຮັບ ບາງສ່ວນ ຕໍ່ຄວາມພະຍາຍາມ ຂອງລັດຖະ ບານມຽນມາ ທີ່ນໍາໂດຍ ທ່ານ ​ມິນ​ອອງ​ລາຍ, ພ້ອມທັງ ຢືນຢັນ ຢ່າງຈະແຈ້ງວ່າ: “ຈະສຸມຄວາມພະຍາຍາມ ຢ່າງສຸດຄວາມສາມາດ ເພື່ອຊຸກຍູ້ມຽນມາ ໃຫ້ໄດ້ຮັບການຍອມຮັບ ໃນຖານະເປັນສ່ວນໜຶ່ງ ຂອງປະຊາຄົມໂລກ ພິເສດແມ່ນ ຢູ່ພາຍໃນຂອບອາຊຽນ” ເຊິ່ງໄດ້ ສະແດງ ໃຫ້ເຫັນເຖິງ ທ່າທີໃນທາງບວກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL