ອີໄອເອ ຄັງສະສົມ ນ້ຳມັນດິບ ສ.ອາເມລິກາ ເພີ່ມຂຶ້ນ 922.000 ຖັງ
Email
Print
83
KPL - Asean 2024
ສໍານັກງານ ສື່ສານ ທາງດ້ານພະລັງງານ ຂອງ ລັດຖະບານ ສ.ອາເມລິກາ (EIA) ເປີດເຜີຍວ່າ: ຄັງສະສົມນໍ້າມັນດິບ ຂອງ ສ.ອາເມລິກາ ເພີ່ມຂຶ້ນ 922.000 ຖັງ ໃນອາທິດຜ່ານມາ ໃນຂະນະທີ່ ນັກວິເຄາະ ຄາດການວ່າ ຈະຫລຸດລົງ 700.000 ຖັງ.
ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ສໍານັກງານ ສື່ສານ ທາງດ້ານພະລັງງານ ຂອງ ລັດຖະບານ ສ.ອາເມລິກາ (EIA) ເປີດເຜີຍວ່າ: ຄັງສະສົມນໍ້າມັນດິບ ຂອງ ສ.ອາເມລິກາ ເພີ່ມຂຶ້ນ 922.000 ຖັງ ໃນອາທິດຜ່ານມາ ໃນຂະນະທີ່ ນັກວິເຄາະ ຄາດການວ່າ ຈະຫລຸດລົງ 700.000 ຖັງ.
ສຳລັບ ຄັງສະສົມ ນ້ຳມັນດິບ ຢູ່ເມືອງຄູຊິງ (Cushing) ລັດໂອກລາໂຮມາ (Oklahoma) ເຊິ່ງເປັນ ຈຸດສົ່ງມອບສັນຍາຊື້-ຂາຍ ນໍ້າມັນດິບ ລ່ວງໜ້າ ຂອງ ສ.ອາເມລິກາ ເພີ່ມຂຶ້ນ 553.000 ຖັງ. ນອກຈາກນັ້ນ, ຄັງສະສົມນ້ຳມັນ ແອັດຊັງ ຫລຸດລົງ 1,6 ລ້ານຖັງ ເມື່ອອາທິດຜ່ານມາ ເຊິ່ງກົງກັນ ຂ້າມກັບ ທີ່ ນັກວິເຄາະ ຄາດການວ່າ ຈະຫລຸດລົງ 500.000 ຖັງ. /
