ອົດສະຕຣາລີ ເກີນດຸນການຄ້າ ຫລຸດລົງ 495 ລ້ານໂດລາ ອົດສະຕຣາລີ

02/10/2026 17:46
Email Print 83
KPL - Asean 2024 ສຳນັກງານ ສະຖິຕິແຫ່ງຊາດ ອົດສະຕຣາລີ (ABS) ເປີດເຜີຍ ເມື່ອບໍ່ດົນມານີ້ ວ່າ: ຍອດເກີນດຸນ ການຄ້າ ຂອງ ອົດສະຕຣາລີ ຫລຸດລົງ 495 ລ້ານໂດລາ ອົດສະຕຣາລີ ໃນເດືອນສິງຫາ ຈາກລະດັບ 1.350 ລ້ານໂດລາ ອົດສະຕຣາລີ (1.35 ຕື້ໂດລາສະຫະລັດ)

ຂປລ. ສຳນັກຂ່າວ ອິນໂຟເຄວສ: ສຳນັກງານ ສະຖິຕິແຫ່ງຊາດ ອົດສະຕຣາລີ (ABS) ເປີດເຜີຍ ເມື່ອບໍ່ດົນມານີ້ ວ່າ: ຍອດເກີນດຸນ ການຄ້າ ຂອງ ອົດສະຕຣາລີ ຫລຸດລົງ 495 ລ້ານໂດລາ ອົດສະຕຣາລີ ໃນເດືອນສິງຫາ ຈາກລະດັບ 1.350 ລ້ານໂດລາ ອົດສະຕຣາລີ (1.35 ຕື້ໂດລາສະຫະລັດ) ເມື່ອເດືອນກໍລະກົດ ແລະ ເປັນຕົວເລກ ຕ່ຳກວ່າທີ່ນັກວິເຄາະກຳນົດໄວ້ 2.000 ລ້ານໂດລາ ອົດສະຕຣາລີ (2 ຕື້ໂດລາ ສະຫະລັດ), ເນື່ອງຈາກ ຍອດການນຳເຂົ້າ ທີ່ຂະຫຍາຍຕົວ ວ່ອງໄວກວ່າ ຍອດການສົ່ງອອກ.

ໃນຂະນະທີ່, ຍອດການນຳເຂົ້າ ລວມມີ 46.940 ລ້ານໂດລາ ອົດສະຕຣາລີ, ເພີ່ມຂຶ້ນ 5,8% ໃນເດືອນສິງຫາ ເມື່ອສົມທຽບ ເປັນລາຍເດືອນ ໂດຍມີປັດໄຈ ການຂັບເຄື່ອນ ມາຈາກການນຳເຂົ້າ ສິນຄ້າທຶນ ທີ່ເພີ່ມຂຶ້ນ 22,3% ເພາະວ່າ ການນຳເຂົ້າ ອຸປະກອນ ປະມວນຜົນ ຂໍ້ມູນອັດຕະໂນມັດ ເພີ່ມຂຶ້ນເຖິງ 79,3%. ນອກຈາກນີ້, ຍອດການນຳເຂົ້າຄຳ ທີ່ບໍ່ແມ່ນເງິນຕາ ຍັງເພີ່ມຂຶ້ນເຖິງ 91,1%. ສ່ວນຍອດການສົ່ງອອກ ລວມມີ 47.430 ລ້ານໂດລາອົດສະຕຣາລີ, ເພີ່ມຂຶ້ນ 3,7% ໃນເດືອນສິງຫາ ເມື່ອສົມທຽບ ເປັນລາຍເດືອນ ເຊິ່ງເປັນການຟື້ນຕົວ ຈາກເດືອນກໍລະກົດ ທີ່ ຫລຸດລົງ 3,3% ແລະ ໄດ້ຮັບແຮງໜູນ ຈາກການສົ່ງອອກຄຳ ທີ່ບໍ່ແມ່ນ ເງິນຕາ ຊຶ່ງປັບຕົວຂຶ້ນ 20,2% ນອກຈາກນັ້ນ,  ການສົ່ງອອກ ຖ່ານຫິນ, ຖ່ານໂຄກ (Coke) ແລະ ຖ່ານອັດແທ່ງ ປັບຕົວເພີ່ມຂຶ້ນ 4,7%./

KPL