ກຳປູເຈຍ ປັບຂຶ້ນຄ່າແຮງງານຂັ້ນຕ່ຳລາຍເດືອນ ເປັນ 212 ໂດລາສະຫະລັດ

02/10/2026 17:46
Email Print 83
KPL - Asean 2024 ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີ ກຳປູເຈຍ ປະກາດວ່າ: ກຳປູເຈຍ ໄດ້ກຳນົດ ອັດຕາ ຄ່າຈ້າງ ຂັ້ນຕ່ຳ ລາຍເດືອນໃໝ່ ສຳລັບ ອຸດສາຫະກຳ ເສື້ອຜ້າ, ເກີບ ແລະ ສິນຄ້າ ເພື່ອການເດີນທາງ ຂອງ ປະເທດນີ້ ໂດຍຈະປັບຂຶ້ນເປັນ 212 ໂດລາສະຫະລັດ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີ ກຳປູເຈຍ ປະກາດວ່າ: ກຳປູເຈຍ ໄດ້ກຳນົດ ອັດຕາ ຄ່າຈ້າງ ຂັ້ນຕ່ຳ ລາຍເດືອນໃໝ່ ສຳລັບ ອຸດສາຫະກຳ ເສື້ອຜ້າ, ເກີບ ແລະ ສິນຄ້າ ເພື່ອການເດີນທາງ ຂອງ ປະເທດນີ້ ໂດຍຈະປັບຂຶ້ນເປັນ 212 ໂດລາສະຫະລັດ ເລີ່ມແຕ່ ປີ 2027, ເພີ່ມຂຶ້ນ 2 ໂດລາ ສະຫະລັດ ຈາກເດີມ 210 ໂດລາສະຫະລັດ.

ນອກຈາກ ຄ່າແຮງງານຂັ້ນຕ່ຳ ລາຍເດືອນແລ້ວ, ບັນດາ ກຳມະກອນ ຈະໄດ້ສະຫວັດ ດີການ ແລະ ເງິນຕອບແທນເພີ່ມເຕີມ ເປັນປະຈຳ ທຸກເດືອນ ເຊັ່ນ: ເງິນຊົມເຊີຍ ສຳລັບ ໃນການມາ ເຮັດວຽກ ຢ່າງສະໝໍ່າສະເໝີ; ມູນຄ່າເພີ່ມຕື່ມ ຕາມອາຍຸ ການເຮັດວຽກ; ເງິນຊ່ວຍເຫລືອ ດ້ານທີ່ຢູ່ອາໄສ ແລະ ຄ່າເດີນທາງ; ລວມທັງ ເງິນຊ່ວຍເຫລືອ ຄ່າເດີນທາງອີກ ເດືອນລະ 2,5 ໂດລາ ສະຫະລັດ ເພື່ອຊ່ວຍ ຫລຸດຜ່ອນ ພາລະ ຈາກຄ່າເດີນທາງ ທີ່ເພີ່ມສູງຂຶ້ນ.

ໂດຍຄ່າຈ້າງ ພື້ນຖານ ປະຈຳປີ 2027 ລວມທັງ ຄ່າຈ້າງຂັ້ນຕ່ຳ ແລະ ສວັດດີການຕ່າງໆ ທີ່ ກຳມະກອນໃນພາກອຸດສາຫະກຳ ດັ່ງກ່າວ ໄດ້ຮັບປະມານ 231,5 – 242,5 ໂດລາ ສະຫະລັດ ຕໍ່ເດືອນ ຊຶ່ງການປະກາດ ດັ່ງກ່າວ ຈະມີຜົນບັງຄັບໃຊ້ ໃນວັນທີ 1 ມັງກອນ 2027. ຂະນະທີ່ ກະຊວງແຮງງານ ແລະ ການຝຶກອົບຮົມ ວິຊາຊີບຂອງ ກຳປູເຈຍ ເປີດເຜີຍວ່າ ອຸດສາຫະກຳ ເສື້ອຜ້າ, ເກີບ ແລະ ສິນຄ້າ ເພື່ອການເດີນທາງ ເຊິ່ງເປັນແຫລ່ງ ລາຍຮັບ ເງິນຕາຕ່າງປະເທດ ໃຫຍ່ທີ່ສຸດ ຂອງ ກຳປູເຈຍ ໂດຍປະກອບມີໂຮງງານ ແລະ ສາຂາຍ່ອຍ ປະມານ 1.800 ແຫ່ງ ແລະ ມີກຳມະກອນ ປະມານ 1,1 ລ້ານຄົນ ໂດຍສ່ວນໃຫຍ່ ເປັນເພດຍິງ./

KPL